ໃນຕອນເຊົ້າ ຂອງວັນທີ 2 ກໍລະກົດ 2021 ຫ້ອງວ່າການ ແຂວງອັດຕະປື ໄດ້ຈັດ ກອງປະຊຸມ ສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ ແຜນການ 6 ເດືອນທ້າຍປີ 2021 ທີ່ຫ້ອງ ປະຊຸມຊັ້ນ5 ສໍານັກງານ ອົງການ ປົກຄອງແຂວງ, ໂດຍການ ເປັນປະທາ ນຂອງ ທ່ານ ສຸລິຈັນ ພອນແກ້ວ ກໍາມະການ ພັກແຂວງ, ເລຂາ ຄະນະພັກຮາກຖານ ຫົວໜ້າ ຫ້ອງວ່າການແຂວງ, ມີບັນດາທ່ານ ຄະນະ ຫ້ອງວ່າການແຂວງ, ຫົວໜ້າ ຫ້ອງວ່າການ 5 ເມືອງ, ຫົວໜ້າ ຂະແໜງ ຂຶ້ນກັບ ຫ້ອງວ່າແຂວງ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມ ຄັ້ງນີ້, ແມ່ນເພື່ອ ຄົ້ນຄວ້າ ປຶກສາ ຫາລື ວຽກງານ ຮອບດ້ານ ຂອງຫ້ອງວ່າການ ແຂວງ ໃນໄລຍະ ຜ່ານມາ ຊຶງພ້ອມກັນ ຕີລາຄາຄືນ ຜົນສໍາເລັດ ໃນການຈັດຕັ້ງ ປະຕິບັດ ວຽກງານ ເປັນຕົ້ນແມ່ນ ຂໍ້ສະດວກ, ຂໍ້ຄົງຄ້າງ, ສິ່ງທ້າທ້າຍ ຕ່າງໆ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ ໃຫ້ມີ ປະສິດ ທິຜົນດີຂຶ້ນ.

ໂອກາດ ທີ່ສະຫງ່າ ລາສີນີ້ ທ່ານ ນາງ ບັນໄດ ໄຊຍະສິດ ຮອງຫົວໜ້າ ຫ້ອງວ່າການ ໄດ້ຂຶ້ນຜ່ານ ບົດສະຫລຸບ ການຈັດຕັ້ງ ປະຕິບັດ ວຽກງານ ຮອບດ້ານ ຂອງຫ້ອງວ່າການແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ ປະຈໍາ 6 ເດືອນທ້າຍປີ 2021. ຊຶ່ງຕະຫລອດ ໄລຍະ 6 ເດືອນຜ່ານມາ ດ້ານການເມືອງ ແນວຄິດ ພະນັກງານ ລັດຖະກອນ ພາຍໃນ ຫ້ອງວ່າການແຂວງ ຍັງຮັກສາໄດ້ ຄຸນທາດ ການເມືອງ ໜັກແໜ້ນ, ມີຄວາມ ຮັບຜິດຊອບສູງ ຕໍ່ໜ້າທີ່ ວຽກງານ, ສາມາດ ເຮັດຫຼ້ອນ ໜ້າທີ່ ແລະ ຮັກສາໄດ້ຄວາມ ສາມັກຄີ ພາຍໃນ -ພາຍນອກ ຢ່າງແໜ້ນແຟ້ນ; ດ້ານແບບແຜນ ວິທີ ເຮັດວຽກ ແມ່ນປະຕິບັດ ຕາມຫຼັກ ການລວມສູນ ປະຊາ ທິປະໄຕ ແບ່ງງານ -ແບ່ງຄວາມ ຮັບຜິດຊອບຢ່າງຈະແຈ້ງ, ປະຕິບັດ ສຽງສ່ວນໜ້ອຍ ຂຶ້ນກັບ ສຽງສ່ວນຫຼາຍ, ບຸກຄົນ ຂຶ້ນກັບ ການຈັດຕັ້ງ ແລະ ຂັ້ນລຸ່ມ ຂັ້ນກັບ ຂັ້ນເທິງ ອັນເຮັດໃຫ້ ການປະຕິ ບັດວຽກງານ ມີຄວາມ ຄ່ອງຕົວໂລ່ງລ່ຽນ, ວຽກງານ ວິຊາ ສະເພາະ ເປັນຕົ້ນ: ວຽກເສນາ ທິການ, ວຽກປະສານງານ ແລະ ວຽກບໍລິຫານ - ບໍລິການ ຮັບໃຊ້ ການນໍາ ກໍ່ໄດ້ ເຄື່ອນໄຫວ ປະຕິບັດ ຢ່າງຕັ້ງໜ້າ ແລະ ແຂງແຮງ, ຕອບສະໜອງໄດ້ ຕໍ່ຄວາມ ຮຽກຮ້ອງ ຕ້ອງການ ຂອງການນໍາ ກໍ່ຄື ໜ້າທີ່ ວຽກງານ ໄດ້ເປັນຢ່າງດີ. ເພື່ອສືບຕໍ່ ຍົກສູງ ບົດບາດ ວຽກງານ ວິຊາ ສະເພາະ, ສິດ ແລະ ໜ້າທີ່ ຂອງຫ້ອງວ່າການ ແຂວງ ທິດທາງ ແຜນການໃນ 6 ເດືອນທ້າຍປີ ຈະໄດ້ ສຸມໃສ່ ສືບຕໍ່ ຈັດຕັ້ງ ເຄື່ອນໄຫວ ສຶກສາ ອົບຮົມການເມືອງ- ແນວຄິດ ໃຫ້ຖັນແຖວພະນັກງານ ພາຍໃນ ຫ້ອງວ່າການແຂວງ ໃຫ້ເລິກເຊິ່ງ ເຖິງຖອ່ງ ເປັນປົກກະຕິ; ປັບປຸງ ກົນໄກ ການເຮັດວຽກ ໃຫ້ຄ່ອງຕົວ ແລະ ສືບຕໍ່ ປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ການເຄື່ອນໄຫວ ຂອງ ຫ້ອງວ່າການແຂວງ ໃຫ້ເຂັ້ມງວດ ແລະ ແຂງແຮງ ຂຶ້ນຕື່ມ; ສູ້ຊົນ ຜັນຂະຫຍາຍ ມະຕິ, ຄໍາສັ່ງ ຂອງຂັ້ນເທິງ, ຍົກສູງ ປະສິດທິພາບ ແລະ ປະສິດທິຜົນ ໃນການ ເຮັດວຽກງານ ຂອງພະນັກງານ ລັດຖະກອນ ໃຫ້ສູງຂຶ້ນ. ໂອກາດດຽວ ກັນນີ້, ຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ ພ້ອມກັນ ປະກອບ ຄໍາຄິດເຫັນ ປຶກສາ ຫາລືກັນ ຢ່າງກົນໄປ-ກົງມາ ເພື່ອໃຫ້ເປັນ ທິດທາງລວມ ໃນການ ປັບປຸງ ການຈັດຕັ້ງ ປະຕິບັດ ວຽກງານ ຂອງ ຫ້ອງວ່າການແຂວງ ໃນຕໍ່ໜ້າ ໃຫ້ໄດ້ ຮັບຜົນດີ ຍິ່ງໆຂຶ້ນ.

ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ສຸລິຈັນ ພອນແກ້ວ ກໍາມະການ ພັກແຂວງ, ຫົວໜ້າ ຫ້ອງວ່າການແຂວງ ໄດ້ມີ ຄໍາເຫັນ ໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ໃນການ ຈັດຕັ້ງ ປະຕິບັດ ວຽກງານ ໄລຍະຜ່ານມາ ແລະ ຮຽກຮ້ອງ ໃຫ້ຄະນະພັກ, ຄະນະ ຫ້ອງວ່າການ ແຂວງ ແລະ ພະນັກງານ ທັງໝົດ ພາຍໃນ ຫ້ອງວ່າການແຂວງ ສືບຕໍ່ ຮັກສາ ມູນເຊື້ອ ຜົນສຳເລັດ ຂອງວຽກງານຕົນ, ພ້ອມກັນ ເອົາໃຈໃສ່ ໃນໜ້າທີ່ ວຽກງານ ແລະ ເພີ່ມຄວາມ ຮັບຜິດຊອບ ຂອງຕົນເອງ, ປະຕິບັດ ສິດໜ້າທີ່ ເປັນເສນາ ທິການ ໃຫ້ແກ່ ການນຳ 3 ດີ, 4 ມີ ແລະ 5 ສ ໃຫ້ດີຂຶ້ນ ກວ່າເກົ່າ, ພ້ອມກັນ ວາງແຜນ ແກ້ໄຂ ຈຸດຄົງຄ້າງ ແລະ ສູ້ຊົນ ຈັດຕັ້ງ ປະຕິບັດ ທິດທາງ ແຜນການ 6 ເດືອນທ້າຍປີ 2021 ໃຫ້ມີຜົນ ສຳເລັດ ຕາມຄາດໝາຍ.