banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:109
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2354
ເດືອນນີ້:ເດືອນນີ້:13209
ທັງໝົດ:ທັງໝົດ:880385

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ການນໍາພັກ-ລັດ ແຂວງອັດຕະປື ວາງພວງມາລາ ເນື່ອງໃນໂອກາດ ວັນຊາດ ຄົບຮອບ 46 ປີ.​

ໃນຕອນເຊົ້າວັນທີ 1 ທັນວາ 2021 ການນໍາພັກ-ລັດ ແຂວງອັດຕະປື ນຳໂດຍ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອັດຕະປື ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ), ເນື່ອງໃນໂອກາດ ສະຫລອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ.

ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນ ງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊິວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພາຍຫລັງສຳເລັດການວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາວະລີ ປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.

ຈາກນັ້ນ ກໍ່ໄດ້ສືບຕໍ່ໄປວາງພວງມາລາຢູ່ທີ່ອະນຸສາວະລີຮ່ວມສູ້ຮົບສຳພັນ ລາວ-ຫວຽດນາມ ເພື່ອເປັນການສະ ແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງນັກຮົບປະຕິວັດ, ອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊິວິດໃນປາງສົງຄາມຢູ່ລາວ, ເວົ້າລວມ, ເວົ້າສະເພາະແມ່ນຢູ່ແຂວງອັດຕະປື ຈົນສາມາດຍາດໄດ້ໄຊຊະນະ.

ຂ່າວໂດຍ: ຫ້ອງວ່າການແຂວງ