ຄະນະນໍາ ແຂວງ ອັດຕະປື ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງພັກ 67 ປີ
ຕອນເຊົ້າ ຂອງວັນທີ 22 ມີນາ 2022 ທີ່ຜ່ານມານີ້, ຄະນະນຳພັກ-ລັດ ແຂວງ ອັດຕະປື ພ້ອມດ້ວຍນັກຮຽນຮູ້ປັນຍາຊົນ ໄດ້ເຂົ້າຮ່ວມວາງກະຕ່າງດອກໄມ້ ຕໍ່ຫນ້າອະນຸສາວະລີປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ( ວັນທີ 22 ມີນາ 1955 ຫາ ວັນທີ 22 ມີນາ 2022 ).
ນຳໂດຍ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກ, ເຈົ້າແຂວງອັດຕະປື, ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ເພື່ອລະນຶກ ແລະ ຫວນຄືນມູນເຊື້ອ ວັນສໍາຄັນດັ່ງກ່າວ ທັງເປັນການຈາລຶກຄຸນງາມຄວາມດີ, ສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ການນໍາພັກ - ລັດ, ນັກຮົບນິລະນາມ ແລະ ຜູ້ຊົງຄຸນວຸດທິ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນໄລຍະທີ່ຜ່ານມາ.
ຂ່າວ - ພາບ ວິໄລສັກ ແກ້ວຫຼວງໂຄດ