banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:159
ມື້ວານນີ້:ມື້ວານນີ້:440
ອາທິດນີ້:ອາທິດນີ້:986
ເດືອນນີ້:ເດືອນນີ້:12956
ທັງໝົດ:ທັງໝົດ:827577

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 

ແຂວງອັດຕະປື ສຳເລັດ ກອງປະຊຸມອົງການປົກຄອງແຂວງ ງວດ II ປີ 2023

ກອງປະຊຸມອົງການປົກຄອງແຂວງ ງວດ II ປີ 2023 ໄດ້ໄຂຂື້ນໃນລະຫວ່າງວັນທີ 18-19 ກໍລະກົດ 2023 ທີ່ຫ້ອງປະຊຸມຊັ້ນ 5 ( 514 ) ສຳນັກງານອົງການປົກຄອງແຂວງ, ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາສະມາຊິກອົງການປົກຄອງແຂວງ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ, ບັນດາແຂກທີ່ຖືກເຊີນ ແລະ 5 ເມືອງ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ໄດ້ຮັບຟັງການລາຍງານ ຫຼາຍວຽກງານທີ່ສໍາຄັນໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໂດຍການຜັດປ່ຽນກັນຂື້ນລາຍງານຈາກບັນດາທ່ານສະມາຊິກອົງການປົກຄອງແຂວງ ເຊິ່ງມີຫລາຍວຽກງານທີ່ສໍາຄັນເປັນຕົ້ນ: ລາຍງານຜົນການ​ຊຸກ​ຍູ້, ຕິດ​ຕາມການ​ຈັດ​ຕັ້ງ​ປະ​ຕິ​ບັດມະຕິກອງປະຊຸມອົງການປົກຄອງແຂວງ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນ ທ້າຍ​ປີ 2023, ລາຍງານ​ການ​ປະ​ຕິ​ບັດ​​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນ ທ້າຍ​ປີ 2023, ລາຍ​ງານ​ກ່ຽວ​ກັບ​ການ​ຄົ້ນຄ້​ວາ​ອອກ​ອະ​ນຸ​ຍາດ​ ແລະ ການ​ຄຸ້ມ​ຄອງ​ການ​ລົງ​ທຶນພາຍ​ໃນ​ແຂວງຜ່ານປະຕູດຽວ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແກ້ໄຂ 6 ເດືອນທ້າຍປີ 2023, ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ 4 ຫົວ​ຂໍ້​ທີ່​ສະ​ພາ​ຮັບ​ຮອງ​ຄື: 1). ການ​ຄົ້ນ​ຄ້​ວາ​ວາງ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ທ່ອງ​ທ່ຽວ, 2). ໂຄງ​ການ​ອອກ​ແບບ​ດ່ານ​ສາ​ກົນ​ພູ​ເກືອ, 3). ຄົ້ນ​ຄ້​ວາ​ແບບ​ການ​ພັດ​ທະ​ນາ​ຕົວ​ເມືອງ​ເທດ​ສະ​ບານ ແລະ 4 ເມືອ ), ລາ​ຍ​ງານ​ການ​ຈັດ​ຕັັ້ງ​ປະ​ຕິ​ບັດ​ແຜນ​ງົບ​ປະ​ມານ​ລາຍ​ຮັບ-ລາຍ​ຈ່າຍ ປະ​ຈຳ 6 ເດືອນ ຕົ້ນ​ປີ  ແລະ​ ທິດ​ທາງ​ແຜນ​ການ 6 ເດືອນ ທ້າຍປີ 2023, ລາຍ​ງານ​ການ​ຄົ້ນ​ຄ້​ວາ​ກົນ​ໄກ​ການ​ຈັດ​ເກັບ​ລາຍ​ຮັບ, ການ​ເລັ່ງ​ທວງ​ໜີ້​ສິນ ແລະ ກົນ​ໄກ​ການ​ນຳ​ໃຊ້​ງົບ​ປະ​ມານ​ຂອງ​ຂະ​ແໜງ​ການໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແກ້ໄຂ 6 ເດືອນທ້າຍປີ 2023 ແລະ ຫຼາຍວຽກງານປິ່ນອ້ອມອື່ນໆທີ່ສຳຄັນອີກ ຈາກນັ້ນບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນ ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນທີ່ເປັນປະໂຫຍດຕໍ່ເນື້ອໃນຕ່າງໆຢ່າງເລິກເຊິ່ງ ເປັນຕົ້ນ ແມ່ນບາງບັນຫາສຳຄັນທີ່ເປັນຂອດຈະໄດ້ແກ້ໄຂດ້ານປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມພາຍໃນແຂວງ, ປະກົດການຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ, ປະກົດການຫຍໍ້ທໍ້ດ້ານການຈັດເກັບລາຍຮັບ, ການປະຕິບັດວາລະແຫ່ງຊາດ ແລະ ບັນຫາອື່ນໆ ໃຫ້ແທດເຖິງພາວະວິໄສ, ກົງໄປກົງມາ, ມີປະຊາທິປະໄຕ ແລະ ກ້າວໄປເຖິງຄວາມເປັນເອກະພາບສູງຕໍ່ທຸກບັນຫາທີ່ຕັ້ງຂຶ້ນ.

