banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:157
ມື້ວານນີ້:ມື້ວານນີ້:420
ອາທິດນີ້:ອາທິດນີ້:577
ເດືອນນີ້:ເດືອນນີ້:6699
ທັງໝົດ:ທັງໝົດ:888161

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ກອງປະຊຸມໃຫຍ່ ຄັ້ງທີ III ຄະນະພັກຮາກຖານ ຫ້ອງວ່າການ ປົກຄອງແຂວງ ໃນມື້ວັນທີ 12 ມັງກອນ 2015 ນີ້ ຄະນະພັກ ຮາກຖານ ຫ້ອງວ່າການ ປົກຄອງແຂວງ ອັດຕະປື ໄດ້ດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂື້ນ ຢ່າງເປັນທາງການ ທີ່ສະໂມສອນ ຫ້ອງວ່າການ ປົກຄອງແຂວງ ໂດຍການເປັນ ປະທານຂອງ ສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າ ຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມ ໃນກອງປະຊຸມ ມີສະຫາຍ ດຣ ນາມ ວິຍາເກດ ກຳມະການ ສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ ເຈົ້າແຂວງ ອັດຕະປື ມີທ່ານ ບົວໄລ ກົມະສິດ ຮອງຄະນະ ຈັດຕັ້ງແຂວງ ມີສະມະສິກພັກ ສົມບູນ ແລະ ສຳຮອງ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ 60 ກວ່າສະຫາຍ ໃນກອງປະຊຸມ ຄັ້ງນີ້ໄດ້ພ້ອມ ກັນຄົ້ນຄ້ວາ ປະກອບຄຳຄິດ ຄຳເຫັນ ແລະ ຮັບຮອງເອົາ ບົດລາຍງານ ການເມືອງ ທິດທາງຄາດໝາຍ ສູ້ຊົນແຕ່ລະດ້ານ ກ່ຽວກັບວຽກ ງານກໍ່ສ້າງ ປັບປຸງພັກ ພະນັກງານ ແລະ ບົດສຳຫຼວດ ການນຳພາລວມ ຂອງຄະນະພັກ ຊຸດເກົ່າຜ່ານມາ ຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ບົດຮຽນ ທີ່ຖອດຖອນໄດ້ ພ້ອມທັງຮັບຮອງ ເອົາຄາດໝາຍ ສູ້ຊົນ 3 ປີຕໍ່ໜ້າ ຄືແຕ່ປີ 2015 - 2017 ໃນນີ້ ເລັ່ງໃສ່ ການສ້າງໜ່ວຍພັກ ໃຫ້ມີຄວາມ ເຂັ້ມແຂງ ທາງດ້ານການ ເມືອງ-ແນວຄິດ, ການຈັດຕັ້ງ ຍົກສູງປະສິດທິພາບ ປະສິດທິຜົນໜ້າ ວຽກຂອງແຕ່ລະ ຂະແໜງການ ໃຫ້ສູງຂື້ນ ຄະນະພັກຫ້ອງ ວ່າການ ປົກຄອງແຂວງ ມີ 5 ຫ້ອງການ ທີ່ຂື້ນກັບ ແລະ 7 ຫ້ອງການສັງກັດ ມີສະມາຊິກ ພັກສົມບູນ 61 ສະຫາຍ ຍິງ 16 ສະຫາຍ, ສຳຮອງ 4 ສະຫາຍ ຍິງ 2 ສະຫາຍ.

ໃນກອງປະຊຸມໃຫຍ່ ຄັ້ງນີ້ ຍັງໄດ້ພ້ອມກັນ ໃຊ້ສິດປະຊາທິ ປະໄຕຂອງຕົນ ປ່ອນບັດ ຄັດເລືອກເອົາ ຄະນະພັກຖານຮາກ ຫ້ອງວ່າການແຂວງ ຊຸດໃໝ່ ເຊິ່ງມີຜູ້ອອກສະໝັກ 10 ສະຫາຍ ເລືອກເອົາ 7 ສະຫາຍ ໄດ້ຕາມ ລະດັບຄາດໝາຍ ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ຫົວໜ້າ ຫ້ອງວ່າການແຂວງ ເປັນເລຂາ ຄະນະພັກຮາກຖານ ຫ້ອງວ່າການແຂວງ, ເລືອກເອົາ ສະຫາຍ ບຸນເປັນ ສັງສົມສັກ ຮອງຫົວ ໜ້າຫ້ອງວ່າການ ປົກຄອງແຂວງ ເປັນຮອງເລຂາ, ທ່ານ ນາງ ບັນໃດ ໄຊຍະສິດ ຫົວໜ້າຂະແໜງ ກວດກາ ປະເມີນຜົນ ເປັນປະທານກວດກາ, ສະຫາຍ ຄຳມ່ວນ ຄູນມາລາ, ສະຫາຍ ວົງໄຊມະນີວົງ, ສະຫາຍ ຄຳລຽນ ແສງກາເລົາ, ສະຫາຍ ພູຂົງ ອ້ວນບຸບຜາ ເປັນຄະນະພັກ ຮາກຖານຊຸດໃໝ່ ພ້ອມນັ້ນ ກອງປະຊຸມ ຍັງໄດ້ ເລືອກເອົາ ຜູ້ແທນສົມບູນ ຈຳນວນ 4 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະ ພັກແຂວງ ໃນຕອນທ້າຍ ຂອງກອງປະຊຸມ ສະຫາຍ ດຣ ນາມ ວິຍາເກດ ກຳມະການ ສູນກາງພັກ ເລຂາຄະນະ ບໍລິຫານງານ ພັກແຂວງ ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນ ໂອ້ລົມ ເຊິ່ງນອກຈາກທ່ານ ໄດ້ສະແດງຄວາມຍ້ອງຍໍ ຜົນງານທີ່ຄະນະພັກ ຊຸດເກົ່າຍາດ ມາໄດ້ແລ້ວ ທ່ານ ຍັງໄດ້ສະແດງ ຄວາມເປັນຫ່ວງ ຕໍ່ດ້ານອ່ອນ ຂໍ້ຄົງຄ້າງ ພ້ອມທັງ ຮຽກຮ້ອງໃຫ້ ຄະນະພັກ ຊຸດໃໝ່ ຈະຕ້ອງສືບຕໍ່ ປັບປຸງແກ້ໄຂ ຖືສຳຄັນການ ປະຕິບັດລະບຽບ ຂອງພັກ ເຮັດວຽກ ເປັນໝູ່ຄະນະ ແບ່ງຄວາມ ຮັບຜິດຊອບ ມີການສຳຫຼວດ ກວດກາ ຕຳນິ ຊ່ວຍເຫຼືອກັນ ມີຄວາມສາມັກຄີ ເປັນເອກະພາບ ເອົາໄຈໃສ່ ຄຸ້ມຄອງ ສຳມະຊິກພັກ ນຳພາຄວາມເປັນ ແບບຢ່າງນຳໜ້າ ຈັດຕັ້ງປະຕິບັດ ວຽກງານໃຫ້ບຸກທະລຸ.