2 ອົງການຈັດຕັ້ງມະຫາຊົນ ຫ້ອງວ່າການແຂວງ ສະຫລຸບ ແລະ ເປິດຂະບວນການຂໍ້ແຂ່ງຂັນ
ແມ່ຍິງ 3 ດີ ແລະ ກຳມະບານ 5 ເປັນເຈົ້າ
ຕອນເຊົ້າຂອງວັນທີ 27 ກຸມພາ 2023 ນີ້, 2 ອົງການຈັດຕັ້ງທະຫາຊົນຫ້ອງວ່າການແຂວງ ອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຂະບວນການຂໍ້ແຂງຂັນແລະ ແມ່ຍິງ 3 ດີ ແລະ ກຳມະບານ 5 ເປັນເຈົ້າ ປະຈໍາປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ຂື້ນທີ ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານອົງການປົກຄອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານມີ ສະຫາຍ ສຸລິຈັນ ພອນແກ້ວ ກຳມະການພັກແຂວງ ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ມີທ່ານ ນາງ ຈັນເພັດ ຈັນທະມາດ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ພູສຽງ ເລື່ອງມະໄລສີ ຮອງປະທານກຳມະບານແຂວງ, ມີບັນດາຄະນະພັກຮາກຖານ, ແຂກທີ່ຖືກເຊີນຈາກ ສະຫະພັນກຳມະບານແຂວງ, ສະຫະພັນແມ່ຍິງແຂວງ, ບັນດາພະແນກການ ແລະ ສະມາຊິກກຳມະບານ, ແມ່ຍິງ ຮາກຖານຫ້ອງວ່າການແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ບົດສະຫລຸບວຽກງານ 2 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2022 ແລະ ເປິດຂະບວນການຂໍ້ແຂ່ງຂັນ ແມ່ຍິງ 3 ດີ ແລະ ກຳມະບານ 5 ເປັນເຈົ້າ ປະຈຳປີ 2023 ໃຫ້ກຽດຂື້ນລາຍງານໂດຍ ສະຫາຍ ນາງ ດາວິນ ມະນີວົງ ຮອງປະທານແມ່ຍິງຮາກຖານ ຫ້ອງວ່າການແຂວງ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນທີ່ຍາດມາໄດ້ ໃນໄລຍະຜ່ານມາ ເຊັນ: ຜົນສຳເລັດການປະຕິບັດຂະບວນການ 3 ດີ ຂອງຮາກຖານສະຫະພັນແຍ່ຍິງຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ກໍ່ຄືສະມາຊິກແມ່ຍິງແຕ່ລະສະຫາຍມີສະຕິເປັນເຈົ້າຂອງປະເທດຊາດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ຮັກກຽດສັກສີຂອງແມ່ຍິງ, ມີສະຕິຕື່ນຕົວສູງໃນການພັດທະນາຕົນເອງ ແລະ ພັດທະນາການຈັດຕັ້ງ, ເອົາໃຈໃສ່ບຸກບືນໄປຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະ ແລະ ດ້ານທິດສະດີການເມືອງ-ການປົກຄອງໃຫ້ສູງຂື້ນເທືອລະກ້າວ, ໄດ້ເອົາໃຈໃສ່ປະຕິບັດບົດບາດ ຍິງ-ຊາຍ ແລະ ຜົວ-ເມຍ ພ້ອມກັນສ້າງຄອບຄົວໃຫ້ມີຄວາມອົບອຸ່ນ, ມີຄວາມສາມັກຄີຮັກແພງກັນຖືກຕ້ອງຕາມປະເພນີລາວ ໃຫ້ກຽດເຊິ່ງກັນ ແລະ ກັນ ແລະ ຜົນສຳເລັດການປະຕິບັດຂະບວນການ 5 ເປັນເຈົ້າຂອງກຳມະບານຮາກຖານ: ເຫັນວ່າສະມາຊິກຂອງກຳມະບານຮາກຖານ ເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ໄດ້ຮັບການສຶກສາອົບຮົມທາງດ້ານການເມືອງແນວຄິດ, ໄດ້ຮັບການເຊື່ອມຊືມແນວທາງຂອງພັກ ລະບຽບກົດໝາຍຂອງລັດ ມະຕິຄຳສັ່ງຕ່າງໆ ແລະ ເອກະສານມູນເຊື້ອທີ່ສຳຄັນຂອງພັກ, ຂອງຊາດ, ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້້າການພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ.
ໃນໂອກາດດຽວກັນນີ້ຍັງໄດ້ມີພິທີມອບ ໃບຢັ້ງຢືນ, ຍ້ອງຍໍກົມກອງ, ຍ້ອງຍໍບຸກຄົນ 5 ເປັນເຈົ້າ ແລະ ຍ້ອງຍໍບຸກຄົນ 3 ດີ ໃຫ້ 2 ອົງການຈັດຕັ້ງຮາກຖານກຳມະບານ ແລະ ແມ່ຍິງ ພ້ອມດ້ວຍສະມາຊິກຢ່າງສົມກຽດ.
ໃນນຕອນທ້າຍ ປະທານ ກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກ້ອງປະຊຸມ ເຊິ່ງກ່ອນອື່ນ ສະຫາຍ ກໍ່ໄດ້ຍ້ອງຍໍ ຊົມເຊີຍຕໍ 2 ອົງການຈັດຕັ້ງມະຫາຊົນ ທີ່ໄດ້ມີຜົນງານອັນພົ້ນເດັ່ນ ແລະ ໄຫຍ່ຫຼວງ ໃນການຈັດຕັ້ງປະຕິບັດ ຂະບວນການ 5 ເປັນເຈົ້າ ແລະ ຂະບວກການແຂ່ງຂັນແມ່ຍິງ 3 ດີ ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໜັກ ໃຫ້ສືບຕໍ່ ຊຸກຍູ້ ຮັກສາມູນເຊື້ອອັນດີງາມດັ່ງກ່າວຕື່ມອີກ ໃນສົກປີຕໍ່ໆປີ, ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມວຽກງານ ການເມືອງ -ແນວຄິດ ໃຫ້ແກ່ຖັນແຖວ ສະມາຊິກກໍາມະບານ ແລະ ແມ່ຍິງ, ຊຸກຍູ້ເຂົ້າຮ່ວມຂະບວນການ ແລະ ຈັດຕັ້ງປະຕິບັດ ວຽກງານຕ່າງໆ ເປັນຕົ້ນ ວຽກງານວິຊາສະເພາະຂອງຕົນ, ວຽກງານທີ່ກ່ຽວພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານ ແລະ ວຽກງານທີ່ກ່ຽວພັນກັບຂະບວນການແຂ່ງຂັນແມ່ຍິງ 3 ດີ, ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດດີ ແລະ ພົ້ນເດັ່ນ ກວ່າເກົ່າ ເພື່ອຍາດໄດ້ ນາມມະຍົດ 5 ເປັນເຈົ້າ ແລະ ແມ່ຍິງ 3 ດີ ແລະ ການຍ້ອງຍໍຕື່ມອີກໃນຕໍ່ໜ້າ