banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:172
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2417
ເດືອນນີ້:ເດືອນນີ້:13272
ທັງໝົດ:ທັງໝົດ:880448

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

   ກອງປະຊຸມ ສະຫຼຸບ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 04 ແຂວງ 01 ກອງພົນ, ປະຈໍາປີ 2018 ແລະ ວາງທິດທາງ ແຜນການປີ 2019 ໄດ້ຈັດຂື້ນ ຢ່າງເປັນ ທາງການ ໃນຕອນເຊົ້າ ຂອງວັນທີ 24 ມັງກອນ 2019 ທີ່ຫໍ ປະຊຸມໃຫຍ່ ແຂວງອັດຕະປື, ໂດຍໃຫ້ກຽດ ເຂົ້າຮ່ວມ ເປັນປະທານ ຂອງທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາ ທິການ ສູນກາງພັກ, ຄະນະ ກໍາມະການ ປກຊ-ປກສ ສູນກາງ, ລັດຖະມົນຕີ ກະຊວງ ປ້ອງກັນ ຄວາມສະຫງົບ. ມີທ່ານ ເຈົ້າແຂວງ, ປະທານ ຄະນະ ກໍາມະການ ປກຊ-ປກສ ແຂວງອັດຕະປື, ຄະນະ ກໍາມະການ ປກຊ-ປກສ 04 ແຂວງພາກໃຕ້; ຜູ້ແທນ ຈາກ ຫ້ອງວ່າການ ສູນກາງພັກ, ກະຊວງ ປ້ອງກັນປະເທດ, ກະຊວງ ປ້ອງກັນ ຄວາມສະຫງົບ, ຄະນະພັກ ຄະນະ ບັນຊາ ກອງພົນທີ່ 5, ກອງພັນໃຫຍ່ 645 ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.

   ກອງປະຊຸມ ໃນຄັ້ງນີ້ ໄດ້ສະຫຼຸບ ຕີລາຄາຄືນ ສະພາບລວມ ແລະ ການຈັດຕັ້ງ ປະຕິບັດ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຂອງບັນດາ ແຂວງ ໃນໄລຍະ 1 ປີ ຜ່ານມາ, ພາຍໃຕ້ ການຊີ້ນໍາ-ນໍາພາ ຂອງກົມການເມືອງ ສູນກາງພັກ, ລັດຖະບານ, ໂດຍສະເພາະ ພາຍໃຕ້ ການຊີ້ນໍາ-ນໍາພາ ຂອງຄະນະ ກໍາມະການ ປກຊ-ປກສ ສູນກາງ, ແຂວງ ແລະ ໂດຍໄດ້ຮັບ ການຮ່ວມມື ຈາກບັນດາ ອົງການ ຈັດຕັ້ງ, ອົງການ ປົກຄອງ ແຕ່ລະຂັ້ນ, ການ ປະກອບສ່ວນ ຂອງປະຊາຊົນ ບັນດາເຜົ່າ ທຸກຊັ້ນຄົນ ແລະ ຄວາມບຸກບືນ ສູ້ຊົນ ຂອງກໍາລັງ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນການ ຈັດຕັ້ງ ປະຕິບັດ ວຽກງານ ສາມາດ ຍາດໄດ້ ຜົນງານ, ດ້ານດີ ຫຼາຍດ້ານ, ສະແດງອອກ ໃນການຮັບປະກັນ ເຮັດໃຫ້ ປະເທດຊາດ ຂອງພວກເຮົາ ເວົ້າລວມ, ເວົ້າສະເພາະ 04 ແຂວງ ພາກໃຕ້ ສືບຕໍ່ ມີຄວາມ ສະຫງົບ, ມີສະຖຽນ ລະພາບ ທາງດ້ານ ການເມືອງ ຢ່າງໜັກແໜ້ນ, ສັງຄົມ ມີຄວາມ ເປັນລະບຽບ ຮຽບຮ້ອຍ; ລະບົບ ການເມືອງ ຢູ່ຂັ້ນຮາກຖານ ສືບຕໍ່ ໄດ້ຮັບ ການປັບປຸງ, ເສດຖະກິດ ໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຊີວິດ ການເປັນຢູ່ ຂອງປະຊາຊົນ ໄດ້ຮັບ ການພັດທະນາ ດີຂື້ນ, ກໍາລັງ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ນັບມື້ ນັບເຕີບໃຫຍ່ ເຂັ້ມແຂງ.

