banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:172
ມື້ວານນີ້:ມື້ວານນີ້:440
ອາທິດນີ້:ອາທິດນີ້:999
ເດືອນນີ້:ເດືອນນີ້:12969
ທັງໝົດ:ທັງໝົດ:827590

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 

ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຮອງປະທານປະເທດ ແຫ່ງ ສປປ ລາວ

ລົງພົບປະ ແລະ ຢ້ຽມຢາມປະຊະຊາຊົນຊາວເມືອງສະໜາມໄຊ

ໃນຕອນບ່າຍຂອງວັນທີ 4 ຕຸລາ  2023 ນີ້ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳທີ່ມາຈາກສູນກາງ ແລະ ການນຳຂອງແຂວງ ໄດ້ລົງພົບປະຢ້ຽມຢາມປະຊາຊົນ ຢູ່ບ້ານ ດົງບາກໃໝ່ຫີນຄຳ ແລະ ບ້ານ ສະໝອງໃຫມ່ປີນດົງ ເມືອງສະໜາມໄຊ ແຂວງອັດຕະປື, ພິທີຕ້ອນຮັບໄດ້ຈັດຂື້ນທີ່ ສະໂມສອນ ຂອງຫ້ອງການບ້ານ ດົງບາກໃໝ່ຫີນຄຳ ໂດຍການເຂົ້າຮ່ວມຕ້ອນຮັບຂອງຄະນະນຳເມືອງ ສະໝາມໄຊ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນອື່ນ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳທີ່ມາຈາກສູນກາງ ແລະ ການນຳຂອງແຂວງ ກໍ່ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ແລະ ສະພາບລວມຂອງບ້ານ ຈາກອຳນາດການປົກຄອງບ້ານ ເຊິ່ງບ້ານໃຫມ່ຫີນຄຳນີ້ ກໍ່ແມ່ນບ້ານໜຶ່ງທີ່ຂື້ນກັບເທດສະບານເມືອງ ມີເນື້ອທີ່ທັງໝົດປະມານ 5.891 ເຮັກຕາ ໃນນີ້ມີເນື້ອທີ່ເຮັດການຜະລິດ 752 ເຮັກຕາ. ທົ່ວບ້ານມີ 2 ຄຸ້ມ , ມີ 32 ໜ່ວຍ, ມີປະຊາຊົນອາໃສຢູ່ຮ່ວມກັນ 2 ເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ ແລະ ເຜົ່າໂອຍ, ມີພົນລະເມືອງທັງໝົດ 2.039 ຄົນ, ມີ 420 ຄົວເຮືອນ, ມີ 574 ຄອບຄົວ ໃນນັ້ນ ຄອບຄົວທີ່ພົ້ນທຸກມີ 380 ຄອບຄົວ, ຄອລຄົວທີ່ກຸ້ມກີນ ມີ 166 ຄອບຄົວ ແລະ ຄອບຄົວທີ່ທຸກຍາກມີ 28 ຄອບຄົວ. ບ້ານ ດົງບາກໃໝ່ຫີນຄຳ ຖືວ່າເປັນບ້ານໜຶ່ງທີ່ມີການຈັດສັນວຽກງານ ອາຊິບທີ່ໝັ້ນຄົງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ ໂດຍປະຈຸບັນແມ່ນໄດ້ເນັ້ນໃສ່ການຜະລິດລະດູຝົນ ປີ 2023 ເຊິ່ງໄດ້ຜະລິດເຂົ້ານາປີ ລວມເນື້ອທີ່ທັງໝົດ 544 ເຮັກຕາ ນອກນັ້ນແມ່ນໄດ້ເນັ້ນການປູກມັນຕົ້ນ...

ໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ມີຄຳເຫັນໂອ້ລົມ ກັບພໍ່ແມ່ປະຊາຊົນ ເຊິ່ງທ່ານໄດ້ ຢ້ຽມຢາມຖາມຂ່າວ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ໄດ້ຂອບໃຈທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ທ່ານ ກໍ່ໄດ້ເນັ້ນໜັກ ໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການພັດທະນາຊີວິດການເປັນຢູ່ດ້ວຍການອອກແຮງງານ ເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ພັດທະນາຊີວິດຄອບຄົວໃຫ້ມີຢູມີກິນ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ປຸກລະດົມ ສົ່ງເສີມໃຫ້ເດັກນ້ອຍ, ຊາວຫນຸ່ມເຍົາວະຊົນ ໄດ້ຮັບການສືກສາຮ່ຳຮຽນຢ່າງຖົ່ວເຖິງ ແລະ ໄດ້ເນັ້ນໃຫ້ຄະນະພັກ, ອຳນາດການປົກຄອງບ້ານ ຈົ່ງ ເພີ່ມພູນຄວາມຮັບຜິດຊອບຂອງຕົນ ໃນການນຳພາ-ຊີ້ນຳພໍ່ແມ່ປະຊາຊົນໃຫ້ເປັນເຈົ້າການຕົນເອງໃນການປະຕິບັດລະບຽບກົດຫມາຍ, ການສ້າງສາພັດທະນາຊີວິດການເປັນຢູ່ຂອງຄອບຄົວ ແລະ ເນັ້ນໃຫ້ 2 ກຳລັງ ຈົ່ງ ໜັກແໜ້ນໃນການຮັກສາຄວາມສະຫງົບ, ຄວາມປອດໄຟ ພາຍໃນບ້ານ ຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງ.  ຈາກນັ້ນກໍ່ໄດ້ເດີນທາງໄປພົບປະຢ້ຽມຢາມ ແລະ ໂອລົມ ກັບພໍ່ແມ່ປະຊາຊົນ ບ້ານ ສະໝອງໃຫມ່ປີນດົງອີກ.

ໂອກາດັ່ງກ່າວ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຮອງປະທານປະເທດ ຍັງໄດ້ມອບ ປື້ມ 2.400 ຫົວ ແລະ ບິກຂຽນ 2.000 ກ້ານ ໃຫ້ທັງ 2 ບ້ານ ດັ່ງກ່າວອີກດ້ວຍ.

ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