banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:158
ມື້ວານນີ້:ມື້ວານນີ້:440
ອາທິດນີ້:ອາທິດນີ້:985
ເດືອນນີ້:ເດືອນນີ້:12955
ທັງໝົດ:ທັງໝົດ:827576

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ທ່ານ ບຸນທອງ ຈິດມະນີ

ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ

ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງຊານໄຊ

ໃນຕອນເຊົ້າ ຂອງວັນທີ 5 ຕຸລາ 2023 ນີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະນຳຈາກສູນກາງ ແລະ ຄະນະນຳຂອງແຂວງ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຊານໄຊ ແຂວງອັດຕະປື, ພິທີຕ້ອນຮັບໄດ້ຈັດຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງຊານໄຊ ແລະ ໄດ້ຕ້ອບຮັບຢ່າງອົບອຸ່ນຈາກຄະນະນຳ ພະນັກງານຫົວຈັກຫຼັກແຫຼ່ງທົ່ວຂອງເມືອງຊານໄຊ.

ນະໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ສູວັນສີ ແກ້ວວີເສີດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊານໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຕະຫຼອດໄລຍະຜ່ານມາວ່າ: ເມືອງຊານໄຊ ເປັນເມືອງທີ່ມີເນື້ອທີ່ພູດອຍກວມເອົາ 95%,ທົ່ງພຽງ 5%  ແລະ ເປັນເມືອງທີ່ໄດ້ຮັບການສ້າງຕັ້ງຂື້ນເປັນເວລາດົນນານ (ມີການຍົກຍ້າຍ ທີ່ຕັ້ງຫຼາຍບ່ອນ), ເປັນເມືອງຕິດພັນກັບປະຫວັດສາດຂອງການປະຕິວັດທີ່ໄດ້ຮັບນາມມະຍົດເປັນເມືອງວິລະຊົນໃນປີ(1979), ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ ໄປຕາມຍຸກສະໄໝແຫ່ງການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະ ສະພາບຄວາມເປັນຈິງຂອງທ້ອງຖິ່ນ ເຊີ່ງມາເຖິງປະຈຸບັນນີ້ທົ່ວເມືອງມີ 39 ບ້ານ, ມີ 4 ຈຸດສຸມກຸ່ມບ້ານ, ມີ 4.672 ຄົວເຮືອນ, ມີ 5.943 ຄອບຄົວ, ມີພົນລະເມືອງທັງໝົດ 26.605 ຄົນ, ຍິງ 13.264 ຄົນ; ປະຊາຊົນໄດ້ຍຶດຖືອາຊີບຕົ້ນຕໍ ແມ່ນເຮັດນາ,ເຮັດສວນ  ລ້ຽງສັດ ແລະ ຄ້າ-ຂາຍຍ່ອຍເປັນອາຊີບສຳຮອງ,ດ້ານເສດຖະກິດ-ສັງຄົມ ຜ່ານການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດມະຕິ XI ຂອງພັກ, ຂອງແຂວງ ແລະ ມະຕິ XIII ຂອງອົງ ຄະນະພັກເມືອງຜ່ານມາ ໄດ້ບັນລຸຜົນສໍາເລັດອັນສໍາຄັນຫຼາຍດ້ານ ເຊີ່ງໄດ້ເຮັດໃຫ້ພື້ນຖານທາງດ້ານເສດຖະກິດການຜະລິດມີທ່າອ່ຽງຂະຫຍາຍຕົວ ໂດຍສະເລ່ຍ 34,7%/ປີ, ລວມຍອດຜະລິດຕະພັນພາຍໃນ GDP ປີ 2022 ສະເລ່ຍໃສ່ພົນລະເມືອງບັນລຸໄດ້ 1.231.339 ກີບ/ຄົນ/ປີ, ໃນນັ້ນ ຂະແໜງກະສີກໍາປ່າໄມ້ 83,9% ຂອງ (GDP), ຂະແໜງອຸດສະຫະກໍາ 5,7% ຂອງ (GDP), ຂະແໜງບໍລິການ 10,4% ຂອງ (GDP), ຂະບວນການຜະລິດກະສີກໍາເປັນສິນຄ້າກໍ່ມີບາດກ້າວຂະຫຍາຍຕົວ ມາຮອດປີ 2023 ເນື້ອທີ່ສວນກາເຟ, ໝາກແໜ່ງ, ມັນຕົ້ນ, ພືດຜັກ ແລະ ສັດລ້ຽງເພີ່ມຂື້ນ ວຽກງານການບໍລິການປະຊາຊົນການພັດທະນາພື້ນຖານໂຄງລ່າງດີຂື້ນເຊັ່ນ: ເສັ້ນທາງ, ໂຮງຮຽນ, ໂຮງໝໍ, ຊົນລະປະທານ, ນໍ້າລິນ, ສໍານັກງານອົງການ ແລະ ເຮືອນຊານບ້ານຊ່ອງຂອງປະຊາຊົນ ມີການພັດທະນາ; ມີເສັ້ນທາງ ສາມາດເຂົ້າເຖີງບ້ານທົ່ວເມືອງມີ 39 ບ້ານ ເທົ່າກັບ 100%, ໃນນັ້ນ, ທຽວໄດ້ 2 ລະດູມີ 17 ບ້ານ ແລະ ພ້ອມກັນນັ້ນໄດ້ເອົາໃຈໃສ່ຄຸ້ມຄອງແລະນໍາໃຊ້ທີ່ດິນຕາມລະບຽບກົດໝາຍ; ມີລະບົບຕາຂ່າຍໄຟຟ້າຂະຫຍາຍລົງສູ່ທຸກບ້ານ 100%, ຄົວເຮືອນຊົມໃຊ້ໄຟຟ້າກວມເອົາ 75%, ລະບົບຮັບສັນຍານແບບ 2G, 3G ແລະ 4G ປົກຄຸມໄດ້ພື້ນທີ່ສ່ວນໜື່ງໃນ 39 ບ້ານທົ່ວເມືອງ,ໄດ້ຂະຫຍາຍຕາໜ່າງການສືກສາປັບປຸງຄຸນນະພາບການສືກສາ,ການບໍລິການດ້ານພື້ນຖານໂຄງລ່າງຕ່າງໆດີຂື້ນ,ຂະຫຍາຍຕາໜ່າງສາທາລະນະສຸກ ອອກແຮງຕ້ານ-ສະກັດກັ້ນພະຍາດດ້ວຍການໂຄສະນາສຸຂະສືກສາຢ່າງແຂງແຮງອັນຜົນເດັ່ນມີບ້ານແບບຢ່າງດ້ານສາທາລະນະສກຸມີ 26 ບ້ານ,ບ້ານປອດຖ່າຍຊະຊາຍມີ 09 ບ້ານ, ຕັ້ງໜ້າດຳເນີນການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ ຢູ່ຕາມຂອບເຂດອ່ອນແອ, ຫຼໍ່ແຫຼມ, ມີບ້ານປ້ອງກັນຊາດເຂັ້ມແຂງມີ 5 ບ້ານ, ບ້ານປ້ອງກັນຄວາມສະຫງົບດີມີ 15 ບ້ານ.

ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຄວາມໝາຍ, ຄວາມສຳຄັນ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ທິດເຍືອງທາງ ຕໍ່ຄະນະນຳຂອງເມືອງຊານໄຊ ກ່ອນອື່ນທ່ານກໍ່ໄດ້ຊົມເຊີຍຕໍ່ຜົນສຳເລັດຫຼາຍດ້ານທີ່ສະແດງອອກໃນບົດລາຍງານ ຂອງ ສະຫາຍ ເລຂາພັກເມືອງ, ເຈົ້າເມືອງ ແລະ ທ່ານກໍ່ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການນໍາພາ - ຊີ້ນໍາ ດ້ວຍຄວາມບຸກບື້ນສູ້ຊົນຂອງຄະນະພັກ, ອົງການປົກຄອງຢູ່ແຕ່ລະຂັ້ນ ແລະປະຊາຊົນບັນດາເຜົ່າທົ່ວເມືອງຊານໄຊ, ແຂວງອັດຕະປື ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງຕົນໃນຜ່ານມາ ໂດຍໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອອັນດີງາມ, ​ໄດ້​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ​ທົດ​ສອບ​ນາໆ​ປະການທີ່ເກີດຈາກບັນຫາດ້ານເສດຖະກິດ - ການເງິນ, ໄພພິບັດທໍາມະຊາດ, ຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ແລະຈາກການເຄື່ອນໄຫວທໍາລາຍມ້າງ ເພຂອງອິດທິກໍາລັງປໍລະປັກ ຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ສໍາຄັນ ໃນການປົກປັກຮັກສາ ແລະສ້າງສາພັດທະນາເມືອງຂອງຕົນ ຕາມທິດທາງແຜນການທີ່ວາງໄວ້. ນອກນີ້ ທ່ານຍັງໄດ້ເນັ້ນຫນັກຫຼາຍບັນຫາເພື່ອໃຫ້ຄະນະນຳຂອງເມືອງ ຈົ່ງສືບຕໍ່ຈັດຕັ້ງປະຕິບັດວຽກງານການເມືອງຄື້ດັ່ງນີ້: 1; ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໄລຍະໃໝ່ ໃຫ້ກວ້າງຂວາງ ແລະເລິກເຊິ່ງກວ່າເກົ່າ ດ້ວຍຫຼາຍວິທີການທີ່ສອດຄ່ອງກັບແຕ່ລະເປົ້າໝາຍ; ອັນສໍາຄັນແມ່ນການສ້າງຄວາມຮັບຮູ້ ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດທີ່ວາງອອກແຕ່ລະໄລຍະ ໃຫ້ສະມາຊິກພັກ - ພະນັກງານ ກໍຄືປະຊາຊົນບັນດາເຜົ່າໃຫ້ຮັກສາໄດ້ຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ສ້າງໃຫ້ມີການຫັນປ່ຽນດ້ານທັດສະນະ - ແນວຄິດ, ຈິນຕະນາການລະຫວ່າງອັນຖືກ - ອັນຜິດ, ຫັນວິທີຄິດແບບເກົ່າ, ເຮັດແນວເກົ່າ ໄປສູ່ການຄົ້ນຄິດ, ການປະດິດສ້າງໃໝ່, ແຂ່ງຂັນກັນພັດທະນາ ໃຫ້ເປັນການກະທຳຕົວຈິງຢູ່ໃນຕົວບຸກຄົນ ແລະໝູ່ຄະນະ, 2; ການພັດທະນາເສດຖະກິດໃຫ້ຕິດພັນກັບການຈັດສັນພູມລໍາເນົາຄົງທີ່ ແລະອາຊີບໝັ້ນຄົງໃຫ້ປະຊາຊົນ, ການຈັດຕັ້ງກຸ່ມການຜະລິດ ແລະການສົ່ງເສີມຄອບຄົວຕົວແບບປູກ - ລ້ຽງ ແລະບໍລິການຕ່າງໆ; ສືບຕໍ່ຊຸກຍູ້, ຕິດຕາມການຜະລິດກະສິກໍາຕາມລະດູການ, ເຮັດແນວໃດໃຫ້ມີຜົນຜະລິດສູງຂຶ້້ນ ແລະໃຫ້ກາຍເປັນສິນຄ້າຫຼາຍກວ່າເກົ່າ; ເອົາໃຈໃສ່ການຈັດສັນ ແລະຄຸ້ມຄອງທີ່ດິນກະສິກໍາ ກໍຄື 3 ປະເພດປ່າໃຫ້ດີ, ຈໍາກັດບັນຫາຂໍ້ຂັດແຍ່ງທີ່ຈະເກີດຂຶ້ນໃຫ້ໄດ້; ສືບຕໍ່ກໍ່ສ້າງ ແລະປັບປຸງຟື້ນຖານໂຄງລ່າງເສດຖະກິດຂອງເມືອງໃຫ້ມີຄວາມຄືບໜ້າ ແລະໃຫ້ມີຄຸນນະພາບ, ຮັບປະກັບການປົກປັກຮັກສາໃຫ້ຢູ່ໃນສະພາບດີ, ນໍາໃຊ້ໄດ້ຍາວນານ,

