banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:233
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2478
ເດືອນນີ້:ເດືອນນີ້:13333
ທັງໝົດ:ທັງໝົດ:880509

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໜ່ວຍພັກ ຫ້ອງວ່າການ ຮັບມະຫາຊົນກ້າວ ໜ້າເຂົ້າພັກສຳຮອງ: ໜ່ວຍພັກຂະແໜງ ສັງລວມພັກ + ຂະແໜງ ເລຂານຸການ+ຂະແໜງ ກວດກາ ແລະ ປະເມີນຜົນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວໜ້າ ເຂົ້າພັກສຳຮອງ ພິທີດັ່ງກ່າວ ໄດ້ຈັດຂື້ນ ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານ ປົກຄອງແຂວງ ໃນຕອນບ່າຍ ວັນທີ 23 ມີນາ 2017 ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໃນພິທີດັ່ງກ່າວ ໂດຍແມ່ນ ສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາ ຄະນະພັກຮາກຖານ, ຫົວໜ້າ ຫ້ອງວ່າການແຂວງ, ເຂົ້າຮ່ວມ ມີບັນດາໜ່ວຍພັກ ທີ່ຂຶ້ນກັບ ຮາກຖານພັກ ຫ້ອງວ່າການ, ແຂກຖືກເຊີນ ພ້ອມດ້ວຍ ສຳມະຊິກ ພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນພິທີ, ພາຍຫຼັງ ຕາງໜ້າມະຫາຊົນ ກ້າວໜ້າ ຂື້ນຜ່ານ ໃບສະໝັກ ຂໍເຂົ້າເປັນ ສໍາມະຊິກພັກ ສໍາຮອງ ແລະ ຕາງໜ້າ ສຳມະຊິກພັກ ສົມບູນ ຂື້ນຜ່ານ ໃບຕິດຕາມ ເພື່ອຢັ້ງຢືນ ເຂົ້າພັກສຳ ຮອງແລ້ວ ສະຫາຍ ໂດແສງດາ ພິຈິດ ເລຂາໜ່ວຍ ພັກຂະແໜງ ສັງລວມພັກ + ຂະແໜງ ເລຂານຸການ + ຂະແໜງ ກວດກາ ແລະ ປະເມີນຜົນ ໄດ້ຂື້ນຜ່ານ ມະຕິຕົກລົງ ຂອງຄະນະ ປະຈຳພັກແຂວງ ວ່າດ້ວຍການ ອະນຸມັດມະຫາຊົນ ກ້າວໜ້າ ເຂົ້າພັກສຳຮອງ ຈຳນວນ 2 ສະຫາຍ ຄື: ສະຫາຍ ພອນໄຊ ຄູນມາລາ ແລະ ສະຫາຍ ນາງ ດາໄລ ຊາວເຊກະໝານ; ໂອກາດ ດັ່ງກ່າວ ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ກໍ່ໄດ້ຂື້ນສຳຜັດມື ກັບມະຫາຊົນ ກ້າວໜ້າ ເພື່ອເປັນການ ຢັ້ງຢືນ ໃນການ ເຂົ້າເປັນສຳມະຊິກ ພັກສຳຮອງ ຢ່າງເປັນທາງການ. ໃນຕອນທ້າຍ ຂອງພິທີ ສະຫາຍ ທະນູໄຊ ບັນຊາລິດ ປະທານໃນພິທີ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ທ່ານໄດ້ສະແດງ ຄວາມຊົມເຊີຍ ຕໍ່ສຳມະຊິກພັກ ສຳຮອງໃໝ່ ທັງສອງສະຫາຍ ທີ່ໄດ້ຜ່ານຜ່າ ຝືກຝົນຫຼໍ່ຫຼອມ ໃນຂະບວນການ ວຽກງານຕົວຈິງ ພ້ອມນັ້ນ ທ່ານຍັງໄດ້ຍົກ ໃຫ້ເຫັນບົດບາດ ຄວາມສຳຄັນ ຂອງພັກ ໃນການນຳພາ ໜ້າທີ່ຂອງ ສຳມະຊິກພັກ, ໂອກາດດັ່ງກ່າວ ທ່ານໄດ້ຮຽກຮ້ອງ ໃຫ້ສືບຕໍ່ໃນການ ຊອກຮູ້ຮໍ່າຮຽນ ກ່ຽວກັບກົດລະບຽບ ແລະ ມູນເຊື້ອ ຂອງພັກ ຕິດພັນກັບການ ຍົກສູງ ໜ້າທີ່ຄວາມ ຮັບຜິດຊອບ ວຽກງານ ວິຊາສະເພາະ ເປັນແບບຢ່າງນຳໜ້າ ໃນໄລຍະສະໃໝສຳຮອງ ເພື່ອເລື່ອນ ຂື້ນເປັນສຳມະຊິກ ພັກສົມບູນ ຕາມລະບຽບ ພັກວາງອອກ.