ຜ່ານການລາຍງານບັນດາວຽກງານທີ່ສຳຄັນ ໃນໄລຍະ 6 ເດືອນຕົ້ນປີນີ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ເຫັນໄດ້ວ່າ ເແຂວງ​ອັດຕະປື ຍັງ​​ສືບ​ຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຂະຍາຍຕົວຂອງເສດຖະກິດ​ ແມ່ນໄດ້ຊຸກຍູ້ຫົວໜ່ວຍການຜະລິດກະສິກຳ, ອຸດສາຫະກຳ ແລະ ບໍລິການ ທີ່ເປັນທ່າແຮງ ເພື່ອຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດໃຫ້ດີຂຶ້ນ ອີງໃສ່ຂໍ້ມູນຈາກຂະແໜງການ ທີ່ເອົາມາຄິດໄລ່ຈີດີພີ (GDP) 6 ເດືອນຕົ້ນປີ ຂະຫຍາຍຕົວຢູ່ໃນລະດັບ  3,35% (ມະຕິສະພາ 6,42%), ຄິດເປັນມູນຄ່າຕາມລາຄາໃນປີ 4.064 ຕື້ກີບ ເທົ່າກັບ 95% ຂອງແຜນການ, ຄາດຄະເນໝົດປີ ຈະປະຕິບັດໄດ້ລື່ນແຜນ (ມະຕິສະພາ 4.298 ຕື້ກີບ); ການເກັບລາຍຮັບງົບປະມານ ໄດ້ສຸມໃສ່ຫັນເປັນທັນສະໄຫມ ໃນໄລຍະ 6 ເດືອນຕົ້ນປີ ປະຕິບັດໄດ້ 308,21 ຕື້ກີບ ເທົ່າກັບ 56% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 178,33 ຕື້ກີບ ເທົ່າກັບ 137. ພິເສດແຂວງເຮົາ ໄດ້ນໍາໃຊ້ບ້ວງເງິນລື່ນແຜນ ຈຳນວນໜຶ່ງ ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ທີ່ແກ່ຍາວມາຫລາຍປີ ເຊິ່ງໃນ 6 ເດືອນຕົ້ນປີນີ້ ສາມາດຊໍາລະໜີ້ໄດ້ 34 ໂຄງການ ຈໍຳນວນ 23,79 ຕື້ກີບ; ສ່ວນການຈັດຕັ້ງປະຕິບັດຜົນການກວດກາແຫ່ງລັດ ແລະ ຜົນການກວດສອບຕາມມະຕິສະພາ ໂດຍສະເພາະການຫັກລົບມູນຄ່າໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດຕາມແຈ້ງການ ເລກທີ 130/ຫສນຍ, ແຂວງອັດຕະປື ມີ 13 ໂຄງການ, ມູນຄ່າທີ່ຕ້ອງຫັກລົບ 14,6 ຕື້ກີບ, ໃນນັ້ນ: ຫັກລົບແລ້ວ 2 ໂຄງການ ມູນຄ່າຫັກລົບ 331 ລ້ານກີບ, ສ່ວນ 11 ໂຄງການ ແມ່ນຍັງຢູ່ໃນຂັ້ນຕອນເຈລະຈາຕໍ່ລອງ, ການຜະລິດພືດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເຫັນວ່າເປັນຂະບວນ ແລະ ຟົດຟື້ນພໍສົມຄວນ ເປັນຕົ້ນ: ການປູກເຂົ້ານາແຊງ ເນື້ອທີ່ 662 ເຮັກຕາ, ມີີ 814 ຄອບຄົວ ຜົນຜະລິດ 2.475 ໂຕນ ເທົ່າກັບ 57% ຂອງແຜນການ, ການປູກ​ພືດ​ຜັກລະດູແລ້ງ ເນື້ອທີ່ 407 ເຮັກຕາ ຜົນຜະລິດ 2.262 ໂຕນ ເທົ່າກັບ 21% ຂອງແຜນການ; ການຜະລິດເປັນສິນຄ້າ ມີຄື: ສົ່ງເສີມປະຊາຊົນ ແບບທົ່ວໄປ ປະຕິບັດໄດ້ 871 ເຮັກຕາ ຜົນຜະລິດ 591 ໂຕນ; ສົ່ງເສີມປະຊາຊົນປູກແບບມີຈຸດສຸມ ເນື້ອທີ່ 10.639 ເຮັກຕາ ຜົນຜະລິດ 297.707 ໂຕນ; ການປູກພືດເປັນສິນຄ້າຂອງບໍລິສັດ ເນື້ອທີ່ 25.348 ເຮັກຕາ ຜົນຜະລິດ 755.606 ໂຕນ; ການເກັບກູ້ມັນຕົ້ນ ເນື້ອທີ່ເກັບກູ້ 15.877 ເຮັກຕາ ຜົນຜະລິດມັນດິບ 422.511 ໂຕນ ເປັນເງິນ 464 ຕື້ກີບ, ຜົນຜະລິດມັນຕົ້ນແຫ້ງ 177.004 ໂຕນ ເປັນເງິນ 495 ຕື້ກີບ.

ໂດຍລວມແລ້ວ ໃນໄລຍະ 6 ເດືອນຕົ້ນປີນີ້ ເຖິງແມ່ນວ່າສະພາບພາກພື້ນ-ສາກົນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກສັບສົນ ແຕ່ດ້ວຍຄວາມພະຍາຍາມ ນໍາພາ-ຊີ້ນຳຂອງຄະນະພັກ-ຄະນະນຳທຸກຂັ້ນ, ການປະກອບສ່ວນຢ່າງເປັນເຈົ້າການຂອງພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ເພື່ອນມິດຍຸດທະສາດ-ສາກົນ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງສືບຕໍ່ຂະຫຍາຍຕົວ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