ແຂວງອັດຕະປືໄດ້ຈັດກອງປະຊຸມ ອົງການປົກຄອງແຂວງ ງວດທີ IV ປະຈຳປີ 2021
ໃນວັນທີ 27 ທັນວາ 2021 ແຂວງອັດຕະປືໄດ້ຈັດກອງປະຊຸມ ອົງການປົກຄອງແຂວງ ງວດທີ IV ປະຈຳປີ 2021 ( ຜ່ານລະບົບກອງປະຊຸມທາງໄກ ) ໂດຍການເປັນປະທານຂ່ອງທ່ານ ເລັດ ໄຊຍະພອນ ກຳມະການ ສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງໆ ອັດຕະປື ຫົວໜ້າອົງການ ປົກຄອງແຂວງ, ມີບັນດາ ທ່ານສະມາຊິກ ອົງການ ປົກຄອງແຂວງ ແລະ ແຂກ ທີ່ຖືກເຊີນ ຈາກສະພາ ປະຊາຊົນ ແຂວງ, ພະແນກການ, ອົງການ ທຽບເທົ່າ ພະແນກ, ຫ້ອງການ, ລັດວິສາ ຫະກິດ ອອ້ມຂ້າງແຂວງ ແລະ 5 ເມືອງ ເຂົ້າຮ່ວມ.
ໂອກາດ ທີ່ມີ ຄວາມໝາຍ ສຳຄັນນີ້ ທ່ານ ເລັດ ໄຊຍະພອນ ໄດ້ໃຫ້ກຽດມີຄຳເຫັນ ກ່າວເປີດ ກອງປະຊຸມ ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ຮັບຟັງການສະຫຼຸບ ຫຼືວ່າທົບທວນຄືນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມອົງການປົກຄອງໃນຄັ້ງຜ່ານມາວ່າພວກເຮົາສາມາດປະຕິບັດອັນໃດໄດ້ແດ່ ແລະ ອັນໃດທີ່ຍັງຄົງຄ້າງທີ່ຈະຕ້ອງໄດ້ສຶບຕໍ່ແກ້ໄຂ, ຮັບຟັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ວຽກງານການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ປີ 2021ແລະ ທິດທາງແຜນການປີ 2022, ວຽກງານການຈັດຕັ້ງຜັນຄະຫຍາຍ 2 ວາລະແຫ່ງຊາດ ແລະ ວຽກອື່ນທີ່ສຳຄັນອິກຈຳນວນໜຶ່ງ.
ກອງປະຊຸມຂອງພວກເຮົາຈະໄຊ້ເວລາທັງໝົດ 2 ວັນ ດັ່ງນັ້ນ, ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊິດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄ້ວາປຶກສາຫາລື ອອກຄຳຄິດຄຳເຫັນຕໍ່ບັນຫາຕ່າງໆໃຫ້ລະອຽດ, ຖີ່ຖ້ວນ ແລະ ເລິກເຊິ່ງ, ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດຖອດຖອນບົດຮຽນເພື່ອພ້ອມກັນຊອກວິທີທາງແກ້ໄຂຢ່າງ ເໝາະສົມ, ຄົນຄ້ວາພິຈາລະນາທິດທາງ, ກຳນົດຄາດໝາຍສູ້ຊົນວຽກງານແຕ່ລະດ້ານສຳລັບແຜນການປີ 2022. ໃນນາມຕາງໜ້າອົງການປົກຄອງແຂວງ, ຂ້າພະເຈົ້າຂໍປະກາດໄຂກອງປະຊຸມອົງການປົກຄອງແຂວງ ງວດ 4 ປີ 2021 ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.
ກອງປະຊຸມຄັ້ງນີ້ແມ່ນຈະໄດ້ຮັບຟັງການສະຫຼຸບລາຍງານ ທົບທວນມະຕິກອງປະຊຸມອົງການປົກຄອງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ. ເຊິ່ງມີບັນດາສະມາຊິກກອງປະຊຸມ ຜັດປ່ຽນກັນຂື້ນລາຍງານບັນດາເນື້ອໃນເອກະສານລາຍງານຕ່າງໆເຊັ່ນ: 1,) ລາຍງານຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມອົງການປົກຄອງໃນໄລຍະ 1 ປີ 2021 ແລະ ທິກທາງແຜນປີ 2022, 2,) ບົດສະຫຼຸບການຈັດຕັ້ງການນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2021 ແລະ ທິດທາງແຜນປີ 2022, 3,) ລາຍງານການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ແລະ ລາຍງານການຈັດຕັ້ງປະຕິບັດການເກັບກູ້ໜີ້ສີນແກ່ຍາວ-ຄຸມເຄືອຂອງແຂວງ ປີ 2021 ແລະ ທິດທາງແຜນປີ 2022, 4,) ລາຍງານການຈັດຕັ້ງປະຕິບັດວຽກງານສຳຫຼວດ, ຂື້ນສຳມະໂນຕອນດີນ, ອອກໃບຕາດີນ, ຈັດສັນທີ່ດີນ, ການວາງແຜນນຳໄຊ້ທີ່ດີທົ່ວແຂວງ, ການວາງແຜນການນຳໄຊ້ທີ່ດີນເຂດໄຟພິບັດເມືອງສະໜາມໄຊ ແລະ ການຄຸ້ມຄອງ, ການກວດກາດ້ານສິ່ງແວດລ້ອມປະຈຳປີ 2021 ແລະ ທິດທາງແຜນການ ປີ 2022, 5,) ລາຍງານການຈັດຕັ້ງປະຕິບັດວຽກງານກະສີກຳ ( ການປູກ, ການລ້ຽງ ) ປະຈະປີ 2021 ແລະ ທິດທາງແຜນປີ 2022, 6,) ລາຍງານຮ່າງຂໍ້ຕົກລົງຂອງເຈົ້າແຂວງ 2 ສະບັບ: ຮ່າງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ກິດຈະການຟາມລ້ຽງສັດ ແລະ ຮ່າງຂໍ້ຕົກລົງຄຸ້ມຄອງການນຳໄຊ້ຢາປາບສັດຕູຟຶດ, 7,) ລາຍງານກ່ຽວກັບສະພາບການຄຸ້ມຄອງ, ການຕິດຕາມ ແລະ ການກວດກາດ້ານວຽກງານທໍລະນີສາດ ແລະ ບໍ່ແຮ່ ປະຈຳປີ 2021 ແລະ ທິດທາງແຜນການປີ 2022, 8,) ລາຍງານວຽກງານການຊູກຍູ້ສົ່ງເສີມການລົງທືນໃນດ້ານອຸດສະຫາກຳ ທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບຈາກພາຍໃນ ແລະ ຕ່າງປະເທດ, 9,) ລາຍງານການຈັດຕັ້ງປະຕິບັດວຽກງານການສ້າງກົນໄກໃນການຄຸ້ມຄອງລາຄາສີນຄ້າພາຍໃນແຂວງອັດຕະປື ປະຈຳປີ 2021 ແລະ ທິດທາງແຜນການປີ 2022,
10,)ຄະນະປະຈຳສະພາປະຊາຊົນແຂວງ ປະກອບຄຳເຫັນຜົນການຕິດຕາມ, ກວດກາ ໃນການຈັດຕັ້ງປະຕິບັດວຽກງານຂອງອງການປົກຄອງທ້ອງຖີ່ນປະຈຳປີ 2021, 11,) ລາຍງານການປ້ອງກັນ, ຄອບຄຸ້ມ ແລະ ລາຍງານ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ 19 ປີ 2021 ແລະ ທິດທາງແຜນການປີ 2022, 12,) ລາຍງານວຽກງານ ຖວທ ແຂວງ ປີ 2021 ໂດຍສະເພາະການກະກຽມຄວາມພ້ອມຮອງຮັບບັນດານັກທ່ອງທ່ຽວໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ທິດທາງແຜນການປີ 2022, 13,) ລາຍງານວຽກງານປັບປຸງຄຸນນະພາບການບໍລິການໂຮງແຮມ, ຮ້ານອາຫານ ແລະ ບໍລິສັດທ່ອງທ່ຽວ, 14,) ລາຍງານວຽກງານການສຶກສາ ປີ 2021 ໂດຍສະເພາະການກະກຽມຄວາມພ້ອມຕໍ່ວຽກງານການສຶກສາໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ທິດທາງແຜນການປີ 2022, 15,) ລາຍງານສະພາບການຈັດຕັ້ງປະຕິບັດວຽກງານເສີມຂະຫຍາຍແຜນງານການຊ່ວຍເຫຼືອສຸກເສີມການຊ່ວຍເຫຼືອ ເພື່ອຊ່ວຍເຫຼືອຜູກເຄາະຮ້າຍຈາກໄຟພິບັດ ແລະ ການຮ່ວມມືຈາກພາກສ່ວນໃນສັງຄົມ, 16,) ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຊຸກຍູ້ ແລະ ສົ່ງເສີມດ້ານສີມືແຮງງານປະຈຳປີ 2021 ແລະ ທິດທາງແຜນການປີ 2022, 17,) ມີຄຳເຫັນລາຍງານຕໍ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, 18,) ລາຍງານການພົວພັນຮ່ວມມື, ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານກັບບັນດາປະເທດໄກ້ຄຽງ ປະຈຳປີ 2021 ແລະ ທິດທາງແຜນການປີ 2022, 19,) ລາຍງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານປະຈຳປີ 2021 ແລະ ທິດທາງແຜນການປີ 2022, 20,) ລາຍງານການປັບປຸງກງຈັກຊ່ວຍວຽກຕ່າງໆ ພາຍໃນແຂວງໃຫ້ເໝາະສົມກັບມາດຖານຂອງກົງຈັກ ແລະ ຕຳແໜ່ງງານຕາມພາລະບົດບາດ ປີ 2021 ແລະ ທິດທາງແຜນການປີ 2022, ແລະ ບັນດາເມືອງ ລາຍງານການຈັດຕັ້ງວຽກງານຮອບດ້ານ ພາຍໃນເມືອງ ປີ 2021 ແລະ ທິດທາງແຜນການປີ 2022.
ກອງປະຊຸມແມ່ນຈະໄດ້ດຳເນີນເປັນເວລາ 2 ວັນ.
ຂ່າວ-ພາບ ວິໄລສັກ ແກ້ວຫຼວງໂຄດ