banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:95
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2340
ເດືອນນີ້:ເດືອນນີ້:13195
ທັງໝົດ:ທັງໝົດ:880371

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໂຮງແຮມແສງທຽນ ເໝາະກັບການພັກ ຜ່ອນຂອງນັກທ່ອງທ່ຽວ ຢູ່ອັດຕະປື

ປັດຈຸບັນ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ອັດຕະປື ກຳລັງສຸມໃສ່ການ ໂຄສະນາປີທ່ອງທ່ຽວລາວ 2018 ເຊິ່ງນອກຈາກການເອົາໃຈ ໃສ່ໂຄສະນາ​ເຜີຍແຜ່ ​ວັດທະນະທຳອັນ​ດີງາມ ຂອງຊາດ, ປະຫວັດສາດ​ອັນ​ ເປັນມູນເຊື້ອ​ຂອງ​ລາວ ແລະ ຄວາມ​ອຸດົມ​ສົມບູນ​ຮັ່ງມີ ​ທາງ​ດ້ານ​ທຳ​ມະຊາດແລ້ວນັ້ນ, ຍັງໄດ້ເອົາໃຈໃສ່ໂຄສະສະນາ ດ້ານມາດຕາຖານສະຖານທີ່ ພັກແຮມໃນຫຼາຍແຫ່ງ ແລະ ລົງຕິດຕາມຊຸກຍູ້ ໃຫ້ຜູ້ປະກອບການດ້ານການບໍລິການນັກທ່ອງທ່ຽວ ໃນປີ 2018 ຢ່າງເປັນເຈົ້າການ ເພື່ອໃຫ້ໄດ້ມາດ ຕາຖານໃນລະດັບສາກົນ.

ໜຶ່ງໃນຈຳນວນຫຼາຍຂອງໂຮງແຮມ ທີ່ໄດ້ຈັດຢູ່ໃນລະດັບມາດ ຕາຖານຫຼາຍແຫ່ງຢູ່ແຂວງ ອັດຕະປື ທີ່ກຽມຕ້ອນຮັບ ນັກທ່ອງທ່ຽວ ສຳລັບປີ ທ່ອງທ່ຽວລາວ 2018 ນັ້ນ ໂຮງແຮມແສງທຽນ ກໍ່ແມ່ນໄດ້ເປັນໜຶ່ງ ເຊິ່ງບັນດານັກທ່ອງທ່ຽວຖ້າໄດ້ແວ່ພັກຜ່ອນ ຈະໄດ້ຮັບການດົນໃຈ ເພາະໂຮງແຮມແສງທຽນ ມີທິວທັດຢ່າງທຳມະຊາດ, ມີສາຍນ້ຳເຊກອງໄຫຼຜ່ານ ສາມາດເວົ້າໄດ້ວ່າ: ຈັດຢູ່ໃນລະດັບມາດຕາຖານ, ມີຄວາມສວຍງາມ, ກວ້າງຂວາງ, ສະອາດ, ສະຫງົບ ມີພະນັກງານທຸ່ມເທກັບການ ບໍລິການບັນດາທ່ານ ດ້ວຍຮອຍຍິ້ມທີ່ດີ, ບໍລິການລະບົບອິນເຕີເເນັດ wifi ຟີ, ໂຮງແຮມແສງທຽນເປີດ ໃຊ້ບໍລິການມາໄດ້ 1 ປີກວ່າ ສະຖານທີ່ຕັ້ງຢູ່ ບ້ານ ເຊໃຫຍ່ ເມືອງ ສະມັກຄີໄຊ ແຂວງ ອັດຕະປື, ເປັນຕຶກ 3 ຊັ້ນ ມີ​ຄວາມ​ສວຍ​ງາມ ພ້ອມ​ກັບຄຸນະພາບ ແລະ ສິ່ງ​ອຳນວຍຄວາມ ​ສະດວກ​ຄົບ​ຊຸດ ​ທີ່​ພ້ອມ​ໃຫ້ບໍລິການ ​ແກ່​ບັນດາ​ນັກທຸລະກິດ-ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ ດ້ວຍ​ມິດຕະພາບ.

ທ່ານ ນາງ ແສງອຳພອນ ວົງພູທອນ ເຈົ້າຂອງໂຮງແຮມ ໄດ້ໃຫ້ສຳພາດວ່າ: ໂຮງແຮມ ແສງທ່ຽນ ຂອງຂ້າພະເຈົ້າ ມີຫ້ອງນອນ ຕິດແອ ທັງໝົດ 23 ຫ້ອງໃນນີ້: ຫ້ອງຕຽງຄູ່ 8 ຫ້ອງ ລາຄາ 150.000 k ຕໍ່ຄືນ, ຫ້ອງດ່ຽວມີ 18 ຫ້ອງລາຄາ 120.000 k ຕໍ່ຄືນ, ບັນດາທ່ານໄດ້ມາພັກຜ່ອນ ແນ່ນອນໄດ້ຮັບຄວາມປອດໄພ, ມີສະຖານທີ່ສະດວກສະບາຍ ພວກເຮົາພ້ອມທີ່ຈະ ຮັບໃຊ້ທ່ານຢ່າງເຕັມທີ່ ເພື່ອສະຫນຸກກັບການພັກ ຜ່ອນຂອງທ່ານຕະຫຼອດ ການບໍລິການ ບັນດາທ່ານສົນໃຈ ສາມາດຕິດຕໍ່ພົວພັນ ໄດ້ທຸກເວລາ ທີ່ເບີ 020 22249962.

ໂດຍ: ມາລາທິບ