banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:436
ມື້ວານນີ້:ມື້ວານນີ້:420
ອາທິດນີ້:ອາທິດນີ້:856
ເດືອນນີ້:ເດືອນນີ້:6978
ທັງໝົດ:ທັງໝົດ:888440

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໜ່ວຍພັກ ຫ້ອງວ່າການ ຮັບມະຫາຊົນ ກ້າວໜ້າ ເຂົ້າພັກສຳຮອງ: ໃນວັນທີ 30 ທັນວາ 2016, ໜ່ວຍພັກ ຂະແໜງ ສັງລວມພັກ+ຂະແໜງ ເລຂານຸການ+ຂະແໜງ ກວດກາ ແລະ ປະເມີນຜົນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວໜ້າເຂົ້າພັກ ສຳຮອງ, ພິທີດັ່ງກ່າວ ໄດ້ຈັດຂື້ນ ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງ  ໃຫ້ກຽດ ເຂົ້າຮ່ວມ ເປັນປະທານ ໃນພິທີ ດັ່ງກ່າວ ໂດຍແມ່ນ ສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາ ຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການແຂວງ ເຂົ້າຮ່ວມ ມີບັນດາໜ່ວຍພັກ ທີ່ຂື້ນກັບ ຮາກຖານພັກ ຫ້ອງວ່າການ, ແຂກຖືກເຊີນ ພ້ອມດ້ວຍ ສຳມະຊິກພັກ ສົມບູນ ແລະ ສຳຮອງ ໃນໜ່ວຍ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນພິທີພາຍຫຼັງ ຕາງໜ້າ ມະຫາຊົນ ກ້າວໜ້າ ຂື້ນຜ່ານ ໃບສະໝັກ ຂໍເຂົ້າເປັນ ສໍາມະຊິກພັກສໍາຮອງ ແລະ ຕາງໜ້າ ສຳມະຊິກພັກ ສົມບູນ ຂື້ນຜ່ານ ໃບຕິດຕາມ ເພື່ອຢັ້ງຢືນ ເຂົ້າພັກ ສຳຮອງແລ້ວ ສະຫາຍ ໂດແສງດາ ພິຈິດ ເລຂາໜ່ວຍພັກ ຂະແໜງ ສັງລວມພັກ+ຂະແໜງ ເລຂານຸການ+ຂະແໜງ ກວດກາ ແລະ ປະເມີນຜົນ ໄດ້ຂື້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳ ພັກແຂວງ ວ່າດ້ວຍການ ອະນຸມັດ ມະຫາຊົນກ້າວໜ້າ ເຂົ້າພັກສຳຮອງ ຈຳນວນ 2 ສະຫາຍ ຄື: ສະຫາຍ ສຸລິໄຊ ສຸລິຍະໄລ ແລະ ສະຫາຍ ສະຫຼັກຄຳ ໄຊຍະສີດ; ໂອກາດ ດັ່ງກ່າວ ຄະນະພັກ ຮາກຖານ ແລະ ຄະນະໜ່ວຍພັກ ກໍ່ໄດ້ຂື້ນສຳຜັດມື ກັບມະຫາຊົນ ກ້າວໜ້າ ເພື່ອເປັນ ການຢັ້ງຢືນ ໃນການເຂົ້າເປັນ ສຳມະຊິກພັກ ສຳຮອງ ຢ່າງເປັນ ທາງການ. ໃນຕອນທ້າຍ ຂອງພິທີ ສະຫາຍ ທະນູໄຊ ບັນຊາລິດ ປະທານໃນພິທີ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ທ່ານໄດ້ສະແດງ ຄວາມຊົມເຊີຍ ຕໍ່ສຳມະຊິກ ພັກສຳຮອງໃໝ່ ທັງສອງສະຫາຍ ທີ່ໄດ້ຜ່ານຜ່າ ຝືກຝົນຫຼໍ່ຫຼອມ ໃນຂະບວນການ ວຽກງານຕົວຈິງ; ພ້ອມນັ້ນ ທ່ານຍັງໄດ້ຍົກ ໃຫ້ເຫັນບົດບາດ ຄວາມສຳຄັນ ຂອງພັກໃນການ ນຳພາ, ໜ້າທີ່ຂອງ ສຳມະຊິກພັກ, ໂອກາດດັ່ງກ່າວ ທ່ານໄດ້ຮຽກຮ້ອງ ໃຫ້ສືບຕໍ່ໃນການ ຊອກຮູ້ຮໍ່າຮຽນ ກ່ຽວກັບກົດລະບຽບ ແລະ ມູນເຊື້ອ ຂອງພັກ ຕິດພັນກັບ ການຍົກສູງ ໜ້າທີ່ ຄວາມຮັບ ຜິດຊອບ ວຽກງານວິຊາສະເພາະ ເປັນແບບ ຢ່າງນຳໜ້າ ໃນໄລຍະສະໃໝ ສຳຮອງ ເພື່ອເລື່ອນຂື້ນ ເປັນສຳມະຊິກພັກ ສົມບູນ ຕາມລະບຽບພັກ ວາງອອກ.