ຫ້ອງວ່າການແຂວງອັດຕະປື ເດີນທາງໄປທັດສະນະສືກສາ, ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ
ຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ
ໃນລະຫວ່າງວັນທີ 3 - 5 ມັງກອນ 2023 ນີ້ ຫ້ອງວ່າການແຂວງອັດຕະປື ໄດ້ເດີນທາງໄປທັດສະນະສືກສາ, ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ຢູ່ທີ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ພິທີພົບປະ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຫ້ອງວ່າການແຂວງ ທີ່ແຂວງຫຼວງພະບາງເເມ່ນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 3 ມັງກອງ 2023 ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ສຳນານ ສົນທະນີ ຫົວໜ້າຫ້ອງວ່າການແຂວງ ຫຼວງພະບາງ ແລະ ທີ່ແຂວງວຽງຈັນແມ່ນໄດ້ຈັດຂື້ນ ໃນຕອນບ່າຍຂອງວັນທີ 5 ມັງກອນ 2023 ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ປອ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງວຽງຈັນ.
ພິທີດັ່ງກ່າວນີ້ແມ່ນໄດ້ຈັດຂື້ນທີ່ຫ້ອງວ່າການແຂວງຂອງແຕ່ລະແຂວງ ຝ່າຍຫ້ອງວ່າການແຂວງອັດຕະປື ນຳໂດຍ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປື, ແລະ ມີບັນດາທ່ານຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງການ ແລະ ພະນັກງານວິຊາການເຂົ້າຮ່ວມ.
ພິທີພົບປະ ແລະ ແລກປ່ຽນບົດຮຽນຄັ້ງນີ້ ທີ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ກໍ່ມີລັກສະນະລວມຄ້າຍຄືກັນ ເຊິ່ງທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບສະພາບລວມຂອງແຂວງ, ແຜນພັດທະນາເສດທະກິດສັງຄົມ ແລະ ວຽກງານການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການແຂວງຊອງແຕ່ລະຝ່າຍໃຫ້ອິກຝ່າຍຮັບຮູ້ ແລະ ກໍ່ໄດ້ມີການຜັດປ່ຽນກັນສະເໜີບາງຫົວຂໍ້ ທີ່ຢາກແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສຸ່ມໃສ່ ແລະ ພ້ອມກັນອອກຄຳຄິດຄຳເຫັນ, ຄົ້ນຄວ້າບາງບັນຫາທີ່ພົບພໍ້ໃນການຈັດຕັ້ງປະຕິບັດໜ້າວຽກຕົວຈິງທີ່ຜ່ານມາ ແລະ ກໍ່ໄດ້ພ້ອມຄົ້ນຄວ້າ ຊອກໃຫ້ເຫັນທາງອອກ ແລະ ວິທີແກ້ໄຂທີ່ດີ ແລະ ຖືກຕ້ອງ.
ທັງນີ້ ກໍ່ເພື່ອແນໃສ່ການຍົກລະດັບຂິດຄວາມຮູ້ຄວາມສາມາດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການແຂວງ ກໍ່ຄືການປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ການນຳ ເພື່ອນຳໄປຜັນຂະຫຍາຍເຂົ້າສູ່ລວງເລິກ ແລະ ນຳເອົາບົດຮຽນອັນສຳຄັນທີ່ຖອດຖອນໄດ້ໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃນໜ້າວຽກຕົວຈິງໃຫ້ເກິດດອກອອກຜົນ, ຖຶກຕ້ອງ ແລະ ສອດຄ່ອງຕາມລະບຽບການ
ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