ຫ້ອງວ່າການແຂວງອັດຕະປື
ຈັດກອງປະຊຸມປະເມີນແຜນກຳນົດພະນັກງານນຳພາ - ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ
( ໄລຍະແຕ່ປີ 2021 – 2025 ) ປະຈໍາປີ 2022
ໃນຕອນເຊົ້າຂອງວັນທີ 23 ມີນາ 2023 ນີ້ ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມ ປະເມີນແຜນກຳນົດພະນັກງານນຳພາ - ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ( ໄລຍະແຕ່ປີ 2021 – 2025 ) ປະຈໍຳປີ 2022 ຂື້ນທີ່ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານອົງການປົກຄອງແຂວງ ໂດຍໃຫ້ກຽດຮ່ວມເປັນປະທານຂອງທ່ານ ຄຳບຸນ ດວງພະບາງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ສຸລິຈັນ ພອນແກ້ວ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາທ່ານຮອງຫົວໜ້າຫ້ອງວ່າການແຂວງ, ບັນດາທ່ານຄະນະຮັບຜິດຊອບແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງ ແລະ ພະນັກງານ-ລັດຖະກອນຫ້ອງວ່າການແຂວງເຂົ້າຮ່ວມ.
ທ່ານ ນ. ບັນໄດ ໄຊຍະສິດ ຮອງເລຂາ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ - ຄຸ້ມຄອງ ໄລຍະ 1 ປີຜ່ານມາ ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ລົງວັນທີ 03 ມັງກອນ 2018; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ ລົງວັນທີ 26 ເມສາ 2018. ຄະນະພັກໄດ້ເອົາວຽກງານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງເປັນວຽກໜຶ່ງທີ່ສຳຄັນ ເພື່ອຕອບສະໜອງຮັບປະກັນການປັບປຸງກົງຈັກການຈັດຕັ້ງທີ່ຖືກຕ້ອງ, ສອດຄ່ອງຕາມລະບຽບຫຼັກການ, ໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍ;
ການຂຶ້ນແຜນພະນັກງານນຳພາ-ຄຸ້ມຄອງເປັນແຜນຍຸດທະສາດກ່ຽວກັບວຽກງານພະນັກງານ, ເປັນການສ້າງໂຄງການສັງລວມໃນການກໍ່ສ້າງຖັນແຖວພະນັກງານຢ່າງເປັນຂັ້ນຕອນລະອຽດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງສົມເຫດສົມຜົນ. ເຊິ່ງໄລຍະ 1 ປີທີ່ຜ່ານມາແມ່ນໄດ້ສະເໜີແຕ່ງຕັ້ງພະນັກງານທີ່ນອນໃນແຜນກຳນົດພະນັກງານນຳພາ - ຄຸ້ມຄອງໄດ້ດັ່ງນີ້: ຕໍຳແໜ່ງຮອງຫົວໜ້າຫ້ອງວ່າການແຂວງມີ 1 ທ່ານແລະ ຕຳແໜ່ງຫົວໜ້າຂະແໜງ 1 ທ່ານ( ມາຈາກພະແນກການອື່ນ ທີ່ບໍ່ນອນໃນແຜນກໍານົດພະນັກງານຂອງຫ້ອງວ່າການແຂວງ ), ສ່ວນຕຳແໜ່ງອື່ນຍັງບໍ່ໄດ້ປະຕິບັດເທື່ອ.
ກ່ອນຈະດຳເນີນການທາບທາມປະເມີນແຜນກຳນົດທີ່ໄດ້ຮັບຮອງໄລຍະຜ່ານມາ ( ເປົ້າໝາຍໄຫມ່ຢູ່ແຕ່ລະຕຳ ແໜ່ງງານ), ທ່ານ ຄຳບຸນ ດວງພະບາງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ຈົ່ງເອົາໃຈໃສ່ນໍາໃຊ້ສິດຂອງຕົນເຂົ້າໃນການຄົ້ນຄວ້າ, ທາບທາມ ແລະ ໃຫ້ຄະແນນ ໂດຍອີງຕາມມາດຖານ, ເງື່ອນໄຂ ທີ່ໄດ້ກໍານົດໄວ້ ເພື່ອກໍານົດເອົາເປົ້າໝາຍພະນັກງານນໍາພາ-ຄຸ້ມຄອງ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ເພື່ອສາມາດນໍາພາວຽກງານການເມືອງຂອງພັກ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ ພ້ອມທັງນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸເປົ້າໝາຍທີ່ຂັ້ນເທິງໄດ້ວາງໄວ້.
ຈາກນັ້ນຄະນະຮັບຜິດຊອບຂັ້ນແຂວງກໍ່ໄດ້ຜ່ານມາດຖານ-ເງື່ອນໄຂ ( ມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ, ວັນທີ 3 ມັງກອນ 2018 ໃຫ້ບັນດາທ່ານພະນັກງານ-ສະມາຊິກພັກ ກໍ່ໄດ້ມີການໃຊ້ສິດປະຊາທິປະໄຕ ອັນມີກຽດສະຫງ່າຂອງຕົນ ເພື່ອປ່ອນບັດທາບທາມ ປະເມີນແຜນກໍານົດພະນັກງານນຳພາ - ຄຸ້ມຄອງ ປະຈໍຳປີ 2022ເພື່ອເປັນການຄັດເລືອກເອົາພະນັກງານຜູ້ທີ່ມີຄວາມຮູ້ຄວາມສາມາດມາຊີ້ນຳ-ນຳພາໃນກົມກອງຂອງຕົນໃຫ້ມີການພັດທະນາທາງດ້ານການເມືອງແນວຄິດ ແລະ ວຽກງານວິຊາສະເພາະ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.
ຂ່າວ-ພາບ ວິໄລສັກ