ກອງປະຊຸມອົງການປົກຄອງແຂວງ ງວດ I ປີ 2021

ໃນຕອນເຊົ້າ ຂອງວັນທີ 11 ມີນາ 2021 ກອງປະຊຸມ ອົງການ ປົກຄອງແຂວງ ອັດຕະປື ງວດທີ I ປີ2021 ໄດ້ເປີດຂຶ້ນ ຢ່າງເປັນ ທາງການ ທີ່ຫ້ອງ ປະຊຸມ ຊັ້ນ5 ຕຶກສຳນັກງານ ອົງການ ປົກຄອງແຂວງ ໂດຍພາຍໃຕ້ ການເປັນ ປະທານ ຂອງ ທ່ານ ເລັດ ໄຊຍະພອນ ກຳມະການ ສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງໆ ອັດຕະປື, ຫົວໜ້າອົງການ ປົກຄອງແຂວງ, ມີບັນດາ ທ່ານສະມາຊິກ ອົງການ ປົກຄອງແຂວງ ແລະ ແຂກ ທີ່ຖືກເຊີນ ຈາກສະພາ ປະຊາຊົນ ແຂວງ, ພະແນກການ, ອົງການ ທຽບເທົ່າ ພະແນກ, ຫ້ອງການ, ລັດວິສາ ຫະກິດ ອອ້ມຂ້າງແຂວງ ແລະ 5 ເມືອງ ທີ່ບໍ່ແມ່ນ ສະມາຊິກ ອົງການ ປົກຄອງແຂວງ ເຂົ້າຮ່ວມ.

ໂອກາດ ທີ່ມີ ຄວາມໝາຍ ສຳຄັນນີ້ ທ່ານ ເລັດ ໄຊຍະພອນ ໄດ້ໃຫ້ກຽດ ມີຄຳເຫັນ ກ່າວເປີດ ກອງປະຊຸມ ວ່າ: ໂດຍປະຕິບັດ ຕາມກົດໝາຍ ການປົກຄອງ ທ້ອງຖິ່ນ ກໍ່ຄືການກະກຽມ ຕົວຈິງ ມື້ນີ້ ພວກເຮົາ ພ້ອມກັນ ດຳເນີນ ກອງປະຊຸມ ອົງການ ປົກຄອງແຂວງ ປະຈຳ ໄຕມາດທີ I ປີ2021 ຢ່າງເປັນ ທາງການ ຊຶ່ງເປັນ ກອງປະຊຸມ ທີ່ມີ ຄວາມໝາຍ ສຳຄັນຍິ່ງ ໃນການ ຈັດຕັ້ງ ຜັນຂະຫຍາຍ ມະຕິ ກອງປະຊຸມ ໃຫຍ່ ຄັ້ງທີXI ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍ່ຄື ອົງຄະນະພັກ ແຂວງ ຂອງພວກເຮົາ ໃຫ້ເຂົ້າສູ່ ຊີວິດ ຕົວຈິງ ແລະ ເປັນ ຮູບປະທຳ ເປັນກ້າວໆ. ກອງປະຊຸມ ເທື່ອນີ້ ໄດ້ໄຂຂຶ້ນ ໃນທ່າມກາງ ບັນຍາກາດ ທີ່ທົ່ວພັກ - ທົ່ວລັດ ແລະ ທົ່ວປວງຊົນ ລາວທັງຊາດ ພວມເບີກບານ ມ່ວນຊື່ນ ຕໍ່ຜົນ ສຳເລັດ ບັ້ນເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ່ IX ແລະ ເລືອກຕັ້ງ ສະມາຊິກ ສະພາ ປະຊາຊົນ ແຂວງ ຊຸດທີ່ II ທີ່ຫາ ກໍ່ຜ່ານ ພົ້ນໄປ ຢ່າງເປັນ ຂະບວນການຟົດຟື້ນ ແລະ ກວ້າງຂວາງ; ການດຳເນີນ ກອງປະຊຸມ ຄັ້ງນີ້ ຮຽກຮ້ອງ ມາຍັງ ບັນດາທ່ານ ທັງໝົດ ຈົ່ງພ້ອມກັນ ເຊີດຊູ ຄວາມຮັບ ຜິດຊອບ, ເອົາໃຈໃສ່ ຄົ້ນຄວ້າ ປຶກສາ ຫາລືຕໍ່ບັນຫາຕ່າງໆ ໃຫ້ລະອຽດ ຖີ່ຖ້ວນ ເລິກເຊິ່ງ, ຊອກໃຫ້ເຫັນ ດ້ານດີ, ດ້ານອອ່ນ, ບົດຮຽນ ຖອດຖອນໄດ້, ປະກອບ ຄຳເຫັນ ອັນເປັນ ປະໂຫຍດ ເພື່ອພ້ອມກັນ ຊອກວິທີທາງ ແກ້ໄຂຢ່າງເໝາະສົມ ແລະ ກ້າວໄປເຖິງ ການຮັບຮອງ ບັນດາຄາດໝາຍ ສູ້ຊົນ ຂອງວຽກງານ ໃນແຕ່ລະດ້ານ. ພ້ອມນີ້ ທ່ານຍັງໄດ້ ກ່າວເປີດ ໃຫ້ດຳເນີນ ກອງປະຊຸມ ຂຶ້ນຢ່າງເປັນທາງການ.

ກອງປະຊຸມ ຄັ້ງນີ້ ຈະໄດ້ ສະຫຼຸບ ຕີລາຄາຄືນ ການຈັດຕັ້ງ ປະຕິບັດ ມະຕິ ກອງປະຊຸມ ອົງການ ປົກຄອງແຂວງ ໃນໄລຍະ ຜ່ານມາ, ຜ່ານແຜນ ດຳເນີນງານ ຂອງອົງການ ປົກຄອງແຂວງ ໄລຍະ 5 ປີ (2021 - 2025), ສະຫຼຸບ ຕີລາຄາຄືນ ການຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ - ສັງຄົມ, ການຄຸ້ມຄອງ ລາຍຮັບ - ລາຍຈ່າຍງົບປະມານ, ການຈັດຕັ້ງ ປະຕິບັດ ວຽກງານຕາມ 4 ວາລະໃຫຍ່ ຂອງແຂວງ ປີ2020 ແລະ ທິດທາງ ປີ2021, ຮັບຟັງ ການລາຍງານ ການຈັດຕັ້ງ ປະຕິບັດ ວຽກຈັດສັນ ທີ່ດິນ, ຄຸ້ມຄອງຊັບ ພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ຂອງແຂວງ, ການສະຫຼຸບ ລາຍງານ ວຽກສ້າງບ້ານ ຕາມທິດ ສັງຄົມນິຍົມ, ການຟື້ນຟູ ໄພພິບັດ ຢູ່ເມືອງສະໜາມໄຊ, ວຽກງານ ສະກັດກັ້ນ ແລະ ຕອບໂຕ້ ການແຜ່ ລະບາດ ຂອງພະຍາດ COVID-19 ແລະ ວຽກງານ ການພົວພັນ ຮ່ວມມື ລະຫວ່າງ ແຂວງ ອັດຕະປື ແລະ ແຂວງອານຮຸຍ ( ສປ ຈີນ ) ໃນໄລຍະປີ 2020 ແລະ ທິດທາງປີ 2021. ພ້ອມນັ້ນ ຍັງຈະໄດ້ ຮັບຟັງ ການລາຍງານ ບາງບັນຫາ ທີ່ເກີດຂຶ້ນ ໃນການ ຈັດຕັ້ງ ປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ແລະ ການປະກອບ ຄຳເຫັນ ຈາກບັນດາ ພະແນກການ ອົງການ ອອ້ມຂ້າງແຂວງ ແລະ ບັນດາເມືອງ ເພື່ອເປັນການ ປຶກສາ ຫາລືກັນ ເຮັດໃຫ້ກອງປະຊຸມ ມີເນື້ອໃນ ສົມບູນ ແລະ ມະຕິ ເອກະພາບກັນ.

ກອງປະຊຸມດັງກ່າວຈະໄດ້ດຳເນີນເປັນເວລາ 1 ວັນ ສຳເລັດ.