ໃນຕອນເຊົ້າ ວັນທີ 23 ມີນາ 2020 ການນໍາ ແຂວງອັດຕະປື, ນໍາໂດຍ ສະຫາຍ ເລັດ ໄຊຍະພອນ ເລຂາພັກ ແຂວງ ເຈົ້າແຂວງ ອັດຕະປື ມີບັນດາ ສະຫາຍ ຄະນະ ປະຈໍາ ພັກແຂວງ, ກໍາມະການ ພັກແຂວງ, ຫົວໜ້າ ກອງບັນ ຊາການ ປກຊ - ປກສ, ເຈົ້າເມືອງ 5 ເມືອງ, ຫົວໜ້າ ພະແນກການ ແລະ ອາດີດ ການນໍາ ຂັ້ນແຂວງ ໄດ້ເຂົ້າຮ່ວມ ພິທີ ວາງພວງມາລາ ຢູ່ອານຸ ສາວະລີ ນັກຮົບ ນິລະນາມ ແລະ ພິທີ ວາງກະຕ່າ ດອກໄມ້ຢູ່ ອານຸສອນ ສະຖານ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນ ເຄົາລົບຮັກ ຂອງ ປວງຊົນລາວ ທັງຊາດ, ເນື່ອງໃນ ໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ແລະ ເພື່ອສະແດງ ຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຈາລຶກ ຄຸນງາມ ຄວາມດີ ຂອງ ວິລະຊົນ ແຫ່ງຊາດ ນັກຮົບ ແຂ່ງຂັນ, ນາຍ ແລະ ພົນທະຫານ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ໄດ້ ເສຍສະຫຼະ ເລືອດເນື້ອ ແລະ ຊີວິດ ໃນພາລະກິດ ຕໍ່ສູ້ ກູ້ຊາດ ຕ້ານ ຈັກກະພັດ ຜູ້ຮຸກຮານ ທັງເກົ່າ ແລະ ໃໝ່ ໃນເມືອກ່ອນ, ເພື່ອຍາດເອົາ ເອກະລາດ ມາໃຫ້ ປະເທດຊາດ ແລະ ປະຊາຊົນລາວ; ທັງເພື່ອສະແດງ ຄວາມຮູ້ບຸນຄຸນ ແລະ ຈົ່ງຮັກ ພັກດີ ຕໍ່ຜູ້ນໍາ ການປະຕິວັດ ທີ່ໄດ້ ເສຍສະຫຼະ ເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດ ປົດປ່ອຍຊາດ ອອກຈາກ ແອກຄອບຄອງ ຂອງຈັກກະພັດ ຕ່າງດ້າວ.

ພິທີ ວາງກະຕ່າ ດອກໄມ້ ຢູ່ອານຸສອນ ສະຖານ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນ ເຄົາລົບຮັກ ຂອງປວງຊົນລາວ ທັງຊາດ ແມ່ນເພື່ອ ສະແດງ ຄວາມຮູ້ ບຸນ ຄຸນ ແລະ ຄວາມຈົ່ງຮັກ ພັກດີ ທີ່ທ່ານ ໄດ້ອຸທິດ ເຫື່ອແຮງ ແລະ ສະຕິປັນຍາ ຕະຫຼອດຊີວິດ ເຂົ້າໃນ ພາລະກິດ ປະຕິວັດ ນໍາພາ ປະຊາຊົນລາວ ຕໍ່ສູ້ ຕ້ານຈັກກະພັດ ຜູ້ຮຸກຮານ ຈົນສາມາດ ຍາດໄດ້ ໄຊຊະນະ, ລົບລ້າງ ລະບອບ ລາຊາທິປະໄຕ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງ ສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.