ກອງປະຊຸມ ພົບປະແລກປ່ຽນບົດຮຽນ
ວຽກງານຫ້ອງວ່າການ 5 ແຂວງ ( ແຂວງ ຈຳປາສັກ, ສາລະວັນ, ເຊກອງ,ອັດຕະປື ແລະ ສະຫວັນນະເຂດ)
ກອງປະຊຸມ ພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການ 5 ແຂວງ ( ແຂວງ ຈຳປາສັກ, ສາລະວັນ, ເຊກອງ,ອັດຕະປື ແລະ ສະຫວັນນະເຂດ) ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 23 ກັນຍາ 2023, ທີ່ແຂວງຈຳປາສັກ (ເປັນເຈົ້າພາບ). ໂດຍການເປັນປະທານຮ່ວມ ຂອງ ທ່ານ ທອງລີ ສີສຸລິດ ຫົວໜ້າຫ້ອງວ່າການແຂວງຈຳປາສັກ, ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປື, ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ, ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການແຂວງສາລະວັນ ແລະ ທ່ານ ສີໂທ ທໍລະທາ ຮອງຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ, ມີບັນດາຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ ວິຊາການພາຍໃນຫ້ອງວ່າການ 5 ແຂວງ ເຂົ້າຮ່ວມຢ່າພ້ອມພຽງ.
ໃນໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້, ທ່ານ ທອງລີ ສີສຸລິດ ຫົວໜ້າຫ້ອງວ່າການແຂວງຈຳປາສັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ມື້ນີ້ແຂວງຈຳປາສັກຂອງພວກເຮົາ, ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານຫ້ອງວ່າການ 5 ແຂວງປະຈຳປີ 2023 ພ້ອມກັນນັ້ນກໍ່ສຸດທີ່ມີຄວາມປິຕິຊົມຊື່ນ ແລະ ຍິນດີ ຕ້ອນຮັບ ຄະນະພັກ-ຄະນະນໍາ ແລະ ພະນັກງານຈາກຫ້ອງວ່າການແຂວງ ທີ່ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນໃນຄັ້ງນີ້. ເຊິ່ງພວກເຮົາຖືສຳຄັນ ແລະ ເປັນການຂະຫຍາຍການຮ່ວມມື - ການແລກປ່ຽນບົດຮຽນດ້ານວິຊາການ ຂອງຫ້ອງວ່າການແຂວງ ໃຫ້ສາມາດຂະຫຍາຍຢ່າງກວ້າງຂວາງ ແລະ ລົງເລິກທາງດ້ານເນື້ອໃນຕື່ມອີກບາດກ້າວໜຶ່ງ ດັ່ງນັ້ນ, ການຈັດກອງປະຊຸມ ແລກປ່ຽນບົດຮຽນວຽກງານຂອງຫ້ອງ ວ່າການໃນແຕ່ລະດ້ານ, ແຕ່ລະຂະແໜງການ ແລະ ລົງເລິກມາດຕະການ ແລະ ວິທີການຈັດຕັ້ງ ປະຕິບັດເພື່ອແລກປ່ຽນກັນໃນແຕ່ລະແຂວງແມ່ນມີຄວາມຈຳເປັນ ແລະ ມີຄວາມສຳຄັນທີ່ສຸດ. ເພື່ອເປັນຂໍ້ມູນອັນສຳຄັນໃຫ້ແກ່ບັນດາແຂວງນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານຮອບດ້ານຂອງຫ້ອງວ່າການ ໃຫ້ເໝາະສົມກັບຄວາມເປັນຈິງ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຂອງຕົນເອງໃນແຕ່ລະໄລຍະ.
ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານ ຫ້ອງວ່າການໃນຄັ້ງນີ້ ແມ່ນກໍານົດເອົາ 5 ຫົວຂໍ້ທີ່ສຳຄັນ ເພື່ອນຳສະເໜີ ເຊັ່ນ: ຫົວຂໍ້ ຍົກສູງບົດບາດການເປັນເສນາທິການ ວຽກງານຄົ້ນຄວ້າ-ສັງລວມ ແລະ ຜູ້ປະສານງານທີ່ດີ; ວຽກງານພິທີການ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ວຽກງານຍ້ອງຍໍປະຈຳປີ, ການເລື່ອນຊັ້ນ-ຂັ້ນກ່ອນກຳນົດ ອີງຕາມຜົນງານ 5 ປີ ແລະ ວຽກງານນະໂຍບາຍພາຍໃນຫ້ອງວ່າການແຂວງ; ການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫາຍຄຸນປະໂຫຍດຂອງອະນຸສາວະລີ ແລະ ຫົວຂໍ້ ການສ້າງບ້ານພັດທະນາ ປະຊາຊົນຢູ່ດີ-ກີນດີ ໃນທົ່ວແຂວງຈຳປາສັກ. ຫຼັງຈາກໄດ້ຮັບຟັງການນຳສະເໜີແຕ່ລະຫົວຂໍ້ແລ້ວ ບັນດາຜູ້ແທນກອງປະຊຸມກໍ່ໄດ້ມີການປະກອບຄຳຄິດ, ຄຳເຫັນ ແລະ ເຈາະຈີ້ມບັນຫາຫົວຂໍ້ຕ່າງໆ, ການແລກບົດຮຽນໃນການຈັດຕັ້ງປະຕິບັດວຽກງານອັນພົ້ນເດັ່ນໃນແຕ່ລະດ້ານ ເພື່ອເປັນຂໍ້ມູນ ແລະ ຖອດຖອນບົດຮຽນດັ່ງກ່າວຮ່ວມກັນ ທັງນີ້ ກໍ່ແມ່ນເພື່ອຈະສາມາດໃຫ້ແຕ່ລະແຂວງໄດ້ນຳໄປຄົ້ນຄວ້າພັດທະນາວຽກງານ ແລະ ນຳສະເໜີຄະນະພັກຂັ້ນເທິງພິຈາລະນາໃນການຈັດຕັ້ງປະຕິບັດຂອງແຕ່ລະແຂວງ ໃນຕໍ່ໜ້າ ຕາມ 3 ພາລະບົດບາດ ຄື: ເປັນເສນາທິການທີ່ດີ, ຜູ້ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ຂອງຫ້ອງວ່າການແຂວງ ໃຫ້ມີຜົນສຳເລັດ ຕາມຄາດໝາຍ.
ໃນຕອນແລງຂອງວັນດຽວກັນນີ້ ກໍ່ໄດ້ມີຂະບວນການແຂ່ງຂັນກິລາມິດຕະພາບ ຫ້ອງວ່າການ 5 ແຂວງ ( ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ສະຫວັນນະເຂດ) ທີ່ສະໜາມກິລາໃນຮົ່ມ CSC, ແຂວງຈຳປາສັກ, ໃຫ້ກຽດເຂົ້າຮ່ວມ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ທ່ານ ຄຳສອນ ກອນເຢີ ຮອງເຈົ້າແຂວງເຊກອງ. ຂະບວນການແຂ່ງຂັນກິລາມິດຕະພາບຄັ້ງນີ້ແມ່ນ ມີ 2 ປະເພດກິລາ ຄື: ກິລາບານເຕະຟຸດຊໍ (ເພດຊາຍ) ແລະ ກິລາມວນຊົນ (ເພດຍິງ) ທັງນີ້ກໍ່ແມ່ນເພື່ອເປັນການຫັດແໜ້ນ ໃນການພົວພັນ ແລກປ່ຽນ ທາງດ້ານກິລາ ຮ່ວມກັນຂອງ 5 ແຂວງ ແລະ ເປັນການສະຫຼອງ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ ພົບປະແລກປ່ຽນບົດຮຽນ ໃນຄາບເຊົ້ານັ້ນ. ຂະບວນການແຂ່ງຂັນກິລາ ທັງ 2 ປະເພດ ໄດ້ດຳເນີນໄປທ່າມກາງບັນຍາກາດອັນພົດພື້ນ ແລະ ມີຄວາມໝາຍ, ບັນດາຄະນະນຳ, ຄູຝືກ ແລະ ນັກກິລາຂອງແຕ່ລະທິມ ກໍ່ໄດ້ຕັ້ງໃຈແຂ່ງຂັນຢ່າງຕັ້ງໜ້າ, ສ່ວນຜົນການແຂ່ງຂັນ ຂອງແຕ່ລະປະເພດມີຄື: ກິລາບານ ເຕະຟຸດຊໍ ລາງວັນຊະນະເລີດ ແມ່ນເປັນຂອງ ຫ້ອງວ່າການແຂວງ ສາລະວັນ; ຮອງຊະນະເລີດແມ່ນ ຫ້ອງວ່າການແຂວງຈຳປາສັກ ແລະ ທີ 3 ໄດ້ແກ່ ຫ້ອງວ່າການແຂວງອັດຕະປື, ກິລາມວນຊົນ ມີ 2 ປະເພດ, ໂດຍ ປະເພດທີ 1 ແມ່ນ ທີມຍິງ ຫ້ອງວ່າການແຂວງ ສາລະວັນ ແລະ ປະເພດທີ 2 ແມ່ນ ທີມຍິງ ຫ້ອງວ່າການແຂວງຈຳປາສັກ.
ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ.