
ໃນຕອນເຊົ້າຂອງວັນທີ 3 ກຸມພາ 2023 ຫ້ອງວ່າການແຂວງອັດຕະປື ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ໂດຍພາຍໃຕ້ການເປັນປະທານ ຂອງທ່າຍ ສຸລິຈັນ ພອນແກ້ວ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ, ປະທານຄະນະກວດກາ ພັກ-ລັດ ແຂວງ, ມີບັນດາທ່ານຄະນະຫ້ອງວ່າການແຂວງ, ຄະນະຫ້ອງວ່າການຖືກເຊີນໃນ 5 ຕົວເມືອງ, ພະແນກການອ້ອມຂ້າງແຂວງ ແລະ ພະນັກງານໃນຫ້ອງວ່າການແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການແຂວງ ໄລຍະ 1 ປີ ຜ່ານມາ, ຕີລາຄາການຈັດຕັ້ງປະຕິບັດວຽກງານ, ດ້ານແບບແຜນວິທີນຳພາ-ຊີ້ນຳ ແລະ ແບບແຜນວິທີເຮັດວຽກໃນແຕ່ລະດ້ານ, ຕີລາຄາດ້ານດີ, ດ້ານອອ່ນ ແລະ ຂໍ້ຄົງຄ້າງ ພ້ອມກັນນີ້ ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຖົບຖ້ວນ ແລະ ສົມບູນຂຶ້ນຕື່ມ ເພື່ອໃຫ້ຄະນະຫ້ອງວ່າການແຂວງໄດ້ສືບຕໍ່ບຸກບືນປັບປຸງແກ້ໄຂໃນຕໍ່ໜ້າຕາມທິດທາງແຜນການປີ 2023 ແລະ ສືບຕໍ່ຍົກສູງບົດບາດ ການເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິຫານຮັບໃຊ້ທີ່ດີ ໃຫ້ແກ່ການນຳ ແລະ ການພັດທະນາວຽກງານຫ້ອງວ່າການແຂວງ ກໍ່ຄືວຽກງານຂອງແຂວງ ໃຫ້ກ້າວສູ່ຄຸນນະພາບດີຂຶ້ນເປັນກ້າວໆ.
ກອງປະຊຸມຍັງໄດ້ຈັດຕັ້ງພິທີຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນ ດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ ໃນທົ່ວປະເທດ ໄລຍະ 5 ປີ (2016-2020) ຢ່າງສົມກຽດ. ໃນນີ້, ຫຼຽນໄຊແຮງງານ ຊັ້ນ I ມີ 4 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ມີ 5 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ມີ 11 ສະຫາຍ, ຫຼຽນກາແຮງງານ 30 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 13 ສະຫາຍ.
ໂອກາດດຽວກັນ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ, ປະທານຄະນະກວດກາ ພັກ-ລັດ ແຂວງໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານ ໄລຍະ 1 ປີ ຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະພັກ, ຄະນະຫ້ອງວ່າການແຂວງ, ຂະແໜງການຕ່າງໆ ແລະ ພະນັກງານທັງໝົດພາຍໃນຫ້ອງວ່າການແຂວງ ສືບຕໍ່ຮັກສາມູນເຊື້ອຜົນສຳເລັດຂອງວຽກງານຕົນ, ສຸມໃສ່ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດກວ່າເກົ່າ, ນຳເອົາທິດທາງ-ແຜນດຳເນີນງານຂອງຕົນ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ແລະ ໃຫ້ເກີດຜົນເປັນຈິງ, ສືບຕໍ່ເສີມຂະຫຍາຍຈຸດດີ ແລະ ແກ້ໄຂຈຸດອອ່ນ ທີ່ຄົງຄ້າງ ແລະ ສືບຕໍ່ມີຄວາມສາມັກຄີພາຍໃນເປັນເອກະພາບ, ປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍ ໃຫ້ສໍາເລັດຜົນເປັນຢ່າງດີ