banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:98
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2343
ເດືອນນີ້:ເດືອນນີ້:13198
ທັງໝົດ:ທັງໝົດ:880374

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຫ້ອງວ່າການແຂວງ ຍົກລະດັບ ຄວາມຮູ້ດ້ານໄອທີ ໃຫ້ພະນັກງານ ຫ້ອງວ່າການແຂວງ ແລະ ຫ້ອງວ່າການເມືອງ 5 ເມືອງ: ຊຸດຝືກອົບຮົມ ຄວາມຮູ້ພື້ນຖານ ວຽກງານໄອທີ ເພື່ອຮັບໃຊ້ ວຽກງານບໍລິຫານລັດ ດ້ວຍລະບົບ ເອເລັກໂຕຣນິກ ໃຫ້ແກ່ວິຊາການ ຫ້ອງວ່າການແຂວງ ແລະ ຫ້າຕົວເມືອງ ແຂວງອັດຕະປື ໄດ້ສຳເລັດ ຢ່າງເປັນທາງການ ພາຍຫຼັງ ດຳເນີນໃນ ລະຫວ່າງ ວັນທີ 20 – 24 ກໍລະກົດ 2015 ໂດຍການ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ຫົວໜ້າ ຫ້ອງວ່າການແຂວງ ມີວິທະຍາກອນ ຮັບເຊີນຈາກ ຂະແໜງການ ພະແນກການ ອ້ອມຂ້າງ ພ້ອມດ້ວຍ ສຳມະນາກອນ ຈາກຫ້ອງວ່າການເມືອງ ເຂົ້າຮ່ວມ ທັງໝົດ 35 ຄົນ. ຕະຫຼອດໄລຍະ ການຝືກອົບຮົມ ເປັນເວລາ 5 ວັນ ຜູ້ເຂົ້າຮ່ວມ ໄດ້ຮຽນຄວາມຮູ້ພື້ນຖານ ວຽກງານໄອທີ ທັງພາກທິດສະດີ ແລະ ພາກປະຕິບັດ ຕົວຈິງ ໂດຍໄດ້ແບ່ງ ເປັນກຸ່ມຄົ້ນຄ້ວາ ເປັນຕົ້ນ: ການສ້າງ ແລະ ສົ່ງແມວ, ການຕິດຕັ້ງ ໂປຣແກຣມ ດຣັອບບ໋ອກ ແລະ ການແຊຂໍ້ມູນ, ການນຳໃຊ້ ໄມໂກຣຊອັບເວີກ, ແອັກແຊວ, ເຕັກນິກການປັບ ແຕ່ງເອກະສານ ທາງການ, ການສ້າງ ຟາວເວີພ໋ອຍ, ການຕິດຕັ້ງ ແລະ ນຳໃຊ້ໂປຣແກຣມ ອັງຕີໄວຣັດ ລວມທັງການ ແນະນຳວີທີ ເຂົ້າເວັບໄຊຂອງແຂວງ ແລະ ເວັບໄຊ ອື່ນໆ ໂອກາດ ດັ່ງກ່າວ ຍັງໄດ້ເຜີຍແຜ່ ດຳລັດວ່າດ້ວຍ ການຄຸ້ມຄອງ ຂໍ້ມູນຂ່າວສານ ຜ່ານອີນເຕີເນັດ ຕອນທ້າຍ ຂອງພິທີ ທ່ານ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ຫົວໜ້າ ຫ້ອງວ່າການແຂວງ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ທ່ານໄດ້ຕີລາຄາສູງ ຕໍ່ຊຸດອົບຮົມຄັ້ງນີ້ ເຊີ່ງຈະປະກອບ ສ່ວນສຳຄັນ ໃນການເສີມສ້າງ ທັກສະຄວາມຮູ້ ແກ່ວິຊາການ ຂັ້ນເມືອງ ໃນການນຳໃຊ້ລະ ບົບເຕັກໂນໂລຊີໃໝ່ ເຂົ້າໃນການ ປະຕິບັດໜ້າທີ່ ວິຊາສະເພາະ, ການຕິດຕໍ່ ປະສານງານ ລະຫວ່າງເມືອງ ກັບແຂວງ ກໍ່ຄືຂະແໜງການ ທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ ພ້ອມນັ້ນ ທ່ານຍັງໄດ້ ຮຽກຮ້ອງ ມາຍັງສຳ ມະນາກອນ ຈົ່ງນຳເອົາບົດຮຽນ ດັ່ງກ່າວໄປ ຜັນຂະຫຍາຍ ແລະ ຊອກຮູ້ຮໍ່າຮຽນ ເພີ່ມເຕີມ ຈາກນັ້ນ ທ່ານ ຫົວໜ້າ ຫ້ອງວ່າການແຂວງ ຍັງໄດ້ໃຫ້ກຽດ ມອບໃບຢັ້ງຢືນ ແກ່ສຳມະນາກອນ ພ້ອມທັງກ່າວ ປິດຊຸດອົບຮົມ ຢ່າງເປັນທາງການ ຊຸດຝືກອົບຮົມ ຄັ້ງນີ້ ໄດ້ຮັບການ ສະໜັບສະໜູນ ຈາກໂຄງການ ປປຄຊ ( GPAR CADEM fund ).