3; ດ້ານວັດທະນະທໍາ - ສັງຄົມ, ສືບຕໍ່ເອົາໃຈໃສ່ໃນດ້ານນີ້ໃຫ້ຫຼາຍກວ່າເກົ່າ, ລົງເກັບ ກໍາຂໍ້ມູນໃຫ້ລະອຽດຈະແຈ້ງ, ໃຫ້ເຫັນໄດ້ສະພາບຕົວຈິງຢູ່ຮາກຖານແທ້ ເພື່ອວາງວິທີການແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ຖືກຕ້ອງເໝາະສົມ ເປັນຕົ້ນບັນຫາຄຸນນະພາບການຮຽນ - ການສອນ, ປະ ກົດການຫຍໍ້ທໍ້ໃນຂົງເຂດການສຶກສາ, ການຄຸ້ມຄອງແຮງງານ ແລະ 4 ; ໃຫ້ສືບຕໍ່ຖືເອົາວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ, ຕອບຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງອິດທິກໍາລັງປໍລະປັກ, ການສະກັດກັ້ນ ແລະຄຸ້ມຄອງທຸກການເຄື່ອນໄຫວສ້າງກໍາລັງ, ສ້າງຮາກຖານກໍາປະຊາຊົນ ໃນຮູບການຕ່າງໆ ໂດຍສະເພາະແມ່ນການເຜີຍແຜ່ສາສະໜາ, ການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມທີ່ບໍ່ແມ່ນຂອງລັດຖະ ບານ ແລະອື່ນໆ; ເອົາໃຈໃສ່ວຽກງານຄຸ້ມຄອງພົນລະເມືອງ ແລະການແກ້ໄຂບັນຫາຫຍໍ້ທໍ້ອື່ນໆ ເຊັ່ນ : ບັນຫາຢາເສບຕິດ, ບັນຫາຂີ້ລັກງັດແງະ, ບັນຫາລັກລອບຊັບພະຍາກອນທໍາມະຊາດ, ການບຸກລຸກ 3 ປະເພດປ່າ ແລະອື່ນໆ.

ໂອກາດດຽວກັນນີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ມອບ ຄອມພິວເຕີຕັ້ງໂຕະ ຈຳນວນ 2 ຊຸດ ມູນຄ່າ 20 ລ້ານກີບ ແລະ ເງິນສົດ ຈຳນວນ 30.000.000 ກີບ ໃຫ້ແກ່ເມືອງຊານໄຊ.

ຂ່າບ-ພາບ ວີໄລສັກ ແກ້ວຫຼວງໂຄດ