banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:466
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1855
ເດືອນນີ້:ເດືອນນີ້:7977
ທັງໝົດ:ທັງໝົດ:889439

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 

ສະໜາມໄຊ ປຸກລະດົມປະຊາຊົນສ້າງຂົວໄມ້ຕາມເສັ້ນທາງ 18 A

     ເມືອງ ສະໜາມໄຊ ເປັນອີກເມືອງໜຶ່ງ ທີ່ມີຄວາມອຸດົມສົມບູນ ຢູ່ໃນແຂວງ ອັດຕະປື ແຕ່ກົງກັນຂ້າມປັດຈຸບັນ ໂຄງລ່າງໃນລະບົບເສັ້ນທາງ ຍັງເປັນອຸປະສັກໃນຄວາມຫຍຸ້ງຍາກ ເປັນຕົ້ນ ລະບົບເສັ້ນທາງ ແຕ່ເທດສະບານແຂວງຫາເມືອງ ແລະ ແຕ່ເທດສະບານ ເມືອງຫາເຂດຊາຍແດນ ເຊື່ອຕໍ່ ເມືອງປະທຸມພອນ ແຂວງ ຈຳປາສັກ ເຖິ່ງວ່າມີເສັ້ນທາງທຽວໄດ້ 2 ລະດູກໍ່ຕາມ ແຕ່ຍັງມີອຸປະສັກທາງດ້ານ ຂົວຂ້າມຫ້ວຍ ເຊິ່ງໃນຫຼາຍປີທີ່ຜ່ານມາປະຊາຊົນ ໄດ້ເສຍເງິນເປັນຈຳນວນຫຼາຍສົມຄວນ ໃຊ້ຄ່າບໍລິການ ຂ້າມຂົວ ຂອງເອກະຊົນ ເປັນຕົ້ນ ແມ່ນຢູ່ເຂດກຸ່ມບ້ານແບ່ງວິໄລ, ກຸ່ມບ້ານປາກບໍ່ ແລະ ບ້ານອື່ນອີກ ຢູ່ເມືອງ ສະໜາມໄຊ.

     ປັດຈຸບັນ ຄະນະນຳຂອງເມືອງ ສະໜາມໄຊ ເຫັນໄດ້ຄວາມຫຍຸງຍາກຂອງປະຊາຊົນ ຈິ່ງໄດ້ແຕ່ງຕັ້ງຄະນະລົງປຸກລະດົມພໍ່ແມ່ປະຊາຊົນໃຫ້ເຂົ້າຮ່ວມໃນການກໍ່ສ້າງ ຂົວໄມ້ ຂ້າມຫ້ວຍ ຕາມເສັ້ນທາງ 18 A  ລວມມີຢູ່ 4 ແຫ່ງ ມີມູນຄ່າຂອງການກໍ່ສ້າງທັງໝົດ 180 ລ້ານກົ່ວກີບ ໂດຍໄດ້ປຸກລະດົມທຶນຮອນຂອງພໍ່ແມ່ປະຊາຊົນພາຍໃນ 2 ກຸ່ມບ້ານ ຄື: ກຸ່ບ້ານແບ່ງວິໄລ ແລະ ກຸ່ມບ້ານປາກບໍ່ ລວມມີ 9 ບ້ານເຂົ້າຮ່ວມ ພ້ອມນີ້ຍັງໄດ້ລະດົມດ້ານທຶນຮອນ ໃນ 40 ບ້ານ ທົ່ວເມືອງ ສະໜາມໄຊເຂົ້າໃນການກໍ່ສ້າງຕື່ມອີກ, ການຈັດຕັ້ງ ປະຕິບັດແມ່ນໄດ້ເລີ່ມມາ ແຕ່ເດືອນມິຖຸນາເປັນຕົ້ນມາ ໂດຍໄດ້ປະສົມປະສານສົມທົບກັບອຳນາດ ການປົກຄອງບ້ານລະດົມຊາວໜຸ່ມ ເປັນຕົ້ນແມ່ນການປະກອບດ້ານເຮື່ອແຮງ ເຊັ່ນ: ການເລື່ອຍໄມ້ ຕະຫຼອດຮອດການປຸກລະດົມທຶນຮອນ ແລະ ອື່ນໆ, ໃນການກໍ່ສ້າງແມ່ນໄດ້ມີລະບົບກົນຈັກຂອງ ບໍລິສັດ ໄທອີຕາລຽນ ເຂົ້າຮ່ວມປະກອບສ່ວນກໍ່ສ້າງ ເຊິ່ງມີ ຂົວໄມ້ ຫ້ວຍກະລອງ, ລວງຍາວ 15 ເເມັດ, ກ້ວງ 4 ເເມັດ 50, ຂົວໄມ້ຫ້ວຍກະເເຊະ, ຍາວ 20 ເເມັດ, ກ້ວງ 4 ເເມັດ 50, ຂົວໄມ້ຫ້ວຍຕະເປິງນາງ ຍາວ 24 ເເມັດ, ກວ້າງ 4 ເເມັດ 50 ແລະ ຂົວໄມ້ຫ້ວຍລະທາຍ ບ້ານພອນມະນີ, ມີລວງຍາວ 27 ແມັດ ກວ້າງ 4 ແມັດ 50 ໃນການກໍ່ສ້າງຂົວດັ່ງກ່າວແມ່ນໄດ້ນຳໃຊ້ແຮງງານຂອງພໍ່ແມ່ປະຊາຊົນ ຄະນະນີ້ໄດ້ສຳເລັດໄປແລ້ວ 3 ແຫ່ງເຊັ່ນ: ມີຂົວຫ້ວຍກະລອງ, ຂົວຫ້ວຍກະເເຊະ, ຂົວຫ້ວຍລະທາຍ ແລະ ສໍາລັບ ຫ້ວຍຕະເປິງນາງ ແມ່ນຢູ່ໃນການກໍ່ສ້າງ ຄາດວ່າຈະສໍາເລັດໃນມໍ່ໆນີ້.

