banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:99
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2344
ເດືອນນີ້:ເດືອນນີ້:13199
ທັງໝົດ:ທັງໝົດ:880375

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 


ອັດຕະປື ລະດົມທຶນ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫລອງ
2 ວັນປະຫວັດສາດລາວ-ຫວຽດນາມ ແລະ ການກະກຽມກອງປະຊຸມເຂດສາມຫລ່ຽມພັດທະນາ.

ຕອນເຊົ້າຂອງວັນທີ 28 ກັນຍາ 2022 ນີ້ ແຂວງອັດຕະປື ໄດ້ມີກອງປະຊຸມ ລະດົມທືນ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ປີ 2022 ແລະ ການກະກຽມຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ( CLV DTA JCC ) ຄັ້ງທີ 13 ທີ່ແຂວງອັດຕະປື ເປັນເຈົ້າພາບ.ກອງປະຊຸມຄັ້ງນີ້ໄດ້ມີຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປື, ມີບັນດາການນຳຂັ້ນສູງຂອງແຂວງ ແລະ ບັນດາບໍລິສັດ -ຫົວໜ່ວຍທຸລະກິດເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້,ໄດ້ມີບັນດາບໍລິສັດເຂົ້າຮ່ວມ ຫຼາຍບໍລິສັດ ທີ່ໄດ້ຍື່ນມືໃຫ້ການປະກອບສ່ວນສະຫນັບສະຫນູນສະເພາະມື້ນີ້ ໄດ້ມີ 30 ບໍລິສັດ ທີ່ໄດ້ມອບເປັນເງີນສົດເລີຍລວມເປັນເງີນທັງໝົດ 846.700.000 ກິບແລະ ຍັງມີອີກຫຼາຍບໍລິສັດທີ່ໄດ້ລົງທະບຽນໄວ້ ເພື່ອຈະມອບພາຍຫຼັງ

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