ວັນທີ 15 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານອົງການປົກຄອງແຂວງ ຄະນະຊາວໜຸ່ມຮາກຖານຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊືມເອກະສານສຳຄັນຂອງຄະນະຊາວໜຸ່ມ ປປລ ສະ​ໄໝ​ທີ VIII ແລະ ທາບທາມຄະນະຊາວໜຸ່ມຮາກຖານ ຫ້ອງວ່າການແຂວງເພີ່ມເຕີມ 1 ສະຫາຍ. ພາຍ​ໃຕ້​ການເປັນປະທານຂອງສະຫາຍ ດາບແກ້ວ ໄຊຍະແສງ ຄະນະພັກຮາກຖານ, ຮອງຫົົວໜ້າຫ້ອງວ່າການແຂວງ, ຜູ້ຊີ້​ນຳອົງການ​ຈັດ​ຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ເພັດ​ຈິນດາ ແກ້ວຫຼວງໂຄດ ເລຂາຄະນະຊາວໜຸ່ມຮາກຖານຫ້ອງວ່າການແຂວງ ແລະ ສະຫາຍ ນາງ ລັດດາວັນ ກອງບົວຄຳ ​ຮອງ​ເລ​ຂາຄະນະຊາວໜຸ່ມຮາກຖານຫ້ອງວ່າການແຂວງ ໄດ້ຂື້ນເຜີຍແຜ່ 2 ເອກະສານສຳຄັນຄື: ບົດແນະນຳການຈັດຕັ້ງກົດລະບຽບ ແລະ ບົດແນະນຳການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂະບວນການຂໍ້ແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມ ປປລ ສະໄຫມທີ VIII. ເພື່ອ​ໃຫ້ສະມາຊິກຊາວໜຸ່ມຫ້ອງວ່າການແຂວງ ໄດ້ເຂົ້າໃຈຈະແຈ້ງ, ກຳແໜ້ນຢ່າງລະອຽດ ກໍາ​ແໜັນ​ເລິກ​ເຊິ່ງ ແລະ ເປັນ​ເອ​ກະ​ພາບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກ່ຽວກັບກົດລະບຽບ ແລະ ຂໍ້ແຂ່ງຂັນ 4 ບຸກ. ໃນ​ການ​ຜັນຂະຫຍາຍເປັນແຜນ​ງານ, ໂຄງ​ການ, ບ່ອນອີງ ແລະ ທິດທາງໃນການຈັດຕັ້ງປະຕິບັດວຽກງານຕາມສິດ ແລະ ພາລະບົດບາດຂອງຄະ​ນະ​ຊາວ​ໜຸ່ມ​ຮາກ​ຖານ​ຫ້ອງວ່າ​ການ​ແຂວງ ລົງ​ສູ່ສະມາຊິກຊາວໜຸ່ມໃນການ​ເຄື່ອນ​ໄຫວຂະບວກການຂໍ້ແຂ່ງຂັນ 4 ບຸກ ໃຫ້ສອດຄ່ອງກັບ​ເນື້ອ​ໃນ ແລະ ກົດລະບຽບ ທີ່​ສູນ​ກາງ​ຊາວ​ໜຸ່ມ ປ​ປ​ລ ສະ​ໄໝ​ທີ VIII ໄດ້​ກຳ​ນົດ​ໄວ້.

ຈາກນັ້ນ, ກອງປະຊຸມໃນ​ດຳ​ເນີນ​ການທາບ​ທາມ​ຄະນະຊາວ​ໜຸ່ມ​ຮາກ​ຖານ​ຫ້ອງວ່າ​ການ​ແຂວງ​ເພີ່ມ​ເຕີມ ແລະ ປ່ອນ​ບັດ​ທາບ​ທາມໄດ້​ສະ​ຫາຍ ອ​າ​ລຸນ ພົນ​ເສ​ນາ ເປັນ​ຄະ​ນະ​ຊາວ​ໜຸ່ມ​ຮາກ​ຖານ ເຊິ່ງ​ມີຜູ້​ສະ​ໝັກ​ທັງ​ໝົດ 5 ສະ​ຫາຍ, ຍິງ 1 ສະ​ຫາຍ.
ຂ່າວ: ຫ້ອງວ່າການແຂວງ.