ຫ້ອງວ່າການແຂວງ ອວຍພອນທ່ານ ບົວສອນ ບຸບຜາວັນ ໂອກາດປີໃໝ່ສາກົນ ຄ.ສ 2021
ເນື່ອງໃນໂອກາດ ປີໃໝ່ສາກົນ ຄ.ສ 2021 ຫ້ອງວ່າການແຂວງ ນໍາໂດຍ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງ ວ່າການແຂວງ ໄດ້ນໍາເອົາກະຕ່າຂອງຂວັນ ໄປອ່ວຍພອນ ທ່ານ ບົວສອນ ບຸບຜາວັນ ອາດີດນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ທີ່ເຮືອນພັກ ຢູ່ບ້ານ ໂພນສະຫວ່າງ ເມືອງ ສາມັກຄີໄຊ ແຂວງອັດຕະປື ເພື່ອເປັນການ ສະແດງເຖິງ ຄວາມກະຕັນຍູ ຮູ້ບຸນຕໍ່ອາດີດ ການນໍາ ຂອງປະເທດ ທີ່ໄດ້ມາເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງອັດຕະປື.