banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:465
ມື້ວານນີ້:ມື້ວານນີ້:627
ອາທິດນີ້:ອາທິດນີ້:1092
ເດືອນນີ້:ເດືອນນີ້:16032
ທັງໝົດ:ທັງໝົດ:705385

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ພະແນກ ຖວທ ອັດຕະປື ຫາລືກຽມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 68 ປີ

       ເນື່ອງໃນໂອກາດກະກຽມໃຫ້ ແກ່ການສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພີມຈໍາໜ່າຍແຫ່ງຊາດຄົບຮອບ 68 ປີ (13 ສິງຫາ 1950-13 ສິງຫາ 2018) ທີ່ຈະມາເຖິງໃນຕໍ່ໜ້ານີ້ ໃຫ້ເປັນບັນຍາກາດ ເບີກບານມ່ວນຊື່ນເໝືອນທຸກໆປີນັ້ນ ໃນປີ 2018 ນີ້ ອີງຕາມການຕົກລົງເຫັນດີ ໃນຂົງເຂດອົງການຈັດຕັ້ງພະແນກ ຖວທ ແຂວງ ອັດຕະປື ກ່ຽວກັບການສະເຫລີມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ເຊິ່ງໃນຊຸມປີຜ່ານມາຄະນະນຳ ຂອງພະແນກ ຖວທ ແຂວງ ແມ່ນໄດ້ຜັດປ່ຽນກັນ ເປັນເຈົ້າພາບ ແລະ ສຳລັບ ໃນປີ 2018 ປີນີ້ ຄົບຮອບ 68 ປີ ໂດຍແມ່ນເມືອງ ພູວົງ ເປັນເຈົ້າພາບ.

      ດັ່ງນັ້ນ, ມາໃນ ວັນທີ 3/7/2018 ທ່ານ ກົງຈັກ ສີສະຫວາດ ຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມຄະນະໃນຂະແໜງ ຖະແຫລງຂ່າວແຂວງ ໄດ້ລົງຊຸກຍູ້ກ່ຽວກັບການກະກຽມ ຄວາມພ້ອມ ການສະເຫລີມ ສະຫລອງວັນສື່ມວນຊົນ ຄົບຮອບ 68 ປີ ທີ່ຫ້ອງການ ຖວທ ເມືອງ ພູວົງ ເຊິ່ງກ່ອນອື່ນທ່ານໄດ້ຍົກ ໃຫ້ເຫັນເຖິງບົດບາດ ​ແລະ ຄວາມ​ສຳຄັນຂອງວັນສື່ມວນຊົນ ໃນການ​ເປັນ​ກະບອກ​ສຽງ ​ບໍ່ວ່າໃນຂະບວນການ ຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງລະບອບ ປະຊາທິປະໄຕ ປະຊາຊົນ ເຊິ່ງພັກປະຊາຊົນປະຕິວັດລາວ ໄດ້ຖືວຽກງານ ໂຄສະນາສຶກສາອົບຮົມ ໃນນັ້ນຂົງເຂດສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນອາວຸດອັນແຫລມຄົມຂອງພັກ ໃນການຕໍ່ສູ້ດ້ານ ການເມືອງ-ແນວຄິດ ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດ ໃນໄຊຊະນະລວມ ຂອງການປະຕິວັດລາວຕະຫລອດມາ ສະນັ້ນ, ເນື່ອງໃນໂອກາດວັນ ສະເຫລີມສະຫລອງວັນສືມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 68 ປີ ທີ່ຈະໄດ້ຈັດຂຶ້ນທີ່ເມືອງ ພູວົງເປັນເຈົ້າພາບປີນີ້ ທ່ານ ກົງຈັກ ສີສະຫວາດ ໄດ້ຊຸກຍູ້ໃຫ້ຄະນະນຳໃນຫ້ອງການ ຖວທ ເມືອງ ພູວົງ ສົມທົບກັບອົງການຈັດຕັ້ງຂັ້ນເມືອງ ຈົ່ງໄດ້ເອົາໃຈໃສ່ໃນຂັ້ນຕອນການກະກຽມກິດ ຈະກຳຕ່າງໆຕາມແຜນທີ່ວາງໄວ້ ເພື່ອສະ​ແດງ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້ ​ເຖິງ​ຜົນງານ ​ແລະ ຜົນສຳ​ເລັດ ຂອງ​ວຽກງານສື່ມວນຊົນ ກໍ່ຄືໃນຂົງເຂດຂະແໜ່ງ ຖະແຫລງຂ່າວ ໃຫ້ກວ້າງຂວງສູງຂຶ້ນ​.

      ໃນງານສະເຫລີມສະຫລອງຄັ້ງນີ້ ຈະໄດ້ມີການໂຮມຊຸມນຸມ ສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳຫນ່າຍ ຄົບຮອບ 68 ປີ ໃນວັນທີ 13 ສິງຫາ 2018 ໂດຍຈະມີ ພະນັກງານ-ລັດຖະກອນ, ພະນັກງານປະຕິວັດ ອາວຸໂສ-ບຳນານ ແລະ ຕົວ​ແທນ​ຈາກ​ຫລາຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ຈະໄດ້ຮັບຟັງການໂອ້ລົມ ຂອງການນຳຂັ້ນ​ເທິງ ​ເພື່ອຊີ້ທິດເຍືອງທາງ ​ໃຫ້​ຂະ​ແໜງສື່ມວນຊົນ ​ແລະ ການ​ພິມ ສືບຕໍ່ພັດທະນາ​ ໃຫ້​ດີ​ຂຶ້ນ​ເລື້ອຍໆ. ນອກ​ນັ້ນ ຍັງຈະມີການຍໍ້ຍໍໃຫ້ພະ ນັກງານສືມວນຊົນທີ່ມີຜົນງານດີເດັ່ນຕາມລຳດັບ ແລະ ມີການແຂ່ງຂັນກິລາ ເພື່ອມິດຕະພາບພາຍ ໃນຂົງເຂດສື່ມວນຊົນນຳອີກ.

ໂດຍ: ມາລາທິບ