banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:375
ມື້ວານນີ້:ມື້ວານນີ້:449
ອາທິດນີ້:ອາທິດນີ້:1728
ເດືອນນີ້:ເດືອນນີ້:11081
ທັງໝົດ:ທັງໝົດ:892543

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ກອງປະຊຸມ ສະຫຼຸບ ແລະ ຖອດຖອນ ບົດຮຽນ ວຽກງານຫ້ອງວ່າການ ທົ່ວປະເທດ ຄັ້ງທີ VII ໄດ້ໄຂຂຶ້ນ ໃນຕອນເຊົ້າ ຂອງວັນທີ 15 ທັນວາ 2014 ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫຼວງວຽງຈັນ. ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການ ລັດຖະບານ. ມີບັນດາ ທ່ານຮອງ ຫົວໜ້າຫ້ອງວ່າການ ຂັ້ນສູນກາງ; ບັນດາທ່ານ ຫົວໜ້າ ຫ້ອງການກະຊວງ, ອົງການ ຂອງພັກ-ລັດ ອ້ອມຂ້າງສູນກາງ; ທ່ານຫົວໜ້າ ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ແລະ ແຂວງ ໃນຂອບເຂດ ທົ່ວປະເທດ ພ້ອມດ້ວຍ ແຂກຖືກເຊີນ ແລະ ພະນັກງານ ຫຼັກແຫຼ່ງ ພາຍໃນຫ້ອງວ່າການ ລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນໂອກາດ ກ່າວເປີດ ກອງປະຊຸມ ທ່ານປະທານ ກອງປະຊຸມ ໄດ້ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຄັ້ງນີ້ ຈະໄດ້ດຳເນີນ ເປັນເວລາ 2 ວັນ ນັບແຕ່ວັນທີ 15-16 ທັນວາ 2014 ພາຍໃນກອງປະຊຸມ ຈະໄດ້ຮັບຟັງ ບົດສະຫຼຸບຕີລາຄາ ການເຄື່ອນໄຫວ ວຽກງານ ຫ້ອງວ່າການ ທົ່ວປະເທດ ໄລຍະແຕ່ປີ 2011-2014 ແລະ ທິດທາງແຜນວຽກ ໃນຕໍ່ໜ້າ; ບົດປະກອບ ຄຳເຫັນ ຂອງຫ້ອງວ່າການ ສູນກາງພັກ ກ່ຽວກັບບົດຮຽນ ການເປັນເສນາທິການ ຮັບໃຊ້ການນຳ; ບົດປະກອບ ຄຳເຫັນ ຂອງຫ້ອງວ່າການ ປະທານປະເທດ ກ່ຽວກັບ ການປະຕິບັດບົດບາດ ເປັນເສນາທິການ ບໍລິຫານ ໃຫ້ທ່ານປະທານ ປະເທດ, ທ່ານ ຮອງປະທານ ປະເທດ ແລະ ການຫັນເປັນ ທັນສະໄໝ ແຕ່ປີ 2011 ເປັນຕົ້ນມາ; ບົດປະກອບຄຳເຫັນ ຂອງຫ້ອງວ່າການ ສະພາແຫ່ງຊາດ ກ່ຽວກັບ ການປະສານງານ ລະຫວ່າງ ຫ້ອງວ່າການ ສະພາແຫ່ງຊາດ ກັບຫ້ອງວ່າການ ລັດຖະບານ; ບົດຮຽນ ໃນການຫັນເປັນ ທັນສະໄໝ ແລະ ການບໍລິຫານ ເອກະສານ ຢູ່ພາຍໃນຫ້ອງ ວ່າການລັດຖະບານ. ນອກຈາກນີ້ ຍັງຈະໄດ້ຮັບຟັງ ການສະເໜີ ບາງບົດຮຽນ ຂອງຂະແໜງການ ທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດ ທົ່ວປະເທດ; ທັງນີ້ກໍ່ເພື່ອ ເປັນການປັບປຸງ ແບບແຜນ ວິທີເຮັດວຽກ, ຍົກສູງປະສິດທິຜົນ ການປະຕິ ບັດວຽກງານ ຂອງຫ້ອງວ່າການ ກໍ່ຄືການຜັນ ຂະຫຍາຍ 4 ບຸກທະລຸ ຂອງພັກ ໂດຍສະເພາະ ແມ່ນການບຸກທະລຸ ໃນດ້ານການແກ້ໄຂ ລະບອບລະບຽບ ການບໍລິຫານ ຄຸ້ມຄອງ ທີ່ຍັງກົດໜ່ວງ ອັດຕັນການຜະລິດ ຂອງທຸລະກິດ ແລະ ການບໍລິການ ທີ່ໄດ້ກຳນົດໄວ້ ໃນມະຕິກອງ ປະຊຸມໃຫຍ່ ຄັ້ງທີ IX ຂອງພັກ; ເປັນການກວດກາ, ຕີລາຄາການ ປະຕິບັດວຽກງານ ຫ້ອງວ່າການ ແຕ່ລະຂັ້ນ ໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນ ການປະຕິບັດ ພາລະບົດບາດ ເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ເພື່ອໃຫ້ເຫັນ ໄດ້ອັນດີ, ອັນອ່ອນ, ຂໍ້ຄົງຄ້າງ, ບົດຮຽນ ທີ່ຖອດຖອນໄດ້ ແລະ ຮ່ວມກັນສ້າງ ແຜນການ ຈັດຕັ້ງປະຕິ ບັດວຽກງານ ໃນຕໍ່ໜ້າ; ທັງເປັນການ ສ້າງໂອກາດ ເອື້ອອຳນວຍ ໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ໄດ້ຖອດຖອນ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ. ພິເສດ ກອງປະຊຸມໃຫຍ່ ຄັ້ງນີ້ ຍັງຈະໄດ້ຮັບຟັງ ການໂອ້ລົມ-ຊີ້ນຳ ຂອງທ່ານ ທອງສິງ ທຳມະວົງ ກໍາມະການ ກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ. ໃນໂອກາດ ດຽວກັນ, ທ່ານປະທານ ກອງປະຊຸມ ໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມ ຈົ່ງໄດ້ຍົກສູງ ຄວາມຮັບຜິດຊອບ ຂອງຕົນ, ສຸມທຸກ ສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເພື່ອຄົ້ນຄວ້າ ຕີລາຄາ, ປຶກສາຫາລື ແລະ ປະກອບ ຄວາມເຫັນ ໃສ່ແຕ່ລະບັນຫາ ຢ່າງຖີ່ຖ້ວນ, ມີຈຸດສຸມ, ກະທັດຮັດ ແລະ ຖືກປະເດັນ ເຮັດໃຫ້ການດຳ ເນີນກອງປະຊຸມ ຄັ້ງນີ້ ມີບັນຍາກາດ, ເຕັມໄປດ້ວຍ ເນື້ອໃນ ທີ່ເລິກເຊິ່ງ, ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບ ຄາດໝາຍ ທີ່ວາງໄວ້ ຢ່າງຈົບງາມ.