banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:187
ມື້ວານນີ້:ມື້ວານນີ້:297
ອາທິດນີ້:ອາທິດນີ້:1944
ເດືອນນີ້:ເດືອນນີ້:9724
ທັງໝົດ:ທັງໝົດ:796435

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ການນຳແຂວງອັດຕະປື ອ່ວຍພອນທ່ານກົງສູນໃຫຍ່ ທີ່ແຂວງຈຳປາສັກ

ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມານີ້ ຄະນະນຳຂອງແຂວງ ໄດ້ເຂົ້າອ່ວຍພອນ ທ່ານ ກົງສູນໃຫຍ່ຫວຽດນາມ ທີ່ແຂວງຈຳປາສັກ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງ ສາຍພົວພັນ ທາງການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ເຊິ່ງນຳໂດຍ ທ່ານ ບຸນເສິດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ອັດຕະປື, ມີບັນດາຄະນະປະຈຳພັກແຂວງ, ຮອງຫົວໜ້າຫ້ອງວ່າການແຂວງ, ຮອງຫົວໜ້າພະແນກ ການຕ່າງປະເທດ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການເຂົ້າອ່ວຍພອນ ທ່ານ ກົງສູນໃຫຍ່ ພ້ອມດ້ວຍ ພະນັກງານທັງໝົດ ທີ່ແຂວງຈຳປາສັກ ຄັ້ງນີ້ ກໍ່ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງປະເທດ. ໂອກາດນີ້ ທ່ານ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ຍັງໄດ້ມີຄຳເຫັນ ລາຍງານ ສະພາບການເຄື່ອນໄຫວ ຂອງແຂວງອັດຕະປື ໃນໄລຍະຜ່ານມາ ເຊິ່ງແຂວງອັດຕະປື ໄດ້ມີການພົວພັນ-ຮ່ວມມື ກັບບັນດາແຂວງພາກກາງ ແລະ ບັນດາແຂວງ ໄຕງວຽນ ຂອງຫວຽດນາມ ຖືວ່າມີການພົວພັນທີດີ, ໄດ້ມີການພົບປະຢ້ຽມຢາມ ແລະ ອ່ວຍພອນເຊິ່ງກັນ ແລະ ກັນໃນວັນສຳຄັນຕ່າງໆ ຂອງພັກ, ບຸນປີໃຫມ່ຂອງ ສອງປະເທດ.  

ໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມພົບຄວາມຍຸ້ງຍາກ ຫຼື ໄຟພິບັດຕ່າງໆ ນອກນີ້ແຂວງອັດຕະປື ຍັງໄດ້ຮັບການຊ່ວຍເຫຼືອ ຈາກບັນດາແຂວງ ໃນ ສສ ຫວຽດນາມ ໃນການສ້າງ ຊັບພະຍາກອນມະນຸດ ເປັນຈຳນວນ ຫຼາຍຮ້ອຍຄົນ, ການກໍ່ສ້າງພື້ນຖານໂຄງລ່າງ ເປັນມູນຄ່າຫຼາຍສິບຕື້ ສຳລັບການລົງທືນ ຂອງນັກຖຸລະກິດຫວຽດນາມ ໃນແຂວງອັດຕະປື ແມ່ນລ້ວນແຕ່ໄດ້ປະກອບສ່ວນ ໃນການພັດທະນາ ເສດຖະກິດຂອງແຂວງ.

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