banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:127
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2372
ເດືອນນີ້:ເດືອນນີ້:13227
ທັງໝົດ:ທັງໝົດ:880403

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອາສາສະໜັກ ຮ່ວມໄຈ ຕ້ານໄພໜາວ ຈາກນະຄອນຫຼວງ ວຽງຈັນ ນຳໂດຍ ທ່ານ ປອ ຄຳພັນ ພົມມະທັດ ກຳມະການ ສູນກາງພັກ ຫົວໜ້າຫ້ອງວ່າການ ສູນກາງພັກ ພ້ອມດ້ວຍ ຄະນະ ໄດ້ນຳເອົາ ເຄື່ອງບັນເທົາທຸກ ຕ້ານໄພໜາວ ມາມອບ ໃຫ້ແກ່ ປະຊາຊົນ ຜູ້ທຸກຍາກ ຢູ່ແຂວງ ອັດຕະປື ໃນວັນທີ 20 ທັນວາ 2014 ນີ້ ໃຫ້ກຽດຕ້ອນຮັບ ແລະ ນຳພາຄະນະ ລົງມອບເຄື່ອງ ບັນເທົາທຸກ ຄັ້ງນີ້ ໂດຍແມ່ນ ທ່ານ ນາງ ຫວັດສະດີ ໂຄດໂຍທາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອັດຕະປື ພ້ອມດ້ວຍ ພະແນກການ ທີ່ກ່ຽວຂ້ອງ ເຂົ້າຮວ່ມ ເຄື່ອງທີ່ ນຳມາຊ່ວຍເຫຼືອ ໃນຄັ້ງນີ້ ລວມມີ: ຜ້າຮົ່ມກັນໜາວ, ເຄື່ອງນຸ່ງຮົ່ມ, ໝີ່, ອຸປະກອນກິລາ, ອຸປະກອນການຮຽນ, ແນວພັນພຶດ, ແນວພັນເຂົ້າ, ຢາປົວພະຍາດ, ເຄື່ອງນອນຄົນເຈັບ, ຜ້າໄກ ແລະ ທຶນການສຶກສາ. ລວມມູນຄ່າ 200,000,000 ກີບ.

ໃນນີ້, ໄດ້ມອບ ໃຫ້ປະຊາຊົນ ແລະ ນ້ອງນັກຮຽນ ທີ່ທຸກຍາກ ກຸ່ມບ້ານລະຍາວ, ໂຮງຮຽນ ມັດທະຍົມສົມບູນ ຊົນເຜົ່າ, ບ້ານຮະລາງ, ວັດສະແຄະ, ວັດທາດ ແລະ ໂຮງໝໍ ເມືອງ ໄຊເສດຖາ ເຊິ່ງເຄື່ອງ ຈຳນວນດັ່ງກ່າວ ແມ່ນໄດ້ມາຈາກ ການຮ່ວມໄຈ ຈາກຫຼາຍ ພາກສ່ວນ ຄື: ຮ້ານຂາຍຄຳພູວົງ, ຮ້ານອາຫານ ລະບຽງລົມ, ໂຮງງານ ອັອດສະກາ, ໂຮງງານ ຜະລິດຢາ ເລກສອງ, ບໍລິສັດ ກາເມັນ ຈຳກັດ, ບໍລິສັດ ດາວເຮືອງ, ບໍລິສັດ ທ່ອງທ່ຽວລີເຊີ, ບໍລິສັດ ເອັມເອສ ໄອລີມີເຕັດ, ມະຫາວິທະຍາໄລ ແຫ່ງຊາດ ສາຂາສັງຄົມ ສົງເຄາະ, ກຸ່ມລີລານ ເພື່ອສຸຂະພາບ, ໂຮງຮຽນ ລັດຕະນະ, ສວນອູ່ຄຳ ຊຽງຂວາງ, ຮ້ານຂາຍຄຳ ນາງພຸດທະລີ ແລະ ພາກສ່ວນ ອື່ນໆ ເຊິ່ງການນຳ ເອົາເຄື່ອງ ມາຊ່ວຍເຫຼືອ ຄັ້ງນີ້ ກໍ່ເພື່ອເປັນ ການແບ່ງປັນ ນໍ້າໄຈ ແບ່ງເບົາ ຄວາມສຸກທຸກ ໃຫ້ເພື່ອນມະນຸດ ດ້ວຍກັນ ທັງເປັນການ ສະແດງເຖິງ ຄວາມຫວ່ງໃຍ ຂອງການ ຈັດຕັ້ງ ຂັ້ນສູນກາງ ທີ່ມີຕໍ່ພໍ່ແມ່ ປະຊາຊົນ ທີ່ດ້ອຍໂອກາດ ເວົ້າສະເພາະ ຢູ່ແຂວງອັດຕະປື ເພື່ອເປັນກຳລັງໃຈ ໃຫ້ເຂົາເຈົ້າ ໄດ້ມີໂອກາດ ພັດທະນາຕົນເອງ ໃຫ້ມີຊີວິດ ການເປັນຢູ່ ທີ່ດີຂື້ນ.