ໃນຕອນເຊົ້າຂອງວັນທີ 2 ຕຸລາ 2023 ນີ້ ແຂວງອັດຕະປືືໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄຫມທີ XI ຂື້ນທີ່ຫ້ອງປະຊຸມຊັ້ນ 5 ຂອງຕຶກສຳນັກງານອົງການປົກຄອງແຂວງ, ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາສະຫາຍເລຂາໜ່ວຍພັກ ພະແນກການ ແລະ ແຂກຖືກເຊີນເຂົ້້າຮ່ວມ.
ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອັດຕະປື ທັງເປັນປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ແລະ ຄຳເຫັນກ່າວເປີດກອງປະຊຸມຄັ້ງນີ້ວ່າ: ມື້ນີ້, ພວກເຮົາໄດ້ພ້ອມກັນດຳເນີນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງຄັ້ງທີ 9 ສະໄໝທີ XI ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍ່ຄືມະຕິ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງຂອງສັງຄົມ. ຈຸດປະສົງຂອງກອງປະຊຸມມື້ນີ້, ພວກເຮົາຈະໄດ້ຮັບຟັງການຜ່ານບົດສະຫຼຸບການຊີ້ນຳ-ນຳພາຮອບດ້ານ ໃນໄລຍະ 9 ເດືອນ ປີ 2023 ແລະ ທິດທາງ 3 ເດືອນທ້າຍປີ 2023, ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກອື່ນໆທີ່ສຳຄັນອີກຈຳນວນໜຶ່ງ. ບັນດາສະຫາຍທີ່ນັບຖື ແລະ ຮັກແພງ! ປະຈຸບັນນີ້ ແຂວງອັດຕະປືຂອງພວກເຮົາ ກໍ່ຄືກັບທ້ອງຖິ່ນອື່ນໆໃນທົ່ວປະເທດ ລ້ວນແຕ່ໄດ້ຮັບຜົນກະທົບທາງລົບຈາກບັນດາວິກິດການຕ່າງໆຢູ່ໃນໂລກ ແລະ ພາກພື້ນ ຈາກລາຄານ້ຳມັນເຊື້ອໄຟມີການປ່ຽນແປງບໍປົກກະຕິ, ລາຄາພືດພັນທັນຍາຫານມີທ່າອ່ຽງເພີ່ມຂື້ນ, ວິກິດການເງິນໂລກຍັງສືບຕໍຜັນແປ ອັນໄດ້ກາຍເປັນອຸປາສັກ, ສິ່ງທ້າທາຍສຳລັບການນຳພາຂອງພວກເຮົາ. ຕໍ່ໜ້າສະພາບການດັ່ງກ່າວ ພວກເຮົາໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ຫຼາຍໆວຽກ, ໃຊ້ບັນດາມາດຕະການຕ່າງໆ ທີ່ຈຳເປັນເພື່ອແກ້ໄຂຜ່ານມາ ແລະ ມີ ຜົນສຳເລັດຫຼາຍດ້ານ. ກອງປະຊຸມຂອງພວກເຮົາ ຈະໃຊ້ເວລາທັງໝົດ 1 ວັນ ອັນວ່າວຽກທີ່ພວກເຮົາຈະໄດ້ເຮັດແມ່ນຫຼາຍ ແຕ່ເວລາຂ້ອນຂ້າງຈຳກັດ ແລະ ຕ້ອງໄດ້ເຮັດຢ່າງເຄັ່ງຮ້ອນສົມຄວນ, ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງສະຫາຍທີ່ມີໜ້າທີ່ນີ້ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລື ອອກຄຳຄິດຄຳເຫັນຕໍ່ບັນຫາຕ່າງໆໃຫ້ລະອຽດທີ່ຖ້ວນ ແລະ ເລີກເຊິ່ງ, ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນຊອກວິທີທາງອອກຢ່າງເໝາະສົມ..
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ແມ່ນໄດ້ຮັບຟັງການລາຍງານ, ການຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ 9 ເດືອນຕົ້ນປີ 2023 ເຊິ່ງບັນດາຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂື້ນລາຍງານ ໂດຍມີບັນດາຫົວຂໍ້ທີ່ສຳຄັນດັ່ງນີ້: 1; ລາຍງານຕີລາຄາການນໍາພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, 2; ລາຍງານການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, 3; ລາຍງານການນໍາພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023 ແລະ 4; ລາຍງານການຈັດຕັ້ງປະຕິບັດການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນປະຈຳ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023. ຈາກນັ້ນ ປະທານກອງປະຊຸມ ກໍ່ໄດ້ມີຫຼາຍບັນຫາທີ່ໄດ້ຍົກມາເປັນຄຳຖາມເຈາະຈີ້ມ ໃຫ້ບັນດາຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ ແລະ ກໍ່ໄດ້ມີການປະກອບຄຳຄິດ, ຄຳເຫັນ ຕໍ່ກັບເນື້ອໃນຂອງບັນດາຫົວຂໍ້ທີ່ໄດ້ລາຍງານຂ້າງເທິງນັ້ນ ແລະ ບັນດາບັນຫາທີ່ຍັງຄົງຄ້າຜ່ານມາ ເພື່ອຫາທາງອອກ, ວິທີແກ້ໄຂ ຢ່າງເໝາະສົມ, ທັນກັບສະພາບການ ແລະ ຖືກຕ້ອງ, ຄົ້ນຄວ້າພິຈາລະນາທິດທາງ, ກຳນົດຄາດໝາຍສູ້ຊົນ ວຽກງານແຕ່ລະດ້ານສຳລັບແຜນການ 3 ເດືອນທ້າຍປີ 2023.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ.