banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:327
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2288
ເດືອນນີ້:ເດືອນນີ້:8410
ທັງໝົດ:ທັງໝົດ:889872

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໃນວັນທີ 3 ພະຈິກ 2021ນີ້, ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ ໄດ້ລົງກວດກາ,ຕິດຕາມ ແລະ ຊຸກຍູ້ວຽກງານຟື້ນຟູໄພພິບັດ ເມືອງສະໜາມໄຊ. ກ່ອນອື່ນຫມົດ ທ່ານ ເຈົ້າແຂວງ ອັດຕະປື ກໍ່ໄດ້ຮັບການລາຍງານ ສະພາບການຈັດຕັ້ງປະຕິບັດ ວຽກງານຟື້ນຟູໄພພິບັດ ທີ່ໄດ້ຮັບຜົນກະທົບ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຊິ່ງນໍາສະເຫນີ ໂດຍ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ທັງເປັນປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງ ເຫັນໄດ້ວ່າ: ມີຫລາຍດ້ານປະສົບຜົນສໍາເລັດ ເຊັ່ນ:ດ້ານວຽກງານ ຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບ: ສະແດງອອກດ້ານວຽກງານ ກະສິກໍາໄດ້ສໍາເລັດການອອກໃບແຈ້ງ ເນື້ອທີ່ດິນກະສິກຳ ໃນ 4 ບ້ານ, ຈັດສັນທີ່ດິນກະສິກຳ ໃຫ້ແກ່ປະຊາຊົນຜູ້ປະສົບໄພໃນ 4 ບ້ານ, ຈັດສັນເນື້ອທີ່ທັງໝົດ 1.545 ເຮັກຕາ, ມີ 852 ຕອນ, 852 ຄອບຄົວ ໃນນັ້ນ; ຈຸດດົງບາກ 842 ເຮັກຕາ, 420 ຄອບຄົວ, ຈຸດທ່າແສງຈັນ 123 ເຮັກຕາ, 123 ຄອບຄົວ, ຈຸດຫີນລາດ - ຕະມໍຢອດ 400 ເຮັກຕາ, 219 ຄອບຄົວ, ຈຸດສະໜອງໄຕ້ (ປີນດົງ) 180 ເຮັກຕາ, 90 ຄອບຄົວ; ແລະ ສໍາເລັດໄຖ ແລະ ຟື້ນຟູດິນນາທີ່ຖືກທັບຖົມ ແລະ ຄັນນາເປເພ 4 ບ້ານ, ເນື້ອທີ່ 2.263,30 ເຮັກຕາ, ຟື້ນຟູດິນນາ ແລະ ຄັນນາເປ້ເພ ດ້ວຍຕົນເອງ ຜົນກະທົບເບົາ(ຄັນນາເປເພ) ຈໍານວນ 8 ບ້ານ, 503 ຄອບຄົວ ເນື້ອທີ່ປະຕິບັດໄດ້ 900,48 ເຮັກຕາ ແລະ ຟື້ນຟູດິນນາດ້ວຍຕົນເອງ ບ້ານຖືກຜົນກະທົບໜັກ (ດິນທັບຖົມ) ຈໍານວນ 5 ບ້ານ 687 ຄອບຄົວ, ເນື້ອທີ່ ປະຕິບັດໄດ້ 1.215,54 ເຮັກຕາ.

ດ້ານວຽກງານຊົນລະປະທານ: ໄດ້ປັບປຸງໂຄງລ່າງພື້ນຖານທາງດ້ານຊົນລະປະທານມີ 4 ໂຄງການ ມູນຄ່າ 59.672.198.753 ກີບ, ມາຮອດປະຈຸບັນສາມາດປະຕິບັດໄດ້ 88,53 % ຂອງມູນຄ່າສັນຍາໄດ້ກວດກາຜົນສໍາເລັດ 52,97 %, ມູນຄ່າ 28.927.345.685ກີບ, ໄດ້ຊໍາລະແລ້ວ ຈໍານວນ 28,12 ຕື້ກີບ,ໂຄງການຊົນລະປະທານເຊປຽນ ປະຕິບັດສຳເລັດ 100%, ສາມາດຫົດໄດ້ 800 ຮຕ, ໂຄງການຊົນລະປະທານຫ້ວຍສະໝອງ1, ປະຕິບັດໄດ້ 90% ແລະ ໂຄງການຊົນລະປະທານຫ້ວຍສະໝອງ 2 ປະຕິບັດໄດ້ 45%; ສາມາດຫົດໄດ້ 110 ຮຕ,ໂຄງການຊົນລະປະທານຫ້ວຍສົ້ມໂລງ, ປະຕິບັດໄດ້ປະມານ 96%, ສາມາດຫົດໄດ້ໃນລະດູແລ້ງ 15 ຮຕ,ໂຄງການຊົນລະປະທານຫ້ວຍກັນຈານ ປະຕິບັດໄດ້ 100% ສາມາດຮອງຮັບເກັບນໍ້າໄວ້ໃຊ້ຫົດລະດູແລ້ງໄດ້ 15 ຮຕ.

ວຽກງານການຜະລິດລະດູຝົນ:ປູກເຂົ້ານາປີ ໃນເຂດບ້ານຈັດສັນໃໝ່ເມືອງສະໜາມໄຊ ມີທັງໝົດ 1.267 ເຮັກຕາ, ສະມັດຕະພາບ 3 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດປະມານ 3.758 ໂຕນ, ໃນນັ້ນ; ຂະຫຍາຍພັນເຂົ້າ 20 ເຮັກຕາ, ເປັນສີນຄ້າ 546 ເຮັກຕາ, ສົ່ງເສີມທົ່ວໄປ 617 ເຮັກຕາ, ຈຸດສົມຍົກສະມັດຕະພາບ 73 ເຮັກຕາ ແລະ ປູກປະສົມປະສານກັບພືດອື່ນ 10 ເຮັກຕາ ແລະ ກຳລັງຂຸ້ນຂ້ຽວເກັບກູ້ຜົນຜະລິດ, ການປູກເຂົ້ານອກເຂດຊົນລະປະທານໄດ້ 6.294 ຮຕ, ໃນນີ້; ນາຫວ່ານ 300 ຮຕ, ນາດຳ 5.994 ຮຕ, ມາຮອດປະຈຸບັນກຳລັງຂຸ້ນຂ້ຽວເກັບກູ້ຜົນຜະລິດ. ວຽກງານຟື້ນຟູປ່າໄມ້: ການປູກຕົ້ນໄມ້ອຸດສາຫະກໍາໄມ້ໃຫ້ໝາກໃຫ້ແກ່ປະຊາຊົນຢູ່ 4 ຈຸດ (4 ບ້ານ) ເນື້ອທີ່ 1.264 ຮຕ, ມູນຄ່າທັງໝົດ 11.266.994.000 ກີບ, ມີ 7.280 ຕົ້ນ (ໄມ້ໃຫ້ໝາກ 4.647 ຕົ້ນ, ໄມ້ອຸດສະຫະກຳ 2.633 ຕົ້ນ), ຊຶ່ງມອບໃຫ້ຜູ້ປະກອບການເປັນຜູ້ຮັບເໝົາປູກ ພ້ອມບູລະນະຮັກສາລະບຸໃນສັນຍາ 1 ປີເຕັມ. ມາຮອດປະຈຸບັນສໍາເລັດ 100%, ສ່ວນຕົ້ນໄມ້ທີ່ຕາຍແມ່ນຜູ້ປະກອບການຈະສືບຕໍ່ປູກຄືນໃນເດືອນ 6/2022.

ວຽກງານ ຍທຂ: ແກ້ໄຂສຸກເສີນ 17 ໂຄງການ: ຍັງຄ້າງ 1 ໂຄງການຄື: ຕາຜ້າຈຸດບ້ານປີນດົງ, ມາຮອດປະຈຸບັນປະຕິບັດໄດ້ 100%. ການກໍ່ສ້າງເຮືອນພັກຖາວອນ, ການກໍ່ສ້າງເຮືອນຈໍານວນ 700 ຫຼັງ: ມາຮອດປະຈຸບັນ ສາມາດລົງມືກໍ່ສ້າງໄດ້ແລ້ວ 700 ຫຼັງ ທຽບໃສ່ແຜນລວມປະຕິບັດໄດ້ 75% ຄາດຄະເນສໍາເລັດ 100% ໃນທ້າຍປີ 2021. ສໍາເລັດການມອບໃຫ້ປະຊາຊົນເຂົ້າ ຢູ່ທັງໝົດ 251 ຫຼັງ (ບ້ານຫີນລາດ 54 ຫຼັງ, ດອນບົກໃໝ່ແສງຈັນ 20 ຫຼັງ, ດົງບາກບາກໃຫມ່ 177 ຫຼັງ). ວຽກໂຄງການກໍ່ສ້າງໃໝ່ທີ່ນອນໃນແຜນແມ່ບົດ: ໂຄງການ ກໍ່ສ້າງວັດ: ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 4,506 ຕື້ກີບ ປະຕິບັດໄດ້ 75%, ບ້ານຫີນລາດ ມູນຄ່າ 4,557 ຕື້ກີບປະຕິບັດໄດ້ 72%, ໂຄງການກໍ່ສ້າງຫ້ອງການບ້ານ ຄື: ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 1.104 ຕື້ກີບປະຕິບັດໄດ້ 100%, ບ້ານສະໝອງໃໝ່ປີນດົງມູນຄ່າ 1.109 ຕື້ກີບ ປະຕິບັດໄດ້ 35,89%. ໂຄງການກໍ່ສ້າງ ອາຄານຫ້ອງການປະສານງານ ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 3.964 ຕື້ກີບ ປະຕິບັດໄດ້ 42,64%.ໂຄງການກໍ່ສ້າງນ້ຳປະປາ ມີ 3 ພື້ນທີ່: ຈຸດຕະມໍຢອດຫາລະບົບໂຮງງານ ມູນຄ່າ 11.735 ຕື້ກີບ ປະຕິບັດໄດ້ 35%, ຕະມໍຢອດຫາບ້ານທ່າອວນ ມູນຄ່າ 6.557 ຕື້ກີບ ປະຕິບັດໄດ້ 60%. ດອນມ່ວງຫາທ່າແສງຈັນ ມູນຄ່າ 2.965 ຕື້ກີບ ປະຕິບັດໄດ້ 82%, ຕະມໍຢອດຫາປີນດົງມູນຄ່າ 1,200 ຕື້ກີບ ປະຕິບັດໄດ້ 64%, ທີ່ປຶກສາຄຸ້ມຄອງຄຸນນະພາບນໍ້າປະປາ 3 ພື້ນທີ່ ມູນຄ່າ 746 ລ້ານກີບ ປະຕິບັດໄດ້ 57%, ໂຄງການກໍ່ສ້າງທາງ 18 A ໄລຍະທາງແຕ່ປີນດົງ-ຂົວຫ້ວຍອຸກ ໄລຍະທາງ 27 ກິໂລແມັດ, ມາຮອດປະຈຸບັນສໍາເລັດການປະມູນຈັດຊື້-ຈັດຈ້າງ ຊອກຫາບໍລິສັດ ທີ່ມາຄວາມພ້ອມມາຈັດຕັ້ງປະຕິບັດແລ້ວ; ຊຶ່ງມູນຄ່າການກໍ່ສ້າງທັງໝົດ ຜ່ານການປະມູນ ຈໍານວນ 95.991.842.679 ກີບ, ມູນຄ່າຈ້າງທີ່ປຶກສາມູນຄ່າ 1.530.841.999 ກີບ, ແບ່ງເປັນ 12 ສັນຍາວຽກກໍ່ສ້າງ ແລະ 1 ສັນຍາວ່າຈ້າງທີ່ປຶກສາ. ປະຈຸບັນໄດ້ອອກໃບສັ່ງວຽກ ໃຫ້ຜູ້ປະກອບການລົງມືຈັດຕັ້ງປະຕິບັດແລ້ວ.

ວຽກງານສຶກສາທິການ ແລະ ກິລາ: ໄດ້ຟື້ນຟູສະພາບແວດລ້ອມຂອງໂຮງຮຽນໃນ 4 ຈຸດ ໂດຍນໍາໃຊ້ງົບປະມານບ້ວງເງິນຊົດເຊີຍ ຂອງຂະແໜງການສຶກສາເປັນຕົ້ນ: ໂຄງການກໍ່ສ້າງຮົ້ວອ້ອມ ແລະ ກວດປັບ ຍົກລະດັບຖົມເດີ່ນໂຮງຮຽນປະຖົມ ສົມບູນບ້ານ ສະໝອງໃໝ່ປີນດົງ ມູນຄ່າ 892.025.936 ກີບ. ປະຕິບັດໄດ້ 95%, ໂຄງການກໍ່ສ້າງຮົ້ວອ້ອມ, ປະຕູໂຂງທາງເຂົ້າໂຮງຮຽນ ແລະ ກວດປັບ ຍົກລະດັບຖົມເດີ່ນໂຮງຮຽນປະຖົມ-ມັດທະຍົມ ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 2.434.547.795 ກີບ. ປະຕິບັດໄດ້ 70%, ໂຄງການກໍ່ສ້າງຮົ້ວອ້ອມ ແລະ ກວດປັບ ຍົກລະດັບຖົມເດີ່ນ ໂຮງຮຽນປະຖົມສົມບູນ ບ້ານດອນບົກໃໝ່ແສງຈັນ ມູນຄ່າ 1.547.458.419 ກີບ. ປະຕິບັດໄດ້ 45%, ໂຄງການກໍ່ສ້າງຮົ້ວອ້ອມ, ປູເບຕົງທາງເຂົ້າ, ຖົມດິນເດີ່ນ ແລະ ທໍ່ລະບາຍນໍ້າ ໂຮງຮຽນປະຖົມບ້ານຕະມໍຢອດ ເມືອງສະໜາມໄຊ ມູນຄ່າ 1.649.845.348 ກີບ. ປະຕິບັດໄດ້ 15%. ໂຄງການກໍ່ສ້າງຫໍພັກ ແລະ ຫໍອາຫານ ນັກຮຽນ ມສ ສະໜາມໄຊ ເມືອງ ສະໜາມໄຊ ມູນຄ່າ 2.506.748.934 ກີບ, ປະຕິບັດໄດ້ 45%. ໂຄງການກໍ່ສ້າງ ຫ້ອງການສຶກສາທິການ ແລະ ກິລາເມືອງສະໜາມໄຊ ມູນຄ່າ1.419.478.584 ກີບ, ປະຕິບັດໄດ້ 30%. ວຽກງານພະລັງງານ ແລະ ບໍແຮ່: ສໍາເລັດການສ້ອມແປງໄຟຟ້າ ຢູ່ 5 ສູນພັກຊົ່ວຄາວ ໃນຊ່ວງລະດູຝົນຜ່ານມາ ມູນຄ່າທັງໝົດ 49.465.000 ກີບ. ສໍາເລັດການປະມູນຈັດຊື້-ຈັດຈ້າງ ໂຄງການກໍ່ສ້າງລະບົບຕາຂ່າຍ ໄຟຟ້າແຮງກາງ 22/0,4 KV ແລະ ຕິດຕັ້ງໝໍ້ແປງ 100 KVA ເຂົ້າເຂດທຳການຜະລິດກະສິກຳ (ຄຸ້ມອ່າງໝໍ້ທອງ) ເມືອງສະໜາມໄຊ ມູນຄ່າ 2.051.544.129 ກີບ; ປະຈຸບັນກຳລັງລົງມື ຈັດຕັ້ງປະຕິບັດ. ກຳລັງປະມູນຈັດຊື້-ຈັດຈ້າງຢູ່ 2 ໂຄງການຄື: ໂຄງການກໍ່ສ້າງ ລະບົບຕາຂ່າຍໄຟຟ້າ 22/0,4 KV ແລະ ຕິດຕັ້ງໝໍ້ແປງ 160 KVA ເຂົ້າບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 596.669.090 ກີບ, ໂຄງການ ກໍ່ສ້າງລະບົບຕາຂ່າຍໄຟຟ້າ 0,4 KV ເຂົ້າບ້ານຫີນລາດ ມູນຄ່າ 387.079.607 ກີບ. ວຽກງານ ສາທາລະນະສຸກ: ວຽກໂຄງການກໍ່ສ້າງ ສຸກສາລາບ້ານຫີນລາດ ມູນຄ່າ 1.998 ຕື້ກີບ ປະຕິບັດໄດ້ 57,24% ວຽກໂຄງການກໍ່ສ້າງສຸກສາລາບ້ານແທ: ກຳລັງດຳເນີນການກໍ່ສ້າງ, ພ້ອມນີ້ກໍໄດ້ລົງຟື້ນທີ່ທໍາການຜະລິດ ຂອງປະຊາຊົນ ເປັນຕົ້ນແມ່ນຟື້ນທີການປູກເຂົ້າ ແລະ ປູກຫຍ້າລ້ຽງສັດອີກດ້ວຍ.

ຂ່າວ-ພາບ:ວິໄລສັກ ຫວຂ