banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:80
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2325
ເດືອນນີ້:ເດືອນນີ້:13180
ທັງໝົດ:ທັງໝົດ:880356

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຫ້ອງວ່າການແຂວງ ສຳເລັດບັ້ນດຳເນີນ ຊີວິດການເມືອງ ປັບປຸງປົວແປງ ພາຍໃນພັກ: ໃນທ້າຍອາທິດ ແລ້ວນີ້ ຄະນະພັກຮາກຖານ ຫ້ອງວ່າການ ປົກຄອງແຂວງ ໄດ້ສຳເລັດ ບັ້ນດຳເນີນຊີວິດ ການເມືອງ ປັບປຸງ ປົວແປງພັກ, ພາຍຫຼັງດຳເນີນ ມາເປັນເວລາ 4 ວັນ ຄືລະຫວ່າງ ວັນທີ 31/7/ - 3/8 / 2017 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານ ອົງການ ປົກຄອງແຂວງ ໂດຍການ ເປັນປະທານ ແລະ ຊີ້ນຳໂດຍ ສະຫາຍ ປອ.ນາມ ວິຍາເກດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາຄະນະ ພັກຮາກຖານ ຫົວໜ້າ ຫ້ອງວ່າການແຂວງ, ມີຄະນະພັກຮາກຖານ, ສຳມາຊິກພັກ ແລະ ຄະນະຮັບຜິດຊອບ ບັ້ນດຳເນີນຊີວິດ ການເມືອງ ຈາກຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງຂົ້າຮ່ວມ.ຕະຫຼອດໄລຍະ ດຳເນີນກອງປະຊຸມ ເປັນເວລາ 4 ວັນ ແມ່ນໄດ້ພ້ອມກັນ ເຊື່ອມຊືມເອກະສານ ເດັດດ່ຽວປັບ ປຸງປົວແປງ ພາຍໃນພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສະຫຼຸຸບ ຕີລາຄາຄືນ ຄວາມຮັບຜິດຊອບ ການຊີ້ນຳ-ນຳພາ ຂອງຄະນະພັກ ຮາກຖານ 3 ປີ ຜ່ານມາ ພ້ອມທັງມີການຜ່ານ ບົດສຳຫຼວດ ແຕ່ລະບຸກຄົນ ໃນຄະນະພັກ, ຄະນະຫ້ອງວ່າການ ແລະ ທາມທາມລົງຄະແນນສຽງ ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ຕໍ່ການນຳພາລວມ ຂອງຄະນະພັກ ນອກຈາກນັ້ນ ຍັງໄດ້ແບ່ງຈຸສຳຫຼວດ ເພື່ອຕີລາຄາ ສຳມະຊິກພັກ ແຕ່ລະ ສະຫາຍ ໂດຍມີການ ປະກອບຄຳຄິດ, ຄຳເຫັນ ເພື່ອກໍ່ສ້າງ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ບົນພື້ນຖານ ຄວາມເປັນຈິງ ແນໃສ່ ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ, ປັບປຸງແບບແຜນ ວິທີນຳພາ, ວິທີເຮັດວຽກ ໃຫ້ມີຄວາມ ຄ່ອງຕົວ ແລະ ຮັບປະກັນ ປະສິດທິທິພາບ, ປະສິທິຜົນ ໃນໜ້າທີ່ວຽກງານ ທີ່ນອນໃນຄວາມ ຮັບຜິດຊອບ, ຜ່ານບັ້ນດໍາເນີນ ຊີວິດການເມືອງ ປັບປຸງປົວ ແປງພັກໃນຄັ້ງນີ້ ມີສະຫາຍ ສຳມະຊິກພັກເຂົ້າຮ່ວມ ທັງໝົດ 68 ສະຫາຍ, ຍິງ 19 ສະຫາຍ ແລະ ໄດ້ຕີລາຄາ ຈັດປະເພດ ໃນຄະນະພັກຮາກຖານ ປະເພດແຂງ ມີ 5 ສະຫາຍ, ຍິງ 1 ສະຫາຍ, ປະເພດກາງ 1 ສະຫາຍ, ສ່ວນສຳມະຊີກພັກ ປະເພດແຂງມີ 59 ສະຫາຍ, ຍິງ 18 ສະຫາຍ, ກາງ 4 ສະຫາຍ. ໃນຕອນທ້າຍ ຂອງພິທິ ສະຫາຍ ປອ. ນາມ ວິຍາເກດ ກຳມະການສູນກາງພັກ, ເລຂາພັກແຂງ, ເຈົ້າແຂວງອັດຕະປື ໄດ້ໃຫ້ກຽດໂອ້ລົມ ໃນນີ້ທ່ານ ໄດ້ຍົກໃຫ້ເຫັນ ຄວາມໝາຍສຳຄັນ ຂອງບັ້ນດຳເນີນ ຊີວິດການເມືອງ ໃນຄັ້ງນີ້ ຈຸດປະສົງ ກໍ່ເພື່ອເປັນການ ກວດກາຄວາມ ຮັບຜິດຊອບ, ຄຸນທາດການເມືອງ ຄຸນສົມບັດ ສິນທຳ ປະຕິວັດ, ແບບແຜນວິທີ ນຳພາ-ວິທີເຮັດວຽກ, ແບບແຜນ ດຳລົງຊີວິດຂອງ ພະນັກງານນຳພາ-ຄຸ້ມຄອງ ກໍ່ຄືສຳມະຊິກພັກ ແຕ່ລະສະຫາຍ ຕໍ່ການປະຕິບັດ ໜ້າທີ່ການເມືອງ ໃນເງື່ອນໄຂໃໝ່ ເພື່ອເສີມຂະຫຍາຍ ມູນເຊື້ອອັນດີ ຂອງພັກ, ແກ້ໄຂຈຸດອ່ອນ ຂໍ້ຂາດຕົກບົກຜ່ອງ ສ້າງແນວ ຄິດໃຫ້ມີການຫັນ ປ່ຽນຢ່າງຕັ້ງໜ້າ, ແບບຢ່່າງການນຳພາ ໃນຄະນະພັກຂັ້ນຕ່າງໆ ມີຄວາມປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອສ້າງ ຄວາມເຊື່ອໝັ້ນ ແລະ ພ້ອມກັນ ເຮັດໜ້າທີ່ວຽກງານ ການເມືອງ ທີ່ການຈັດຕັ້ງມອບໝາຍ ໃຫ້ສຳເລັດຜົນ.