banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:48
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2009
ເດືອນນີ້:ເດືອນນີ້:8131
ທັງໝົດ:ທັງໝົດ:889593

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຕອນເຊົ້າ ວັນທີ 4 ກຸມພາ 2020, ຄະນະພັກ ຮາກຖານ ຫ້ອງວ່າການແຂວງ ອັດຕະປື ໄດ້ຈັດ ກອງປະຊຸມ ດໍາເນີນ ຊີວິດ ການເມືອງ ທ້າຍສະໄໝ ແລະ ທາບທາມ ບຸກຄະລາກອນ ຄະນະພັກ ຮາກຖານ ຮອບທີ II, ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5 ຕຶກສໍານັກງານ ອົງການ ປົກຄອງແຂວງ, ໂດຍພາຍໃຕ້ ການເປັນ ປະທານ ຂອງ ສະຫາຍ ທະນູໄຊ ບັນຊາລິດ ກໍາມະການ ພັກແຂວງ ເລຂາ ຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການແຂວງ, ມີບັນດາ ສະຫາຍ ຄະນະພັກ ຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ ແລະ ແຂກ ຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາສະຫາຍ ທີ່ເຂົ້າຮ່ວມ ໄດ້ຮັບຟັງ ແລະ ພ້ອມກັນ ປະກອບຄໍາເຫັນ ໃສ່ຮ່າງ ລາຍງານການເມືອງ ທັງສອງພາກ, ປະກອບ ຄໍາຄິດເຫັນ ໃສ່ຮ່າງ ບົດ ສໍາຫຼວດ ການນໍາພາລວມ ຂອງຄະນະພັກ ຮາກຖານ ແລະ ຮ່າງແຜນພັດທະນາ ຂະແໜງການ ຫ້ອງວ່າການແຂວງ ໃຫ້ມີ ເນື້ອໃນ ຄົບຖ້ວນ ສົມບູນ ຂື້ນຕື່ມ ແລະ ແທດເໝາະ ກັບສະພາບ ຕົວຈິງ; ພ້ອມນັ້ນ, ກໍ່ເພື່ອ ຄວາມ ເປັນເອກະພາບກັນ ແລະ ມະຕິຮັບຮອງ ບັນດາ ເອກະສານ ດັ່ງກ່າວ ເພື່ອແນ່ໃສ່ ການກະກຽມ ເປີດກອງ ປະຊຸມ ໃຫຍ່ຄະນະພັກ ຮາກຖານ ຫ້ອງວ່າການແຂວງ ທີ່ຈະໄຂຂື້ນ ໃນມໍ່ໆນີ້ ໃຫ້ໄດ້ຮັບຜົນ ສໍາເລັດ ຕາມຄາດໝາຍ ທີ່ວາງໄວ້. ໂອກາດດຽວກັນ ກອງປະຊຸມ ຍັງໄດ້ປ່ອນບັດ ທາບທາມ ບຸກຄະລາກອນ ຄະນະພັກ ຮາກຖານຫ້ອງ ວ່າການແຂວງ ຮອບທີ II ສໍາເລັດ.