banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:42
ມື້ວານນີ້:ມື້ວານນີ້:397
ອາທິດນີ້:ອາທິດນີ້:2857
ເດືອນນີ້:ເດືອນນີ້:8685
ທັງໝົດ:ທັງໝົດ:903569

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ສຳເລັດກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ 4 ປີ 2021 ເຊິ່ງໄດ້ດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 27-28 ທັນວາ 2021 , ຊຶ່ງໄດ້ຈັດກອງປະຊຸມດ້ວຍລະບົບທາງໄກ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ- ເຈົ້າແຂວງ, ມີທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານ ຫົວໜ້າ-ຮອງພະແນກການ, ອົງການທຽບເທົ່າ, ກອງບັນຊາການ ທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບສຸກແຂວງ, ເຈົ້າເມືອງ 5 ເມືອງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍກອງເລຂາກອງປະຊຸມ ເຂົ້າຮ່ວມທັງໝົດ 47 ຂະແໜງການ.

ກອງປະຊຸມຄັ້ງນີ້, ດຳເນີນໄປ ພາຍໃຕ້ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ຕ້ານ ການແພ່ລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ໃນກອງປະຊຸມໄດ້ຮັບຟັງການລາຍງານ ຄວາມຄືບໜ້າໃນການປະຕິບັດແຜນການຍຸດທະສາດ ຂອງຂະແໜງການ, ຂອງແຂວງ, ໂດຍສະເພາະ ການຈັດຕັ້ງປະຕິບັດບາງວຽກງານທີ່ກອງປະຊຸມອົງການປົກຄອງແຂວງຊີ້ນຳຜ່ານມາ ທັງວຽກປົກກະຕິ ແລະ ວຽກຮີບດ່ວນ ລວມ ມີ 16 ພາກສ່ວນ, ມີ 21 ຫົວຂໍ້ ລວມທັງ 5 ເມືອງ ປະຈໍາປີ 2021. ຜູ້ແທນກອງປະຊຸມ ໄດ້ເປັນເຈົ້າການ ປະກອບຄຳຄິດຄຳເຫັນ ຂໍ້ສະເໜີຕ່າງໆ ຕໍ່ການລາຍ ເຫັນວ່າ ມີເຫດຜົນ ຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບຕໍ່ການລາຍງານດັ່ງນີ້: 1,) ເອກະພາບ ຕໍ່ການລາຍງານ ການຈັດຕັ້ງປະຕິບັດ ວຽກງານຍຸດທະສາດ, ວຽກປົກກະຕິ ແລະ ວຽກສຸກເສີນຮີບດ່ວນ ຂອງແຕ່ລະຂະແໜງການ ໃນປີ 2021 ຜ່ານມາ. ສາມາດສັງລວມໄດ້ວ່າ ມີຜົນສໍາເລັດຫຼາຍດ້ານ; ແຕ່ເຖິງຢ່າງໃດກໍ່ດີ ຍັງສັງເກດເຫັນວ່າ ມີບັນຫາຂໍ້ຄ້າງ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ, ດ້ານໜຶ່ງ ໄດ້ຮັບຜົນກະທົບຈາກສະພາບການແພ່ລະບາດຂອງພະຍາດ ໂຄວິດ-19 ແລະ ສະພາບການປ່ຽນແປງດ້ານອື່ນໆ, ດ້ານທີສອງ ຄວາມຮັບຜິດຊອບຂອງຂະແໜງການຍັງບໍ່ທັນເຂັ້ມແຂງເທົ້າທີ່ຄວນ, ຊຶ່ງບັນຫາດັ່ງກ່າວ ເປັນສິ່ງທ້າທາຍຕໍ່ລະບົບການບໍລິຫານ-ຈັດການຂອງພາກລັດ ເພື່ອສູ້ຊົນສືບຕໍ່ແກ້ໄຂໃນປີ 2022ໃຫ້ບັນລຸຕາມແຜນການທີ່ຄາດໝາຍໄວ້, 2) ຕໍ່ກັບຮ່າງ ນິຕິກຳລຸ່ມກົດໝາຍ 2 ສະບັບ, ໂດຍຟື້ນຖານກອງປະຊຸມເຫັນດີ ແຕ່ຍັງບໍ່ທັນຈະແຈ້ງ. ໃຫ້ແຕ່ງຕັ້ງຄະນະກຳມະການ ໂດຍມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນໃຈກາງ ປະສານສົມທົບກັນກັບຂະແໜງການກ່ຽວຂ້ອງ ເພື່ອສຶກສາ ຄົ້ນຄ້ວາຢ່າງລະອຽດ, ມີຄວາມຈຳເປັນແນວໃດ, ບໍ່ຂັດກັບນິຕິກໍາອື່ນແນວໃດ. ເມື່ອຄົ້ນຄ້ວາສຳເລັດແລ້ວໃຫ້ນຳເອົາຮ່າງດັ່ງກ່າວເຂົ້າຜ່ານໃນກອງປະຊຸມອົງການປົກຄອງແຂວງຄັ້ງຕໍ່ໄປ, ກອງປະຊຸມເອກະພາບມອບໃຫ້ແຕ່ລະຂະແໜງການ ສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດດັ່ງນີ້: 1,) ໃຫສະມາຊິກອົງການປົກຄອງແຂວງ, ເຈົ້າເມືອງ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງກຳແໜ້ນພື້ນຖານ ມະຕິສະໄໝທີ XI ຂອງພັກ, ມະຕິສະໄໝທີ XI ຂອງອົງຄະນະພັກແຂວງ. ສຸມໃສ່ສ້າງການຫັນປ່ຽນໃໝ່ ເລິກເຊິ່ງຮອບດ້ານທາງດ້ານຈິນຕະນາການ ແລະ ມີຄວາມຮັບຜິດຊອບສູງ ໃນການແກ້ໄຂບັນຫາ ອັນອ່ອນ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ຕາມຄວາມຮັບຜິດຊອບຂອງຕົນ, ສ້າງກົນໄກໃໝ່ ເພີ້ມທະວີຄວາມເຂັ້ມງວດໃນການແກ້ໄຂບັນຫາ ໃຫ້ບັນລຸ ໃນປີ 2022, 2,) ໃຫ້ແຕ່ລະຂະແໜງການ ກວດກາຄືນ ຄວາມຮັບຜິດຊອບ ໃນການແບ່ງຂັ້ນຄຸ້ມຄອງ ຕາມທິດສາມສ້າງ, ຜ່ານມາຍັງມີບາງຂະແໜງການບໍ່ທັນຈະແຈ້ງ, ຄ້າງນຳພາກສ່ວນໃດ ກໍ່ໃຫ້ຮີບຮ້ອນແກ້ໄຂ ແລະ ໃຫ້ແຕ່ລະຂະແໜງການກ່ຽວຂ້ອງ ຄົ້ນຄ້ວາ ຈັດສັນງົບປະມານ ແລະ ຈັດພະນັກງານຫັນລົງຊ່ວຍເມືອງໃຫ້ຫຼາຍຂື້ນ, 3,) ສືບຕໍ່ເອົາໃຈໃສ່ໃນການປະສານງານຢ່າງກົມກຽວກັນທຸກຂັ້ນ ໃນນີ້, ໃຫ້ປະຕິບັດຕາມຂໍ້ກຳນົດ ສະບັບເລກທີ 1709/ຈຂ.ອປ, ລົງວັນທີ 11 ພະຈິກ 2019 ວ່າດ້ວຍ ການປະສານງານລະຫວ່າງບັນດາພະແນກການ, ອົງການການແຂວງ ແລະ ເມືອງ ກັບຫ້ອງວ່າການແຂວງ.

ໃນໂອກາດກ່າວປິດກອງປະຊຸມ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ- ເຈົ້າແຂວງ ໄດ້ເນັ້ນໜັກບັນດາຜູ້ແທນກອງປະຊຸມ ຈົ່ງສືບຕໍ່ສຶກ ສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ພາຍໃນຂະແໜງການຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ຕ່າງໆ ໃຫ້ເປັນຂະບວນການຟົດຟື້ນກວ່າເກົ່າ, ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ, ຮັບປະກັນໃຫ້ແຂວງ ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສຸມໃສ່ແກ້ໄຂປະກົດ ການຍໍທໍ້ຕ່າງໆໃນສັງຄົມໃຫ້ຫຼຸດລົງ ແລະ ນຳພາປະຊາຊົນພັດທະນາເສດຖະກິດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມທັງ ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງກວ່າເກົ່າເພື່ອໃຫ້ການຈັດຕັ້ງປະຕິບັດ ວຽກງານໃນ ຕໍ່ໜ້າບັນລຸຕາມຄາດໝາຍທີ່ວາງໄວ້, ໃຫ້ ບັນດາທ່ານ ສະມາຊິກອົງການປົກຄອງແຂວງ ນຳເອົາເນື້ອໃນຈິດໃຈຊີ້ນຳໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ແລະ ມີອັນພົ້ນເດັ່ນຂື້ນ ແລະ ມອບໃຫ້ຮອງເຈົ້າແຂວງ ຜູ້ຊີ້ນຳແຕ່ລະຂົງເຂດວຽກງານ ແລະ ເມືອງເອົາໃຈໃສ່ຢ່າງໃກ້ຊິດ ແລະ ຊີ້ນຳລົງເລີກໃນແຕ່ລະດ້ານ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ມີການສ່ອງແສງລາຍງານເປັນແຕ່ລະເດືອນ. ຂ່າວ: ວິໄລສັກ ແກ້ວຫຼວງໂຄດ ອັດຕະປື ສຳເລັດກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ 4 ປີ 2021 ເຊິ່ງໄດ້ດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 27-28 ທັນວາ 2021 , ຊຶ່ງໄດ້ຈັດກອງປະຊຸມດ້ວຍລະບົບທາງໄກ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ- ເຈົ້າແຂວງ, ມີທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານ ຫົວໜ້າ-ຮອງພະແນກການ, ອົງການທຽບເທົ່າ, ກອງບັນຊາການ ທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບສຸກແຂວງ, ເຈົ້າເມືອງ 5 ເມືອງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍກອງເລຂາກອງປະຊຸມ ເຂົ້າຮ່ວມທັງໝົດ 47 ຂະແໜງການ. ກອງປະຊຸມຄັ້ງນີ້, ດຳເນີນໄປ ພາຍໃຕ້ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ຕ້ານ ການແພ່ລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ໃນກອງປະຊຸມໄດ້ຮັບຟັງການລາຍງານ ຄວາມຄືບໜ້າໃນການປະຕິບັດແຜນການຍຸດທະສາດ ຂອງຂະແໜງການ, ຂອງແຂວງ, ໂດຍສະເພາະ ການຈັດຕັ້ງປະຕິບັດບາງວຽກງານທີ່ກອງປະຊຸມອົງການປົກຄອງແຂວງຊີ້ນຳຜ່ານມາ ທັງວຽກປົກກະຕິ ແລະ ວຽກຮີບດ່ວນ ລວມ ມີ 16 ພາກສ່ວນ, ມີ 21 ຫົວຂໍ້ ລວມທັງ 5 ເມືອງ ປະຈໍາປີ 2021. ຜູ້ແທນກອງປະຊຸມ ໄດ້ເປັນເຈົ້າການ ປະກອບຄຳຄິດຄຳເຫັນ ຂໍ້ສະເໜີຕ່າງໆ ຕໍ່ການລາຍ ເຫັນວ່າ ມີເຫດຜົນ ຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບຕໍ່ການລາຍງານດັ່ງນີ້: 1,) ເອກະພາບ ຕໍ່ການລາຍງານ ການຈັດຕັ້ງປະຕິບັດ ວຽກງານຍຸດທະສາດ, ວຽກປົກກະຕິ ແລະ ວຽກສຸກເສີນຮີບດ່ວນ ຂອງແຕ່ລະຂະແໜງການ ໃນປີ 2021 ຜ່ານມາ. ສາມາດສັງລວມໄດ້ວ່າ ມີຜົນສໍາເລັດຫຼາຍດ້ານ; ແຕ່ເຖິງຢ່າງໃດກໍ່ດີ ຍັງສັງເກດເຫັນວ່າ ມີບັນຫາຂໍ້ຄ້າງ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ, ດ້ານໜຶ່ງ ໄດ້ຮັບຜົນກະທົບຈາກສະພາບການແພ່ລະບາດຂອງພະຍາດ ໂຄວິດ-19 ແລະ ສະພາບການປ່ຽນແປງດ້ານອື່ນໆ, ດ້ານທີສອງ ຄວາມຮັບຜິດຊອບຂອງຂະແໜງການຍັງບໍ່ທັນເຂັ້ມແຂງເທົ້າທີ່ຄວນ, ຊຶ່ງບັນຫາດັ່ງກ່າວ ເປັນສິ່ງທ້າທາຍຕໍ່ລະບົບການບໍລິຫານ-ຈັດການຂອງພາກລັດ ເພື່ອສູ້ຊົນສືບຕໍ່ແກ້ໄຂໃນປີ 2022ໃຫ້ບັນລຸຕາມແຜນການທີ່ຄາດໝາຍໄວ້, 2) ຕໍ່ກັບຮ່າງ ນິຕິກຳລຸ່ມກົດໝາຍ 2 ສະບັບ, ໂດຍຟື້ນຖານກອງປະຊຸມເຫັນດີ ແຕ່ຍັງບໍ່ທັນຈະແຈ້ງ. ໃຫ້ແຕ່ງຕັ້ງຄະນະກຳມະການ ໂດຍມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນໃຈກາງ ປະສານສົມທົບກັນກັບຂະແໜງການກ່ຽວຂ້ອງ ເພື່ອສຶກສາ ຄົ້ນຄ້ວາຢ່າງລະອຽດ, ມີຄວາມຈຳເປັນແນວໃດ, ບໍ່ຂັດກັບນິຕິກໍາອື່ນແນວໃດ. ເມື່ອຄົ້ນຄ້ວາສຳເລັດແລ້ວໃຫ້ນຳເອົາຮ່າງດັ່ງກ່າວເຂົ້າຜ່ານໃນກອງປະຊຸມອົງການປົກຄອງແຂວງຄັ້ງຕໍ່ໄປ, ກອງປະຊຸມເອກະພາບມອບໃຫ້ແຕ່ລະຂະແໜງການ ສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດດັ່ງນີ້: 1,) ໃຫສະມາຊິກອົງການປົກຄອງແຂວງ, ເຈົ້າເມືອງ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງກຳແໜ້ນພື້ນຖານ ມະຕິສະໄໝທີ XI ຂອງພັກ, ມະຕິສະໄໝທີ XI ຂອງອົງຄະນະພັກແຂວງ. ສຸມໃສ່ສ້າງການຫັນປ່ຽນໃໝ່ ເລິກເຊິ່ງຮອບດ້ານທາງດ້ານຈິນຕະນາການ ແລະ ມີຄວາມຮັບຜິດຊອບສູງ ໃນການແກ້ໄຂບັນຫາ ອັນອ່ອນ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆ ຕາມຄວາມຮັບຜິດຊອບຂອງຕົນ, ສ້າງກົນໄກໃໝ່ ເພີ້ມທະວີຄວາມເຂັ້ມງວດໃນການແກ້ໄຂບັນຫາ ໃຫ້ບັນລຸ ໃນປີ 2022, 2,) ໃຫ້ແຕ່ລະຂະແໜງການ ກວດກາຄືນ ຄວາມຮັບຜິດຊອບ ໃນການແບ່ງຂັ້ນຄຸ້ມຄອງ ຕາມທິດສາມສ້າງ, ຜ່ານມາຍັງມີບາງຂະແໜງການບໍ່ທັນຈະແຈ້ງ, ຄ້າງນຳພາກສ່ວນໃດ ກໍ່ໃຫ້ຮີບຮ້ອນແກ້ໄຂ ແລະ ໃຫ້ແຕ່ລະຂະແໜງການກ່ຽວຂ້ອງ ຄົ້ນຄ້ວາ ຈັດສັນງົບປະມານ ແລະ ຈັດພະນັກງານຫັນລົງຊ່ວຍເມືອງໃຫ້ຫຼາຍຂື້ນ, 3,) ສືບຕໍ່ເອົາໃຈໃສ່ໃນການປະສານງານຢ່າງກົມກຽວກັນທຸກຂັ້ນ ໃນນີ້, ໃຫ້ປະຕິບັດຕາມຂໍ້ກຳນົດ ສະບັບເລກທີ 1709/ຈຂ.ອປ, ລົງວັນທີ 11 ພະຈິກ 2019 ວ່າດ້ວຍ ການປະສານງານລະຫວ່າງບັນດາພະແນກການ, ອົງການການແຂວງ ແລະ ເມືອງ ກັບຫ້ອງວ່າການແຂວງ.

ໃນໂອກາດກ່າວປິດກອງປະຊຸມ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ- ເຈົ້າແຂວງ ໄດ້ເນັ້ນໜັກບັນດາຜູ້ແທນກອງປະຊຸມ ຈົ່ງສືບຕໍ່ສຶກ ສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ພາຍໃນຂະແໜງການຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ຕ່າງໆ ໃຫ້ເປັນຂະບວນການຟົດຟື້ນກວ່າເກົ່າ, ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ, ຮັບປະກັນໃຫ້ແຂວງ ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສຸມໃສ່ແກ້ໄຂປະກົດ ການຍໍທໍ້ຕ່າງໆໃນສັງຄົມໃຫ້ຫຼຸດລົງ ແລະ ນຳພາປະຊາຊົນພັດທະນາເສດຖະກິດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມທັງ ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງກວ່າເກົ່າເພື່ອໃຫ້ການຈັດຕັ້ງປະຕິບັດ ວຽກງານໃນ ຕໍ່ໜ້າບັນລຸຕາມຄາດໝາຍທີ່ວາງໄວ້, ໃຫ້ ບັນດາທ່ານ ສະມາຊິກອົງການປົກຄອງແຂວງ ນຳເອົາເນື້ອໃນຈິດໃຈຊີ້ນຳໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ແລະ ມີອັນພົ້ນເດັ່ນຂື້ນ ແລະ ມອບໃຫ້ຮອງເຈົ້າແຂວງ ຜູ້ຊີ້ນຳແຕ່ລະຂົງເຂດວຽກງານ ແລະ ເມືອງເອົາໃຈໃສ່ຢ່າງໃກ້ຊິດ ແລະ ຊີ້ນຳລົງເລີກໃນແຕ່ລະດ້ານ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ມີການສ່ອງແສງລາຍງານເປັນແຕ່ລະເດືອນ. ຂ່າວ: ວິໄລສັກ ແກ້ວຫຼວງໂຄດ