      ທ່ານ ນາງ ມະນີລາ ໄຊສົມບູນ ຮອງເຈົ້າເມືອງ ສະໜາມໄຊ ໄດ້ໃຫ້ການສຳພາດ ແກ່ສື່ມວນຊົນແຂວງ ອັດຕະປື ໃນ 4/7/2018 ຜ່ານມານີ້ວ່າ: ເປົ້າໝາຍໃນການປຸກລະດົມພໍ່ແມ່ປະຊາຊົນ ໃຫ້ມີສ່ວນຮ່ວມໃນການກໍ່ສ້າງ ຂົວໄມ້ ໃນ 4 ແຫ່ງນີ້ ແມ່ນເພື່ອແນໃສ່ປົດປ່ອຍຄວາມທຸກຍາກ ໃຫ້ພໍ່ແມ່ປະຊາຊົນຢູ່ໃນເມືອງສະໝາມໄຊ, ທັງເປັນການສ້າງຂະບວນການຂ່ຳນັບ ຮັບຕ້ອນປີທ່ອງທ່ຽວລາວ ເຊິ່ງແຂວງ ອັດຕະປື ຈະໄດ້ຈັດຂຶ້ນໃນທ້າຍປີ 2018 ຕິດພັນກັບຂະບວນການດັ່ງກ່າວ ຍັງເປັນການຮັບຕ້ອນ ການປະກາດ ເມືອງ ສະໜາມໄຊ ຈົບຊັນມັດທະຍົມຕອນຕົ້ນ, ການປະກາດບ້ານພັດທະນາ ຕາມບ້ານທີ່ຢູ່ລຽບຕາມສາຍທາງ 18 A ແລະ ຕ້ອນຮັບກອງປະຊມໃຫຍ່ ຄັ້ງທີ 12 ຂອງອົງຄະນະພັກເມືອງທີ່ຈະເປີດຂຶ້ນ ໃນປີ 2019 ທ່ານ ນາງ ມະນີລາ ໄຊສົມບູນ ເວົ້າຕື່ມອີກວ່າ ການກໍ່ສ້າງຂົວໄມ້ໃນຈຳນວນ 4 ດັ່ງກ່າວນີ້ ປັດຈຸບັນການປຸກລະດົມ ດ້ານທືນຮອນຍັງຕິດລົບຢູ່ກໍ່ຕາມ ແຕ່ຈະພະຍາຍາມ ປຸກລະດົມນໍ້າໃຈ ຄວາມສາມັກຄີຂອງພໍ່ແມ່ປະຊາຊົນ ແລະ ຂໍຮຽກຮ້ອງເຖິງບັນດາທ່ານ ທຸກພາກສ່ວນລວມທັງ ຜູ້ປະກອບການນັກທຸລະກິດ ພໍ່ແມ່ປະຊາຊົນທຸກພາກສ່ວນໃນທົ່ວແຂວງ ອັດຕະປື ຫຼື ໃນທົ່ວປະເທດ ຜູ້ທີ່ມີຄວາມສົນໃຈໃນການປະກອບສ່ວນ ສາມາດຕິດຕໍ່ພົວພັນໄດ້ ນໍາອົງການຈັດຕັ້ງຂັ້ນເມືອງ ເພື່ອນໍາໄປກໍ່ສ້າງຂົວໃນຈຳນວນດັ່ງກ່າວໃຫ້ສຳເລັດ ຕາມແຜນທີ່ວາງໄວ້ ທັງປະກອບສ່ວນ ເຂົ້າໃນການແກ້ ໄຂຄວາມທຸກຍາກຂອງ ພໍ່ແມ່ປະຊາຊົນຢູ່ໃນເມືອງ ສະໜາມໄຊ ໃຫ້ດີຂຶ້ນ ເຊິ່ງນອກຈາກຂົວ 4 ແຫ່ງແລ້ວ ກໍ່ຍັງມີອີກ 13 ບ້ານ ທີ່ບໍ່ສາມາດທຽວໄດ້ 2 ລະດູ ຢູ່ໃນນີ້ ຕົ້ນຕໍ່ ກໍ່ແມ່ນເລື່ອງຂົວຂ້າມນ້ຳ ເປັນບັນຫາອັນສຳຄັນ.

          ໂດຍ: ມາລາທິບ