banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:21
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1410
ເດືອນນີ້:ເດືອນນີ້:7532
ທັງໝົດ:ທັງໝົດ:888994

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໂຄງການສ້ອມແປງຫຼວງຢູ່ ແຂວງ ອັດຕະປື ຈະສຳເລັດໃນເດືອນ 6 ປີນີ້

          ໂຄງການ​ສ້ອມແປງ​ເສັ້ນຫຼວງ ຢູ່ແຂວງ ອັດຕະປື ​ເປັນ​ໂຄງການໜຶ່ງທີ່​​ຕິດ​ພັນ​ກັບ​ ແຜນການ​ພັດທະ­ນາ​ເສດ­ຖະ­ກິດ-ສັງ­ຄົມແຂວງ ຕາມແນວທາງຂອງ ພັກ-ລັດ ວາງອອກ ມາຮອດປັດຈຸບັນຜົນການກໍ່ສ້ອມແປງເສັ້ນທາງດັ່ງກ່າວ ປະຕິບັດໄດ້ 85% ແລະ ຄາດວ່າຈະສໍາເລັດໃນຕົ້ນເດືອນ 6 ປີ 2018 ນີ້

          ທ່ານ ສົມມາດ ລຸນທະປັນຍາ ຜູ້ຈັດການຂອງບໍລິສັດ ສົມໄຊ ຈະເລີນກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສືມວນ ແຂວງ ອັດຕະປື ໃນວັນທີ 24/5/2018 ຜ່ານມານີ້ວ່າ: ໂຄງການສ້ອມແປງເສັ້ນທາງ ຢູ່ ແຂວງ ອັດຕະປື ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ 1 ປີ 2018 ເຊິ່ງຮູບແບບການສ້ອມແປງແມ່ນປູເຕັງທັບທາງເກົ່າ ມີຄວາມໜາສະເລ່ຍ 5 ຊັງຕີເເມັດ, ປູທັບດ້ວຍຢາງຂົ້ວ ອັສຟານ ຄອນກີດ (Asphalt concrete), ເສັ້ນທາງເລກທີ 1I ເລີ່ມແຕ່ເທດສະບານແຂວງ ກມ76+00 ຫາ ແຍກທາງ 18B ກມ79+00, ຍາວ 3 ກມ, ​ເປັນທາງ 4 ເລນ, ມີຄວາມກວ້າງ 14 ເເມັດ, ໄດ້ 85% ຮັບປະກັນໃຫ້ 1 ປີ ລວມມູນຄ່າ 7,846,610,000 ​ກີບ ໂດຍແມ່ນງົບປະມານຂອງກອງທຶນທາງກະຊວງໂຍທາທິການ ແລະ ຂົນສົ່ງ.

          ທ່ານ ສົມມາດ ລຸນທະປັນຍາ ໄດ້ບອກລາຍລະອຽດຕື່ມວ່າ: ບໍລິສັດ ສົມໄຊ ຈະເລີນກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ ກໍ່ຕັ້ງມາໄດ້ 22 ປີ, ມີສາຂາຢູ່ 4 ແຂວງ ພາກໃຕ້ ແລະ ສາຂາໃຫຍ່ ແມ່ນຕັ້ງຢູ່ ບ້ານ ພັດທະນາສະໜາມໄຊ ເມືອງ ປາກເຊ ແຂວງ ຈຳປາສັກ, ມີໂຮງງານ ອັສຟານ ຄອນກີດ ຕັ້ງຢູ່ເມືອງ ລະມາມ ແຂວງ ເຊກອງ, ຄວາມສາດໃນການຜະລິດຂອງໂຮງງານ ແມ່ນ 80 ໂຕນຕໍ່ຊົ່ວໂມງ, ການຂົນສົ່ງຢ່າງອັສຟານ ຄອນກີດແມ່ນໃຊ້ລົດດາມ ໂດຍມີຜ້າບັດປົກຫຸ້ມ ເພື່ອເກັບກຳຄວາມຮ້ອນໃຫ້ຄົງທີ່ ພ້ອມນີ້ ທ່ານ ຍັງໄດ້ສະເເດງຄວາມຮູ້ສືກວ່າ ຂ້າພະເຈົ້າໃນນາມ ຕ່າງໜ້າ ໃຫ້ບໍລິສັດ ຮູ້ສຶກເປັນກຽດຢ່າງຍິ່ງທີ່ທາງກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຄວາມເຊື່ອໝັ້ນໃນຄວາມອາດສາມາດ ແລະ ປະສົບການຂອງບໍລິສັດ ເພື່ອປະກອບສ່ວນພັດທະນາທ້ອງຖິ່ນໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງໃນອະນາຄົດ ຖ້າໂຄງການນີ້ສຳເລັດຢູ່ແຂວງ ອັດຕະປື ຍັງຈະໄດ້ເຄື່ອນຍ້າຍສືບຕໍ່ສ້ອມແປງເສັ້ນທາງ ຢູ່ ແຂວງ ສາລະວັນຕື່ມອີກ.

ໂດຍ: ມາລາທິບ