ກອງປະຊຸມ ພົບປະ ແລກປ່ຽນ ບົດຮຽນ ລະຫວ່າງ ຫ້ອງວ່າການ ແຂວງ ແລະ ຫ້ອງວ່າການ 5 ເມືອງ ແຂວງ ອັດຕະປື ຄັ້ງທີ່ I ທີ່ຫ້ອງ ວ່າການແຂວງ ເປັນເຈົ້າພາບ ໄດ້ຈັດຂຶ້ນ ໃນວັນທີ 2 ເມສາ 2021ຜ່ານມາ ທີ່ຕຶກ ສໍານັກງານ ອົງການ ປົກຄອງແຂວງ ໂດຍພາຍໃຕ້ ການເປັນ ປະທານ ຂອງ ທ່ານ ສຸລິຈັນ ພອນແກ້ວ ກໍາມະການພັກແຂວງ, ເລຂາຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການ ແຂວງ, ມີບັນດາ ທ່ານ ຄະນະ ຫ້ອງວ່າການ ແຂວງ, ຫົວໜ້າ ຫ້ອງວ່າການ ເມືອງ 5 ເມືອງ ພ້ອມດ້ວຍ ພະນັກງານ - ວິຊາການ ຂອງຫ້ອງວ່າການ ແຂວງ ແລະ 5 ເມືອງເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ ໄດ້ຮັບຟັງ ລາຍງານ ການເຄື່ອນໄຫວ ຈັດຕັ້ງ ປະຕິບັດ ວຽກງານ ຮອບດ້ານ ຂອງຫ້ອງ ວ່າການແຂວງ ແລະ ຫ້ອງວ່າການເມືອງ ໃນໄລຍະ ຜ່ານມາ, ໄດ້ພ້ອມກັນ ຄົ້ນຄວ້າ ຕີລາຄາ ປະກອບ ຄໍາຄິດ ຄໍາເຫັນ ເພື່ອແລກ ປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງກົງໄປ ກົງມາ ແລະ ເລິກເຊິ່ງ ຮູ້ເຖິງ ສາເຫດ ທີ່ພາ ໃຫ້ມີຈຸດດີ, ຈຸດອອ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ເປັນຕົ້ນ: ການເປັນ ເສນາທິການ ທີ່ດີ, ເປັນຜູ້ ປະສານງານ ທີ່ດີ ແລະ ເປັນຜູ້ ບໍລິຫານ-ຮັບໃຊ້ ທີ່ດີ; ການຄົ້ນຄວ້າ ວິໄຈເອກະສານ, ການຮ່າງ ນິຕິກໍາ ແລະ ສ້າງແຜນ ເຄື່ອນໄຫວ ໃຫ້ການນໍາ, ການຈັດ ລະບອບ ປະຊຸມ ວຽກພັກ-ວຽກລັດ, ການຈໍລະຈອນ ເອກະສານ, ການຕິດຕາມ ກວດກາ -ກໍ່ສ້າງພັກ ພະນັກງານ ແລະ ວຽກງານກ່ຽວ ຂ້ອງອື່ນໆ ເພື່ອນໍາເອົາ ບົດຮຽນ ທີ່ຖອດຖອນໄດ້ ນັ້ນ ນໍາໄປ ໝູນໃຊ້ ເຂົ້າໃນການ ຈັດຕັ້ງປະຕິບັດ ຕົວຈິງ, ແນໃສ່ ເພື່ອພັດທະນາ ວຽກງານຫ້ອງວ່າການ ກໍ່ຄື ບຸກຄະລາກອນ ທີ່ເປັນເສນາທິການ ໃຫ້ແກ່ການນໍາ ແລະ ການຮັບໃຊ້ ວຽກງານ ຂອງພັກ-ລັດ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ທ້ອງຖິ່ນ ໃຫ້ມີ ຄຸນນະພາບ ດີຂຶ້ນກວ່າເກົ່າ.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ສຸລິຈັນ ພອນແກ້ວ ກໍາມະການ ພັກແຂວງ, ເລຂາ ຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການແຂວງ ໄດ້ມີ ຄໍາເຫັນ ໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງ ຄວາມຊົມເຊີຍ ແລະ ສະແດງ ຄວາມສາມັກຄີ ເປັນເອກະພາບ ຕໍ່ກອງປະຊຸມ ກໍ່ຄື ຕໍ່ການ ຄົ້ນຄວ້າ ຕີລາຄາ ແລະ ການມີ ຄໍາຄິດ ຄໍາເຫັນ ຂອງບັນດາ ຜູ້ຮ່ວມ, ພ້ອມເນັ້ນ ໃຫ້ສືບຕໍ່ ເອົາໃສ່ ພັດທະນາ ດ້ານດີ ແລະ ແກ້ໄຂ ດ້ານອອ່ນ ໃນຂົງເຂດ ວຽກງານ ຫ້ອງວ່າການ ຢ່າງຈິງຈັງ, ຊອກໃຫ້ເຫັນ ສາເຫດ ເພື່ອພ້ອມກັນແກ້ໄຂ ໃຫ້ເກີດຄວາມ ໂລ່ງລຽນ, ເອົາໃຈໃສ່ ເຕົ້າໂຮມ ຄວາມສາມັກຄີ ຮັກແພງ ເຊິ່ງກັນ ແລະ ກັນໃຫ້ ແໜ້ນແຟ້ນ ແລະ ນໍາເອົາ ເນື້ອໃນ ຈິດໃຈ ຜົນກອງປະຊຸມ ຄັ້ງນີ້ ນໍາໄປຈັດຕັ້ງ ປະຕິບັດ ໃຫ້ເກີດຜົນ ເປັນຈິງ.
ໂອກາດ ດຽວກັນ ພາຍຫຼັງ ສໍາເລັດ ກອງປະຊຸມແລ້ວ, ຫ້ອງວ່າການແຂວງ ແລະ ຫ້ອງວ່າການ 5 ເມືອງ ໄດ້ຈັດ ກິດຈະກໍາ ແຂ່ງຂັນ ກິລາເປຕັງ ຮ່ວມກັນ ທີ່ເດີ່ນເປຕັງແຂວງ ເພື່ອເພີ່ມທະວີ ຮັດແໜ້ນ ຄວາມສາມັກຄີ ຮັກແພງ, ພ້ອມທັງ ໄດ້ຈົກສະຫລາກ ເອົາເຈົ້າພາບ ກອງປະຊຸມ ຄັ້ງທີ 2 ປີ 2022 ໄດ້ແກ່ ເມືອງພູວົງ ຖືກເປັນ ເຈົ້າພາບ ແລະ ໄດ້ຈັດ ການມອບ ຈາກເຈົ້າພາບ ຄັ້ງທີ 1 ໂດຍທ່ານ ສຸລິຈັນ ພອນແກ້ວ ຫົວໜ້າ ຫ້ອງວ່າການແຂວງ ໃຫ້ແກ່ ເມືອງພູວົງ, ກ່າວຮັບຈາກ ທ່ານ ສຸກັນ ມຽງລາວັນ ກຳມະການ ພັກເມືອງ, ຫົວໜ້າ ຫ້ອງວ່າການ ເມືອງພູວົງ ດ້ວຍຄວາມຍິນດີ ທີ່ໄດ້ ຮັບກຽດ ເປັນເຈົ້າພາບ ຄັ້ງທີ 2 ໃນປີ 2022 ດ້ວຍຄວາມ ເຕັມໃຈ.