banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:100
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2345
ເດືອນນີ້:ເດືອນນີ້:13200
ທັງໝົດ:ທັງໝົດ:880376

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໃນວັນທີ 26 ມີນາ 2020 ນີ້ ການນໍາ ແຂວງອັດຕະປື ນໍາໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ອໍານາດ ການປົກຄອງ ເມືອງຊານໄຊ ໄດ້ນໍາເອົາ ເຄື່ອງຊ່ວຍເຫຼືອ ບັນເທົາທຸກ ເບື້ອງຕົ້ນ ມູນຄ່າ 87 ລ້ານກີບ ແລະ ເງີນ 20 ລ້ານກີບ ໄປມອບໃຫ້ 20 ຄອບຄົວ ຢູ່ບ້ານ ດາກຍົກ ທີ່ຂື້ນກັບ ເມືອງຊານໄຊ ທີ່ໄດ້ ປະສົບ ເຄາະຮ້າຍ ໄຟໄໝ້ເຮືອນ ໃນຄັ້ງວັນທີ 22 ມີນາ ຜ່ານມາ, ເຊິ່ງມີ 20 ຫຼັງຄາເຮືອນ ຖືກໄຟໄໝ້ ເສຍຫາຍໝົດ ແລະ ມີ 125 ຄົນ ໄດ້ຮັບ ຜົນກະທົບ ຂາດທີ່ຢູ່ ອາໃສ, ຕາມການ ປະເມີນ ເບື້ອງຕົ້ນ ໄຟ້ໄໝ່ ດັ່ງກ່າວ ມູນຄ່າ ເສຍຫາຍ ມີປະມານ 200 ກວ່າລ້ານກີບ .

ພິທີ ມອບຮັບ ເຄື່ອງຊ່ວຍເຫຼືອ ບັນເທົາ ແລະ ເງີນຊ່ວຍເຫຼືອ ເບື້ອງຕົ້ນຄັ້ງນີ້ ໄດ້ຈັດຂື້ນ ຢູ່ບ້ານດາກຍົກ ໃຫ້ກຽດມອບ ໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ແລະ ຮັບໂດຍ ຄອບຄົວ ທີ່ຖືກເຄາະຮ້າຍ ໄຟໄໝ່ ເຮືອນທັງ 20 ຄອບຄົວ ໂດຍຊ່ອງໜ້າ ອໍານາດ ການປົກຄອງ ເມືອງ, ບ້ານ, ຕະຫຼອດ ຮອດພໍ່ແມ່ ປະຊາຊົນ ພາຍໃນບ້ານ . ເຄື່ອງ ທີ່ນໍາມາ ຊ່ວຍເຫລືອ ໃນເທື່ອນີ້ມີ ສັງກະສີ. ເຂົ້າສານ ແລະ ເຄື່ອງໃຊ້ ຄົວເຮືອນ ຈໍານວນໜຶ່ງ .

ໂອກາດດັ່ງກ່າວ ເຈົ້າເມືອງໆຊານໄຊ ຕາງຫນ້າໃຫ້ ອຳນາດ ການປົກຄອງ ເມືອງ ແລະ ປະຊາຊົນ ທີ່ຖືກອັກຄີໄຟ ກ່າວສະແດງ ຄວາມຂອບໃຈ ມາຍັງ ອຳນາດ ການປົກ ຄອງແຂວງ ທຸກພາກສ່ວນ ທີ່ກ່ຽວຂ້ອງ ທີ່ມີ ຄວາມເປັນຫວ່ງ ເປັນໃຍ ນໍາເອົາເຄື່ອງ ຊ່ວຍເຫຼືອ ມາມອບໃຫ້ ປະຊາຊົນ ໃນຄັ້ງນີ້ ແລະ ໃຫ້ສັນຍາ ວ່າຈະນຳພາ ຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຄ່ອຍສ້າງສາ ປັບປຸງ ໃຫ້ກັບຄືນ ສູ່ສະພາບ ປົກກະຕິ ໂດຍໄວ. ພ້ອມນັ້ນ ໃນວັນດຽວກັນ ຄອບຄົວ ທ່ານ ພົງໄຊ ປະທານ ບໍ່ຄຳວັງຕັດ ກໍ່ໄດ້ ນໍາເອົາເຄື່ອງ ອຸປະໂພກ ບໍລິໂພກ ຈຳນວນຫນຶ່ງ ມາມອບໃຫ້ ຄອບຄົວ ຖືກອັກຄີໄຟ ຕື່ມອີກ.