ແຂວງອັດຕະປື ຮ່ວມກັບ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຈັດກອງປະຊຸມ ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ທີ່ຕິດພັນກັບ 2 ວາລະແຫ່ງຊາດ

ໃນຕອນເຊົ້າ ຂອງວັນທີ 28 ກໍລະກົດ 2022 ຜ່ານມານີ້ ແຂວງອັດຕະປື ຮ່ວມກັບ ຫ້ອງວ່າການສຳນັກງານນາຍົກ ຈັດກອງປະຊຸມ ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ໂດຍການໃຫ້ກຽດຮ່ວມເປັນປະທານຂອງ ທ່ານ ຮສ. ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວຫນ້າ ຫສນຍ, ທ່ານ ສຸລິຈັນ ພອນແກ້ວ ຫົວຫນ້າຫ້ອງວ່າການແຂວງ, ທ່ານ ພັອ ສີເວີນ ແກ້ວສີວົງສາ ຫົວຫນ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ນາງ ໃຍຄຳ ສີຊານົນ ຮອງຫົວຫນ້າພະແນກ ການເງີນແຂວງ, ມີບັນດາຫົວຫນ້າ, ຮອງຫົວຫນ້າພະແນກການ ອ້ອມຂ້າງແຂວງ, ເຈົ້າເມືອງ 5 ເມືອງ, ບັນດາທ່ານທີ່ເດີນທາງມາຈາກ ຫສນຍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ແມ່ນມີ 4 ຈຸດປະສົງຫລັກໆ ທີ່ຈະໄດ້ປຶກສາຫາລືກັນ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກ ແລະ ແຂວງອັດຕະປື ຄື: 1. ສ້າງຈຸດປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖີ່ນ ໃນການສະຫນອງ ຂໍ້ມູນຂ່າວສານຫລັກ ໃຫ້ແກ່ການເຄື່ອນໄຫວ ວຽກງານ ຂອງລັດຖະບານ ໃນວາລະປົກກະຕິ ແລະ ວາລະຮິບດ່ວນ ແລະ ໃນວຽກໂຄສະນາ ປະຊາສຳພັນ ຂໍ້ມູນຂ່າວສານ ພາກລັດ, ແນໃສ່ໂຄສະນາ ເຜີຍແຜ່ ແນວທາງນະໂຍບາຍ ຜົນສຳເລັດຕ່າງໆ ຂອງລັດຖະບານ ໃຫ້ປະຊາຊົນ ແລະ ສັງຄົມ, 2. ຕິດຕາມ ຊູກຍູ້ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ( ການແກ້ໄຂ ບັນຫາຢາເສບຕິດ ແລະ ການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ) ກໍ່ຄືການຈັດຕັ້ງປະຕິບັດ ວຽກງານຈຸດສຸມ ແລະ ພົ້ນເດັ່ນ ທີ່ລັດຖະບານໄດ້ມີທິດຊີ້ນຳ ແລະ ຕົກລົງ ທີ່ຕິດພັນກັບທ້ອງຖີ່ນ, 3. ແລກປ່ຽນບົດຮຽນ ກ່ຽວກັບວຽກງານ ເສນາທິການ, ປະສານງານ ແລະ ການບໍລິການ ຮັບໃຊ້ໃຫ້ແກ່ການນຳ, ລວມທັງແລກປ່ຽນ ບົດຮຽນ ກ່ຽວກັບການສ້າງກົນໄກ ແລະ ລະບຽບການ ເຮັດວຽກຂອງລັດທະບານ ກໍ່ຄືກົນໄກເຮັດວຽກຂອງ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ແລະ ອົງການປົກຄອງທ້ອງຖີ່ນ ແລະ 4. ສ້າງຄວາມເຂັ້ມແຂງ ທາງດ້ານການເປັນເສນາທິການ ຮັບໃຊ້ໃຫ້ແກ່ຂັ້ນເທິງ.

ກອງປະຊຸມຄັ້ງນີ້ ໂດຍອີງໃສ່ວາລະແມ່ນ ຈະໄດ້ຮັບຟັງ ການລາຍງານ ການປະຕິບັດ ວຽກງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ທີ່ຕິດພັນກັບ 2 ວາລະແຫ່ງຊາດ ຈາກ ພະແນກການກ່ຽວຂ້ອງ ຈາກນັ້ນຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄ້ວາ ປຶກສາຫາລື ອອກຄຳຄິດຄຳເຫັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດ ແລະ ໄດ້ຮັບຜົນເທົ່່າທີ່ຄວນ.
ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ.