ຮູບພາບ | ປະຫວັດຫຍໍ້ |
|
+ ຜູ້ທີ 1 ປີ1961-1964: ທ່ານ ຄຳເຄື້ອນ ສີສະຫວາດ, ຕຳແໜ່ງ: ເລຂາ ພັກແຂວງ, ວັນ, ເດືອນ, ປີເກີດ: ປີ 1922, ກອງປະຊຸມ: ຄັ້ງທີ I, ຄັ້ງວັນທີ: 21 / 11 / 1961, ສະຖານທີ: ບ້ານ ນໍ້າກົງ ເມືອງ ສະໜາມໄຊ. |
![]() |
+ ຜູ້ທີ 2 ປີ 1964-1968: ທ່ານ ສຸຮັກ ແສນຈອມພູ, ຕຳແໜ່ງ: ເລຂາ ພັກແຂວງ, ວັນ, ເດືອນ, ປີເກີດ: 4 / 2 / 1920 ທີ່ບ້ານ ແທ, ແຕ່ງຕັ້ງ ບົ່ງຕົວ ຄັ້ງວັນທີ: 7 / 4 / 1964, ສະຖານທີ່: ບ້ານຍວນ ຫຼື ດົງກະລາ ເມືອງ ສະໜາມໄຊ. |
![]() |
+ ຜູ້ທີ 3 ປີ 1968-1974: ທ່ານ ທອງດຳ (ຕວຍ), ຕໍາແໜ່ງ: ເລຂາພັກແຂວງ, ວັນ, ເດືອນ, ປີເກີດ: ປີ 1 / 6 / 1917 ທີ່ບ້ານ ແທ, ກອງປະຊຸມ ຄັ້ງທີ III, ຄັ້ງວັນທີ: 27 / 10 / 1968, ສະຖານທີ່: ເມືອງ ສະໜາມໄຊ. |
![]() |
+ ຜູ້ທີ 4 ປີ 1974-1983: ທ່ານ ບົວລີ ໂຄດໂຍທາ, ຕຳແໜ່ງ: ເລຂາ ພັກແຂວງ, ປະທານ ປົກຄອງແຂວງ, ປະທານ ປະຊາຊົນແຂວງ, ວັນ, ເດືອນ, ປີເກີດ: ປີ 1917, ກອງປະຊຸມ ຄັ້ງທີ IV, ຄັ້ງວັນທີ: 2 / 12 / 1974, ສະຖານທີ່: ສະໂມສອນ ອົບຮົມແຂວງ. |
![]() |
+ ຜູ້ທີ 5 ປິ 1983 - 1992: ທ່ານ ແຜ້ວ ໄຊຍະວົງ, ຕຳແໜ່ງ: ເລຂາ ພັກແຂວງ, ປະທານ ປົກຄອງແຂວງ, ວັນ, ເດືອນ, ປີເກີດ: 22 / 9 / 1926, ກອງປະຊຸມ ຄັ້ງທີ V, ຄັ້ງວັນທີ 1 / 11 / 1983, ສະຖານທີ່: ໂຮງຮູບເງົາ ບ້ານວັດຫຼວງ ເມືອງ ສາມັກຄີໄຊ. |
![]() |
+ ຜູ້ທີ 6 ປີ 1992: ທ່ານ ທອງດຳ ຈັນທະພອນ, ຕຳແໜ່ງ: ເລຂາ ພັກແຂວງ, ວັນ, ເດືອນ, ປີເກີດ:....., ກອງປະຊຸມ ຄັ້ງທີ VI, ຄັ້ງວັນທີ 23 / 4 / 1992, ສະຖານທີ່: ສຳນັກງານ ປົກຄອງ ເມືອງ ສາມັກຄີໄຊ |
![]() |
+ ຜູ້ທີ 7 ປີ 1992 - 1995: ຫລັງຈາກ ທ່ານ ທອງດຳ ຈັນທະພອນ ຖືກຍົກຍ້າຍ ໄປປະຈຳການ ຢູ່ສູນກາງ, ໄດ້ບົງຕົວ ແຕ່ງຕັ້ງ ທ່ານ ຄໍາສ່ຽນ ສີສຸລາດ ເປັນເລຂາ ພັກແຂວງ - ເຈົ້າແຂວງ, ຮອດເດືອນ 2 / 1995 ທ່ານ ຄໍາສ່ຽນ ສີສຸລາດ ອອກຈາກ ເປັນເລຂາ ພັກແຂວງ - ເຈົ້າແຂວງ, ໄດ້ບົງຕົວ ແຕ່ງຕັ້ງ ທ່ານ ຄຳເກີດ ເວີນຄຳ ເປັນເລຂາ ພັກແຂວງ - ເຈົ້າແຂວງ. |
![]() |
+ ຜູ້ທີ 8 ປີ 1995-2005: ທ່ານ ຄຳເກີດ ເວີນຄຳ, ຕຳແໜ່ງ: ເລຂາ ພັກແຂວງ - ເຈົ້າແຂວງ, ວັນ, ເດືອນ, ປີເກີດ: 5 / 10 / 1955, ກອງປະຊຸມໃຫຍ່ ຄັ້ງທີ VII, ຄັ້ງວັນທີ 24 / 10 / 1997, ສະຖານທີ່: ສຳນັກງານ ປົກຄອງ ເມືອງ ສາມັກຄີໄຊ. |
![]() |
+ ຜູ້ທີ 9 ປີ 2005 - 10 / 2 / 2010: ທ່ານ ສີໄນ ມຽງລາວັນ, ຕຳແໜ່ງ: ເລຂາ ພັກແຂວງ - ເຈົ້າແຂວງ, ວັນ, ເດືອນ, ປີເກີດ: 15 / 07 / 1959, ກອງປະຊຸມໃຫຍ່ ຄັ້ງທີ VIII, ຄັ້ງວັນທີ: 19 - 21 / 12 / 2005, ສະຖານທີ່: ສະໂມສອນ ຫ້ອງວ່າການແຂວງ |
![]() |
+ ຜູ້ທີ 10 ເລີ່ມຮັບໜ້າທີ 10 / 2 / 2010 - 24 / 7 / 2014: ທ່ານ ປອ ຄຳພັນ ພົມມະທັດ, ຕຳແໜ່ງ: ເລຂາ ພັກແຂວງ - ເຈົ້າແຂວງ, ວັນ, ເດືອນ, ປີເກີດ: 3 / 7 / 1955, ກອງປະຊຸມໃຫຍ່ ຄັ້ງທີ IX, ຄັ້ງວັນທີ: 22 - 23 / 11 / 2010, ສະຖານທີ່: ສະໂມສອນ ຫ້ອງວ່າການແຂວງ.
|
+ ຜູ້ທີ 11 ເລີ່ມຮັບໜ້າທີ 24 / 7 / 2014 ຫາ 21/11/2017): ທ່ານ ປອ ນາມ ວິຍະເກດ, ຕຳແໜ່ງ: ເລຂາ ພັກແຂວງ - ເຈົ້າແຂວງ, ວັນ, ເດືອນ, ປີເກີດ: 5 / 6 / 1958, ກອງປະຊຸມໃຫຍ່ ຄັ້ງທີ X, ຄັ້ງວັນທີ: 11 - 13 / 8 / 2015 ທີ່ຫໍປະຊຸມໃຫຍ່ ຂອງແຂວງ.
|
|
+ ຜູ້ທີ 12 ເລີ່ມຮັບໜ້າທີ 22/11/2017 ຫາ ເດືອນ 9 ປີ 2020. - ທ່ານ ເລັດ ໄຊຍະພອນ, ຕຳແໜ່ງ: ເລຂາ ພັກແຂວງ-ເຈົ້າແຂວງ, ແຕ່ງຕັ້ງບົ່ງຕົວ - ທ່ານ ເລັດ ໄຊຍະພອນ ສືບຕໍ່ເປັນເລຂາພັກແຂວງ-ເຈົ້າແຂວງ, ຖືກຮັບຮອງ ໃນກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ XI ເປີດຂຶ້ນໃນຄັ້ງວັນທີ 17-18 ກັນຍາ 2020 ແລະ ໄດ້ສະໝັກເລືອກຕັ້ງ ເປັນກໍາມະການສູນກາງພັກ ໃນກອງປະ ຊຸມໃຫຍ່ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI |
ເລຂາພັກ-ເຈົ້າແຂວງອັດຕະປື ດຳລົງຕໍ່າແໜ່ງແຕ່ລະສະໄໝ ແຕ່ປີ 1961 ເຖິງ ປະຈຸບັນ