ໜ່ວຍຊາວໜຸ່ມຮາກຖານ ຈາກ 5 ພາກສ່ວນ
ຈັດກອງປະຊຸມອົບຮົມວຽກງານ ການເມືອງ-ແນວຄິດ
ໃນວັນທີ 10 ຕຸລາ 2023 ນີ້ ໜ່ວຍຊາວໜຸ່ມຮາກຖານ ຈາກ 5 ພາກສ່ວນ ຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ພະແນກການຕ່າງປະເທດແຂວງ ແລະ ພະແນກພາຍໃນແຂວງ ໄດ້ຈັດກອງປະຊຸມອົບຮົມວຽກງານ ການເມືອງ-ແນວຄິດ ໃຫ້ສະມາຊິກພາຍໃນຖັນແຖວຂອງ 5 ພາກສ່ວນ ໂດຍຈັດຂື້ນທີ່ຫ້ອງປະຊຸມຊັ້ນ 5 ( 514 ) ຂອງຕຶກສຳນັກງານອົງການປົກຄອງແຂວງ, ມີບັນດາຄະນະນຳ ແລະ ສະມາຊິກຊາວໜຸ່ມຈາກ 5 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ອີງຕາມວາລະຂອງກອງປະຊຸມ ອົບຮົມວຽກງານ ການເມືອງ-ແນວຄິດ ຄັ້ງນີ້ ແມ່ນມີ 9 ບົດທີ່ສຳຄັນ ທີ່ໄດ້ນຳມາເຜີຍແຜ່ຄື: ບົດທີ 1: ເສີມຂະຫຍາຍມູນເຊື້ອຂອງຊາດ, ບົດທີ 2: ມູນເຊື້ອຂອງຊາວໜຸ່ມລາວ, ບົດທີ 3: ພັກປະຊາຊົນລາວ ກັບ ຊາວໜຸ່ມ, ບົດທີ 4: ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ບົດທີ 5: ຊາວໜຸ່ມ ກັບ ການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ, ບົດທີ 6: ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຊາວໜຸ່ມ, ບົດທີ 7: ຍຸດທະສາດການພັດທະນະຊາວໜຸ່ມ-ເຍົາວະຊົນ, ບົດທີ 8: ຊາວໜຸ່ມກັບພັນທະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບົດທີ 9: ຝືກຝົນຄຸນສົມບັດສີນທຳປະຕິວັດ ແມ່ນໜ້າທີ່ຂອງຊາວໜຸ່ມ. ໃນບັນດາຫົວຂໍ້ ທີ່ສຳຄັນຂ້າງເທິງນັ້ນປະກອບມີ ສະຫາຍ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ຈັນເພັດ ຈັນທະມາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ສະຫາຍ ໄຊລະຄອນ ອີນທິວົງ ຮອງຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເປັນກຽດຜັດປ່ຽນກັນຂື້ນບັນຍາຍ ບັນດາຫົວຂໍ້ທີ່ກ່າວມາຂ້າງເທິງນັ້ນ ຢ່າງມີຄວາມໝາຍ, ໄດ້ເນື້ອໃນໃຈຄວາມໂດຍຄົບຖ້ວນ ແລະ ເລີກເຊິ່ງ.
ການຈັດກອງປະຊຸມອົບຮົມ ວຽກງານງານ ການເມືອງ-ແນວຄິດ ໃນຄັ້ງນີ້ແມ່ນໄດ້ຈັດຂື້ນ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແນ່ໃສສືກສາອົບຮົມຊາວໜຸ່ມ ໃຫ້ກາຍເປັນຜູ້ສຶບທອດພາລະກິດປະຕິວັດຂອງພັກຢ່າງໜັກແໜ້ນ ແລະ ຜ່ານການຮັບຟັງ ການເຜີຍແຜ່ ບັນຍາຍບັນດາຫົວຂໍ້ຂ້າງເທິງນັ້ນ ຈຸດປະສົ່ງຫຼັກກໍ່ເເມ່ນ ເພື່ອເຮັດໃຫ້ຊາວໜຸ່ມໄດ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບມູນເຊື້ອຂອງຊາດລາວ, ຂອງຊາວໜຸ່ມລາວ, ພັກປະຊາຊົນລາວກັບຊາວໜຸ່ມ, ສ້າງ ແລະ ບູລະນະປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ, ເຂົ້າໃຈກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ, ຍຸດທະສາດພັດທະນາວຽກງານຊາວໜຸ່ມໃນຕໍ່ໜ້າ, ຮັບຮູ້-ເຂົ້າໃຈກ່ຽວກັບຊາວໜຸ່ມກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຝຶກຝົນຄຸນສົມບັດສີນທຳປະຕິວັດ.
ບົນພື້ນຖານຂອງຄວາມຮັບຮູ້ ແລະ ເຂົ້າໃຈດັ່ງກ່າວມານີ້ ກໍ່ແມ່ນເພື່ອເຮັດໃຫ້ຊາວໜຸ່ມ ມີຄວາມເອກອ້າງທະນົງໃຈ ແລະ ພ້ອມກັນເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມ, ເຮັດໃຫ້ຊາວໜຸ່ມມີມານະຈິດຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສີນທຳປະຕິວັດໜັກແໜ້ນ, ໃຫ້ມີຈິດໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງຊາດ, ເພື່ອຍົກສູງຄວາມເຊື່ອໝັ້ນຂອງຊາວໜຸ່ມຕໍ່ການນຳພາຂອງພັກ ແລະ ກໍ່ແມ່ນເພື່ອຍົກສູງຄວາມຮັບຜິດຊອບຂອງສະມາຊິກຊາວໜຸ່ມຂອງ 5 ພາກສ່ວນນີ້ ໄດ້ນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິດບັດ ໜ້າທີ່ອັນມີກຽດສະຫງ່າ ທີ່ພັກ-ລັດ ມອບໝາຍໃຫ້ດ້ວຍຄວາມມີສະຕິຕື່ນຕົວ ແລະ ຄວາມຮັບຜິດຊອບສູງ.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ.