banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:128
ມື້ວານນີ້:ມື້ວານນີ້:473
ອາທິດນີ້:ອາທິດນີ້:1954
ເດືອນນີ້:ເດືອນນີ້:11307
ທັງໝົດ:ທັງໝົດ:892769

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ພິທີເປີດໂຕ ບໍລິສັດບໍລິການຂົນສົ່ງພາຍໃນ ແລະ ຕ່າງປະເທດ.

ໃນຕອນບ່າຍ ຂອງວັນທີ 9 ກຸມພາ 2021 ທີ່ຕຶກ ສໍານັກງານ ອົງການ ປົກຄອງແຂວງ ອັດຕະປື, ບໍລິສັດ ບໍລິການ ຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ຈໍາກັດ ຜູ້ດຽວ ໄດ້ຈັດ ກອງປະຊຸມ ເປີດໂຕ ເຄື່ອນໄຫວ ຂົນສົ່ງ ສິນຄ້າ ຢູ່ແຂວງ ອັດຕະປື ໂດຍເປັນກຽດ ເຂົ້າຮ່ວມ ຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ, ມີທ່ານ ເສັງຄໍາ ສິດທິອຸດົມ ຮອງຫົວໜ້າ ພະແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ, ມີຜູ້ ອໍານວຍການ ພ້ອມດ້ວຍ ພະນັກງານ ວິຊາການ ຂອງບໍລິສັດ ດັ່ງກ່າວ ແລະ ແຂກຖືກເຊີນ ທັງພາກລັດ, ພາກ ເອກະຊົນ, ນັກລົງທຶນ ແລະ ຜູ້ ປະກອບການ ພາຍໃນແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ສຸດໃຈ ກິດຕິລາດ ຮອງຜູ້ ອໍານວຍການ ບໍລິສັດ ໄດ້ລາຍງານ ຄວາມເປັນມາ ແລະ ການເຄື່ອນໄຫວ ໂດຍຫຍໍ້ ເຊິ່ງບໍລິສັດ ດັ່ງກ່າວນີ້ ມີການ ສ້າງຕັ້ງ ທີ່ຖືກຕ້ອງ ສອດຄ່ອງ ຕາມລະບຽບ ກົດໝາຍ, ມີຂໍ້ມູນ ຈະແຈ້ງ ແລະ ໝັ້ນຄົງ, ສໍານັກງານ ຕັ້ງຢູ່ ບ້ານສຸນັນທາ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ, ເປັນບໍລິສັດ ທີ່ບໍລິການ ຂົນສົ່ງ ທັງພາຍໃນ ແລະ ຕ່າງປະເທດ, ປັດຈຸບັນ ບໍລິສັດ ມີພາຫະນະ ປະເພດ ລົດພ້ວງ 22 ລໍ້ ຈໍານວນ 39 ຄັນ ເພື່ອກຽມພ້ອມ ຮັບໃຊ້ ບໍລິການ ຢູ່ສາຂາແຂວງອັດຕະປື ແລະ ມີ ບຸກຄະລາກອນ ທີ່ພຽບພ້ອມ ໃຫ້ການ ບໍລິການ ເພື່ອອໍານວຍ ຄວາມສະດວກ ໃນການ ບໍລິການ ຂົນສົ່ງ ສິນຄ້າ ຂອງບັນດາ ນັກລົງທຶນ, ຜູ້ປະກອບ ການທັງພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນ ຜະລິດ ສິນຄ້າ ກະສິກໍາ ແລະ ອຸດສາ ຫະກໍາ ປຸງແຕ່ງຕ່າງໆ ຢູ່ແຂວງ ອັດຕະປື ເພື່ອສົ່ງ ຢູ່ພາຍໃນ ແລະ ອອກ ຕ່າງປະເທດ ເປັນຕົ້ນ: ສົ່ງໄປ ປະເທດ ສສ ຫວຽດນາມ, ສປ ຈີນ, ໄທ ແລະ ບັນດາ ປະເທດອີຢູ... ຮັບປະກັນ ໄດ້ຄວາມ ສະດວກ, ວອງໄວ ແລະ ປອດໄພ. ພາຍຫຼັງ ບໍລິສັດ ໄດ້ເປີດໂຕ ສາຂາ ຢູ່ແຂວງ ອັດຕະປື ຄັ້ງນີ້ແລ້ວ ຈະໄດ້ ນໍາເອົາ ພາຫະນະ ລົດພ້ວງ 22 ລໍ້ ຈໍານວນ 35 ຄັນ ທີ່ມີ ມາດຖານ ເຕັກນິກ ທັນສະໄໝ ເຂົ້າມາ ໃຫ້ທົດລອງ ນໍາໃຊ້ ບໍລິການ ແລະ ຖ້າຜູ້ປະກອບການ ມີຄວາມ ເພິ່ງພໍໃຈ ໃນການ ບໍລິການ ບໍລິສັດ ມີແຜນ ນໍາເອົາລົດ ຂົນສົ່ງ ເຂົ້າມາ ເພີ່ມຕື່ມອີກ ຕາມຄວາມ ຕ້ອງການ. ບັນດາ ນັກລົງທຶນ, ນັກທຸລະກິດ, ຜ້ປະກອບການ ແລະ ທ່ານໃດ ຕ້ອງການ ໃຊ້ບໍລິການ ສາມາດ ຕິດຕໍ່ ພົວພັນໄດ້ 020 9655 6555, 020 9955 5559 ຫຼື ເຂົ້າເບິ່ງ ຂໍ້ມູນ ລາຍລະອຽດ ໄດ້ທີ່ WWW. diflo gistic 18 88 @ gm . com

