UNITEL ເປີດການນໍາໃຊ້ເຄືອຂ່າຍ 4G ຢູ່ ອັດຕະປື

      ໃນວັນທີ 14 ກໍລະກົດ 2018ນີ້ ສູນຍູນິດເທວ ສາຂາແຂວງອັດຕະປື ໄດ້ຈັດກິດຈະກຳເປີດການນໍາໃຊ້ ເຄືອຂ່າຍລະບົບ 4G ດ້ວຍຂີລົດເປັນບວນ ໂດຍມີຂະບວນລົດທັງໝົດ 17 ຄັນ ແລະ ມີ 43 ຄົນເຂົ້າຮ່ວມ.

     ທ່ານ ຈັນທະວີໄຊ ທໍາມະວົງ ອໍາໜວຍການສາຂາ ແຂວງ ອັດຕະປື ໃຫ້ຮູ້ວ່າ: ຈຸດປະສົງການຈັດກິດຈະກຳໃນຄັ້ງນີ້ ເພື່ອເປັນການໂຄສະນາ ໃຫ້ກັບພໍ່ແມ່ປະຊາຊົນ ແລະ ບັນດາລູກຄ້າ ທີ່ໃຊ້ເຄືອຂ່າຍ ຍູນິດເທວ ໃຫ້ຮູ້ວ່າ ປັດຈຸບັນ ຍູນິດເທວ ແມ່ນໄດ້ເປີດນໍາໃຊ້ສັນຍານລະບົບ 4G ແລະ ບັນດາໂປໂມຊັນ ບັນດາແຟັກເກັດ ຈຸດທີ່ໂດດເດັນກໍ່ຄືການນໍາໃຊ້ ແອບໂມຈາ ເປັນແອບໃໝ່ ສໍາລັບເຄືອຂ່າຍ ຍູນິດເທວ, ເຄືືອຂ່າຍ ຍູນິດເທວ ສາມມາດຄວບຄຸມໄດ້ເຖິງ 95%147ບ້ານ ສໍາລັບເມືອງສາມັກຄີໄຊກວມ 80 ບ້ານ ມີຜູ້ນໍາໃຊ້ 80 ພັນກ່ວາເລກໝາຍ ໃນນທົ່ວ ແຂວງອັດຕະປື.

    ພ້ອມນີ້ ທ່ານຈັນທະວີໄຊ ທໍາມະວົງ ອໍານວຍການສູນຍູນິດເທວ ຍັງໄດ້ເຊີນຊວນໃຫ້ບັນດາ ລູກຄ້າທີ່ນໍາໃຊ້ເຄືອຂ່າຍ ຍູນິດເທວ ໃຫ້ໄດ້ຮູຈັກກັບ ແອບໂມຈາ ເຊິ່ງມີພຽງເຄືອຂ່າຍຍູນິດເທວ ເຄືອຍຂ່າຍດຽວ ເທົ່ານັ້ນທີ່ສາມາດລິ້ນ ໄດ້ໂດຍບໍ່ເສຍຄ່າດາຕາ.

ໂດຍ: ມາລາທິບ