ໃນຕອນເຊົ້າ ວັນທີ 31 ມັງກອນ 2020, ແຂວງ ອັດຕະປື ແລະ ບໍລິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຈໍາກັດ ໄດ້ຈັດ ພິທີມອບ-ຮັບເງິນ ຊົດເຊີຍ ໃຫ້ແກ່ 35 ຫົວໜ່ວຍ ທຸລະກິດ ທີ່ຖືກ ຜົນກະທົບ ດ້ານຊັບສິນ ແລະ ການລົງທຶນ ຈາກສາເຫດ ສັນເຂື່ອນ D ຂອງ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ໃນຄັ້ງ ວັນທີ 23 ກໍລະກົດ 2018 ຜ່ານມາ.
ເປັນກຽດ ເຂົ້າຮ່ວມມີ ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ ເຈົ້າແຂວງ ອັດຕະປື ( ຮອງປະທານ ຄະນະ ສະເພາະກິດ ແກ້ໄຂ ໄພພິບັດ ລະດັບຊາດ ) ແລະ ບັນດາທ່ານ ຄະນະ ປະຈໍາພັກ ແຂວງ; ມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ( ຜູ້ຊີ້ນໍາ ຄະນະ ປະເມີນຜົນ ກະທົບ ດ້ານເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ ), ທ່ານ Lee kang Yeol ຜູ້ຕ່າງໜ້າ ຈາກບໍລິສັດ ເຂື່ອນໄຟຟ້າ ເຊປຽນ-ເຊ ນໍ້ານ້ອຍ, ມີບັນດາທ່ານ ທີ່ມາຈາກ ພາກສ່ວນ ຫົວໜ່ວຍ ທຸລະກິດ, ພາກສ່ວນ ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ເງິນທີ່ມອບ ຄັ້ງນີ້ ລວມມູນຄ່າ ທັງໝົດ 94.913.442.408 ກີບ, ເປັນກຽດ ຂື້ນມອບ ໃຫ້ແກ່ 35 ພາກສ່ວນ ຫົວໜ່ວຍ ທຸລະກິດ ໂດຍແມ່ນ ທ່ານ ລັດສະໝີ ວັນໄຊ ຫົວໜ້າ ພະແນກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ( ຮອງຄະນະ ປະເມີນຜົນກະທົບ ດ້ານ ເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ ).