banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:159
ມື້ວານນີ້:ມື້ວານນີ້:440
ອາທິດນີ້:ອາທິດນີ້:986
ເດືອນນີ້:ເດືອນນີ້:12956
ທັງໝົດ:ທັງໝົດ:827577

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 

ຫ້ອງວ່າການ ແຂວງອັດຕະປື ໄດ້ຈັດ ກອງປະຊຸມ

ສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ ແຜນການ 6 ເດືອນທ້າຍປີ 2023

ໃນຕອນເຊົ້າ ຂອງວັນທີ 21 ກໍລະກົດ 2023 ນີ້ ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ທີ່ຫ້ອງປະຊຸມຊັ້ນ 5 ສໍານັກງານອົງການປົກຄອງແຂວງ, ໂດຍການເປັນປະທານຂອງ ທ່ານ ສຸລິຈັນ ພອນແກ້ວ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາທ່ານ ຄະນະຫ້ອງວ່າການແຂວງ, ຫົວໜ້າຂະແໜງຂຶ້ນກັບຫ້ອງວ່າແຂວງ ແລະ ພະນັກງານລັດຖະກອນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດ ທີ່ສະຫງ່າລາສີນີ້ ທ່ານ ອຸດທະລີ ສິງທຳມະວົງ ຫົວໜ້າຂະແໜງ ຄຸ້ມຄອງ-ບໍລິຫານ, ພິທີການ, ການເງິນ ແລະ ໄອທີ ໄດ້ຂຶ້ນຜ່ານ ບົດສະຫລຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ ປະຈໍາ 6 ເດືອນທ້າຍປີ 2023, ຊຶ່ງຕະຫລອດໄລຍະ 6 ເດືອນຜ່ານມາ ດ້ານການເມືອງແນວຄິດ ພະນັກງານລັດຖະກອນ ພາຍໃນຫ້ອງວ່າການແຂວງ ຍັງຮັກສາໄດ້ ຄຸນທາດການເມືອງ ໜັກແໜ້ນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານ, ສາມາດ ເຮັດຫຼ້ອນ ໜ້າທີ່ ແລະ ຮັກສາໄດ້ຄວາມ ສາມັກຄີພາຍໃນ-ພາຍນອກ ຢ່າງແໜ້ນແຟ້ນ; ດ້ານແບບແຜນ ວິທີ ເຮັດວຽກ ແມ່ນປະຕິບັດຕາມຫຼັກ ການລວມສູນ ປະຊາທິປະໄຕ ແບ່ງງານ-ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ປະຕິບັດສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນ ຂຶ້ນກັບ ການຈັດຕັ້ງ ແລະ ຂັ້ນລຸ່ມຂັ້ນກັບຂັ້ນເທິງ ອັນເຮັດໃຫ້ການປະຕິບັດວຽກງານ ມີຄວາມຄ່ອງຕົວໂລ່ງລ່ຽນ, ວຽກງານ ວິຊາ ສະເພາະ ປັນຕົ້ນ: ວຽກເສນາ ທິການ, ວຽກປະສານງານ ແລະ ວຽກບໍລິຫານ - ບໍລິການ ຮັບໃຊ້ ການນໍາ ກໍ່ໄດ້ ເຄື່ອນໄຫວ ປະຕິບັດ ຢ່າງຕັ້ງໜ້າ ແລະ ແຂງແຮງ, ຕອບສະໜອງໄດ້ ຕໍ່ຄວາມຮຽກຮ້ອງຕ້ອງການ ຂອງການນໍາ ກໍ່ຄືໜ້າທີ່ວຽກງານໄດ້ເປັນຢ່າງດີ. ເພື່ອສືບຕໍ່ ຍົກສູງບົດບາດ ວຽກງານວິຊາສະເພາະ, ສິດ ແລະ ໜ້າທີ່ ຂອງຫ້ອງວ່າການແຂວງ ທິດທາງ ແຜນການໃນ 6 ເດືອນທ້າຍປີ ຈະໄດ້ ສຸມໃສ່ ສືບຕໍ່ຈັດຕັ້ງເຄື່ອນໄຫວສຶກສາອົບຮົມການເມືອງ - ແນວຄິດ ໃຫ້ຖັນແຖວພະນັກງານພາຍໃນຫ້ອງວ່າການແຂວງ ໃຫ້ເລິກເຊິ່ງເຖິງຖອ່ງ ເປັນປົກກະຕິ; ປັບປຸງກົນໄກການເຮັດວຽກ ໃຫ້ຄ່ອງຕົວ ແລະ ສືບຕໍ່ປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ການເຄື່ອນໄຫວ ຂອງຫ້ອງວ່າການແຂວງ ໃຫ້ເຂັ້ມງວດ ແລະ ແຂງແຮງຂຶ້ນຕື່ມ; ສູ້ຊົນຜັນຂະຫຍາຍມະຕິ, ຄໍາສັ່ງ ຂອງຂັ້ນເທິງ, ຍົກສູງ ປະສິດທິພາບ ແລະ ປະສິດທິຜົນ ໃນການເຮັດວຽກງານຂອງພະນັກງານລັດຖະກອນ ໃຫ້ສູງຂຶ້ນ. ໂອກາດດຽວ ກັນນີ້, ຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ພ້ອມກັນ ປະກອບຄໍາຄິດເຫັນ ປຶກສາຫາລືກັນ ຢ່າງກົນໄປ-ກົງມາ ເພື່ອໃຫ້ເປັນ ທິດທາງລວມ ໃນການປັບປຸງການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງວ່າການແຂວງ ໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ.

ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ສຸລິຈັນ ພອນແກ້ວ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ ໄດ້ມີ ຄໍາເຫັນ ໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງກ່ອນອື່ນ ທ່ານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ໄດ້ຮຽກຮ້ອງ ໃຫ້ຄະນະພັກ, ຄະນະນຳຫ້ອງວ່າການແຂວງ ແລະ ພະນັກງານ ທັງໝົດ ພາຍໃນ ຫ້ອງວ່າການແຂວງ ຈົ່ງສືບຕໍ່ ຮັກສາມູນເຊື້ອ ຜົນສຳເລັດຂອງວຽກງານຕົນ, ພ້ອມກັນເອົາໃຈໃສ່ ໃນໜ້າທີ່ວຽກງານ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຕົນເອງ, ປະຕິບັດສິດໜ້າທີ່ ເປັນເສນາທິການໃຫ້ແກ່ການນຳ 3 ດີ, 4 ມີ ແລະ 5 ສ ໃຫ້ດີຂຶ້ນກວ່າເກົ່າ, ພ້ອມກັນວາງແຜນ ແກ້ໄຂຈຸດຄົງຄ້າງ ແລະ ສູ້ຊົນຈັດຕັ້ງປະຕິບັດ ທິດທາງແຜນການ 6 ເດືອນທ້າຍປີ 2023 ໃຫ້ມີຜົນສຳເລັດຕາມຄາດໝາຍ.

ໃນວາລະດຽວກັນນີ້ຍັງໄດ້ມີການຜ່ານຂໍ້ຕົກລົງຂອງທ່ານແຂວງວ່າດ້ວຍການໃຫ້ພະນັກງານ-ລັດຖະກອນຂັ້ນຮອງຂະແໜງເຂົ້າຮັບບຳນານ 1 ທ່ານ ຄືທ່ານ ພູວັນ ພິມມະສານ ຮອງຫົວໜ້າຂະແໜງ ຄົ້ນຄວ້າ-ສັງລວມ ເຂົ້າຮັບບຳນານ.

ຂ່າບ-ພາບ: ວິໄລສັກ ແກ້ວຫຼວງໂຄດ