ໂອກາດ ດຽວກັນ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ທັງເປັນ ປະທານ ກອງປະຊຸມ ແລະ ຕາງໜ້າ ພາກລັດ ທີ່ເປັນ ຜູ້ບໍລິຫານ ຊຸກຍູ້ ສົ່ງເສີມ ພາກທຸລະກິດ, ການລົງທຶນ ກໍ່ຄື ການພັດທະນາ ເສດຖະກິດ - ສັງຄົມ ໃຫ້ມີການ ເຕີບໃຫຍ່ ຂະຫຍາຍຕົວ ໄດ້ມີ ຄໍາເຫັນ ໂອ້ລົມ ເຊິ່ງກ່ອນອື່ນ ໄດ້ສະແດງ ຄວາມຊົມເຊີຍ ທີ່ບໍລິສັດ ໄດ້ມາເປັນສ່ວນໜຶ່ງ ໃນການ ຊຸກຍູ້ - ສົ່ງເສີມ ການພັດທະນາ ດ້ານ ເສດຖະກິດ - ສັງຄົມ, ດ້ານການ ລົງທຶນ ຢູ່ ແຂວງອັດຕະປື ແລະ ເນັ້ນນັກ ໃຫ້ບໍລິສັດ ດັ່ງກ່າວ ສະໜອງ ຂໍ້ມູນ ລະອຽດຕື່ມ ໃຫ້ຜູ້ ປະກອບການ ແລະ ນັກລົງທຶນ ອື່ນໆ ໄດ້ຮັບຮູ້ ຢ່າງຈະແຈ້ງ ຫຼື ຈະເຮັດ ເປັນບົວຊົວ - ແຜນພັບ ຂໍ້ມູນ ບໍລິສັດ ເພື່ອແຈກຢາຍ, ພ້ອມທັງ ເອົາໃຈໃສ່ ສົມທົບປຶກສາ ຫາລື ແບບສະເພາະ ກັບບັນດາ ບໍລິສັດ ແລະ ຜູ້ ປະກອບການ ອື່ນໆ ເພື່ອຊອກຫາ ຜູ້ມາໃຊ້ ບໍລິການ, ເຮັດສັນຍາ ການບໍລິການ ແລະ ໃຫ້ມີ ນະໂຍບາຍ ທີ່ສ້າງຄວາມສະດວກ ສະສະບາຍ ສາມາດ ເປັນສິ່ງ ຈູງໃຈ ໃຫ້ຜູ້ມາໃຊ້ ບໍລິການ.