banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:604
ມື້ວານນີ້:ມື້ວານນີ້:582
ອາທິດນີ້:ອາທິດນີ້:1719
ເດືອນນີ້:ເດືອນນີ້:604
ທັງໝົດ:ທັງໝົດ:895488

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ທຳລາຍຢາເສບຕິດ ປະເພດຢາບ້າ 34.144 ເມັດ ເນື່ອງໃນໂອກາດ ທີ່ແຂວງອັດຕະປື ຈັດພິທີສະເຫຼີມສະຫຼອງ ວັນສາກົນຕ້ານ ຢາເສບຕິດ ຄົບຮອບ 29 ປີ ທີ່ຈັດຂື້ນໃນມື້ ວັນທີ 24 ມິຖຸນາ 2016 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໃນພິທີດັ່ງກ່າວ ໄດ້ມີການຈູດ ທຳລາຍຢາເສບຕິດ ພະເພດຢາບ້າ ຈຳນວນ 34.144 ເມັດ ເຂົ້າຮ່ວມ ໃນພິທີດັ່ງກ່າວ ມີທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ປະທານຄະນະກຳມະການ ຕ້ານຢາເສບຕິດຂັ້ນແຂວງ ພ້ອມດ້ວຍ ຄະນະນຳພະແນກການ ອ້ອມຂ້າງ ຕະຫຼອດຮອດ ອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມເປັນສັກຂີພິຍານ ຈຳນວນຫຼວງຫຼາຍ. ທ່ານ ນາງ ບົວລະພາ ແກ້ວຫຼວງໂຄດ ຫົວໜ້າຫ້ອງການ ຄະນະກຳມະການກວດກາ ແລະ ຄອບຄຸມ ຢາເສບຕິດແຂວງ ໄດ້ລາຍງານໃຫ້ຮູ້ວ່າ ສະພາບບັນຫາ ຢາເສບຕິດ ຢູ່ແຂວງອັດຕະປື ໃນປະຈຸບັນ ຍັງມີລັກສະນະ ແຜ່ລາມຢ່າງກ້ວາງຂວາງ ນັບທັງຕົວເມືອງ ແລະ ຊົນນະບົດ ເຂດຫ່າງໄກສອກຫຼີກ ເປັນບັນຫາ ທີ່ກົດໜ່ວງຖ່ວງດືງ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ເປັນຕົ້ນເຫດ ການກໍ່ອາດສະຍາກຳ, ສ້າງຄວາມບໍສະຫງົບ ຢູ່ໃນສັງຄົມ ສະແດງອອກ ໃນການທັບມ້າງ ຄະດີຢາເສບຕິດມີ ທັງໝົດ 83 ກໍລະນີ, ມີຜູ້ຕ້ອງຫາ 127 ຄົນ, ຄົນຕ່າງປະເທດ 3 ຄົນ, ຢືດຂອງກາງ ຢາບ້າໄດ້ 54.047 ເມັດ. ໃນນີ້ສານຕັດສິນແລ້ວ 62 ກໍລະນີ, ມີຜູ້ຕ້ອງຫາ 90 ຄົນ, ຍິງ 35 ຄົນ, ຄົນຕ່າງປະເທດ 3 ຄົນ, ຂອງກາງຢາບ້າ 34.144 ເມັດ ແລະ ເຮໂລອິນ 5 ກ້ອນນ້ອຍ, ຍັງສືບຕໍ່ແກ້ໄຂ 21 ກໍລະນີ ຜູ້ຕ້ອງຫາ 37 ຄົນ.

ນອກຈາກນີ້ ທາງຄະນະຮັບຜິດຊອບ ຍັງໄດ້ເກັບກຳ ກຸ່ມເປົ້າໝາຍ ຂື້ນບັນຊີກຸ່ມສ່ຽງ ມີທັງໝົດ 1.723 ຄົນ, ຕົວເລກ ຜູ້ຕິດຢາເສບຕິດ 1719 ຄົນ, ຜູ້ຄ້າຂາຍ ຢາເສບຕິດມີ 209 ຄົນ. ຕໍ່ບັນຫາດັ່ງກ່າວ ຄະນະກຳມະການກວດກາ ແລະ ຄອບຄຸມຢາເສບຕິດ ໄດ້ເອົາໃຈໃສ່ ໃນການລົງໂຄສະນາ ເຜີຍແຜ່ ລະບຽບກົດໝາຍ, ຜົນຮ້າຍຂອງ ຢາເສບຕິດຄົນ ໃຫ້ບັນດາບ້ານ, ກົມກອງ, ໝວດໂຮງຮຽນ ໃນທົ່ວແຂວງໄດ້ ທັງໝົດ 42 ຄັ້ງ ມີຜູ້ເຂົ້າຮ່ວມ 34.261 ພ້ອມກັນນັ້ນ ຍັງໄດ້ກວດນໍ້າ ປັດສະວະຊອກຫາ ສານເສບຕິດ 1.411 ຄົນ, ພົບສານເສບຕິດ 118 ຄົນ ໂດຍໄດ້ແນະນໍາ ຜູ້ປົກຄອງນໍາໄປ ຮັບການບໍາບັດປິ່ນປົວ ຕາມສູນຕ່າງໆ ຕາມຄວາມເໝາະສົມ.