
ກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາງວດ II ປີ 2023 ໄດ້ມີຂຶ້ນໃນຕອນເຊົ້າ ຂອງວັນທີ 18 ກໍລະກົດ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ ຄະປະຈຳພັກແຂວງ ຮອງເຈົ້າແຂວງ, ມີຄະນະປະຈຳ, ຮອງເລຂາພັກແຂວງທີ່ຊີ້ນຳວຽກງານແຕ່ລະຂົງເຂດ, ມີບັນດາສະມາຊິກອົງການປົກຄອງແຂວງ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ, ບັນດາແຂກທີ່ຖືກເຊີນ ແລະ 5 ເມືອງ ເຂົ້າຮ່ວມ.
ທ່ານ ທະນູໄຊ ບັນຊາລິດ ໄດ້ມີຄໍາເຫັນກ່າວເປີດ ແລະ ຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຂຶ້ນລາຍງານ, ຄົ້ນຄວ້າ ແລະ ປະກອບຄໍາຄິດ-ຄໍາເຫັນ ໃຫ້ມີເນື້ອໃນຖືກຕ້ອງ, ເລິກເຊິ່ງ ແລະ ພາວະວິໄສ ທັງນີ້ກໍເພື່ອເຮັດໃຫ້ທຸກຂົງເຂດວຽກງານໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງ ການຜ່ານຮ່າງບົດສະຫຼຸບຂອງວຽກງານອົງການປົກຄອງແຂວງ ປະຈໍາ 6 ເດືອນ ແລະ ວາງທິດທາງແຜນການ ເຊິ່ງໃນວາລະຂອງກອງປະຊຸມ ຈະໄດ້ຮັບຟັງການສະຫຼຸບ ເພື່ອຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ລວມທັງກົນໄກການຈັດເກັບລາຍຮັບດ້ວຍຮູບແບບທັນສະໄໝ ແລະ ວຽກອື່ນໆ ທີ່ສຳຄັນອີກຈຳນວນໜຶ່ງ .
ກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາງວດ II ຈະດຳເນີນເປັນເວລາ 2 ວັນ ເຊິ່ງບັນດາຜູ້ເຂົ້າຮ່ວມ ກໍ່ຄືບັນດາທ່ານສະມາຊິກອົງການປົກຄອງແຂວງ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ ປຶກສາຫາລື ປະກອບຄຳຄິດເຫັນ ຕໍ່ບັນຫາຕ່າງໆໃຫ້ລະອຽດເລີກເຊິ່ງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດ ແລ້ວນຳມາຖອດຖອນບົດຮຽນ ເພື່ອພ້ອມກັນຊອກວິທີທາງແກ້ໄຂຢ່າງເໝາະສົມ ກ້າວໄປເຖິງການຄົ້ນຄວ້າພິຈາລະນາທິດທາງ, ກຳນົດຄາດໝາຍສູ້ຊົນວຽກງານແຕ່ລະດ້ານ ກໍ່ຄືແຜນການໃນອີກ 6 ເດືອນທ້າຍປີ 2023 ໃຫ້ວຽກງານຕ່າງໆຂອງອົງການປົກຄອງແຂວງ ໄດ້ຮັບການຈັດຕັ້ງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ:ວິໄລສັກ ແກ້ວຫຼວງໂຄດ