   ຕະຫຼອດ ໄລຍະ 01 ປີຜ່ານມາ ສາມາດ ຮັບປະກັນ ໃຫ້ແກ່ ການປົກປັກ ຮັກສາ ແລະ ສ້າງສາ ພັດທະນາ ປະເທດຊາດ ກ້າວຂື້ນ ຢ່າງບໍ່ຢຸດຢັ້ງ, ປະຊາຊົນ ບັນດາເຜົ່າ ມີຄວາມ ສາມັກຄີ ປອງດອງ ແລະ ພ້ອມກັນ ປະກອບສ່ວນ ຢ່າງແຂງແຮງ ເຂົ້າໃນ ການເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນ ຂອງຕົນ ຢ່າງເປັນຂະ ບວນການ ກວ້າງຂວາງ ແລະ ຕໍ່ເນື່ອງ. ໃນກອງປະຊຸມ ຄັ້ງນີ້ ບັນດາທ່ານ ຜູ້ແທນ ກອງປະຊຸມ ຍັງໄດ້ ພ້ອມກັນ ປະກອບ ຄໍາເຫັນ, ແລກປ່ຽນບົດຮຽນ ແລະ ໝາກຜົນ ຂອງການຈັດຕັ້ງ ປະຕິບັດ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນ ຂອງຕົນ ຢ່າງກົງໄປ ກົງມາ ແລະ ເອກະພາບສູງ ຕໍ່ບົດສະຫຼຸບ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນປີ 2018 ຜ່ານມາ ແລະ ທິດທາງ ແຜນການ ບັນດາ ວຽກງານ ຈະສຸມໃສ່ ຈັດຕັ້ງ ປະຕິບັດ ໃນປີ 2019 ໃຫ້ໄດ້ຮັບ ໝາກຜົນ ສູງຂື້ນ ກວ່າເກົ່າ.

   ໃນໂອກາດນີ້ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາ ທິການ ສູນກາງພັກ, ຄະນະ ກໍາມະການ ປກຊ-ປກສ ສູນກາງ, ລັດຖະມົນຕີ ກະຊວງ ປ້ອງກັນ ຄວາມສະຫງົບ ຍັງໄດ້ ໃຫ້ກຽດ ໂອ້ລົມ ຊີ້ນໍາຕໍ່ ກອງປະຊຸມ, ເຊິ່ງທ່ານ ໄດ້ສະແດງ ຄວາມຊົມເຊີຍ ຜົນສໍາເລັດ ໃນການ ຊີ້ນໍາ-ນໍາພາ, ການຈັດຕັ້ງ ປະຕິບັດ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນໄລຍະ 01 ປີຜ່ານມາ. ພ້ອມໄດ້ ເນັ້ນໜັກ ໃຫ້ກໍາລັງ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຢູ່ບັນດາ ແຂວງ, ບັນດາ ອົງການຈັດຕັ້ງ, ພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງຍົກສູງ ຄວາມຮັບຜິດຊອບ ຕໍ່ໜ້າທີ່ ການເມືອງ ອັນມີກຽດ ສະຫງ່າ ຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນ ຕັ້ງໜ້າ ຈັດຕັ້ງ ປະຕິບັດ ແນວທາງ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ ຂອງພັກ ເພື່ອຮັບປະກັນ ໃຫ້ປະເທດຊາດ ກໍ່ຄື 04 ແຂວງ ພາກໃຕ້ ສືບຕໍ່ ມີຄວາມສະຫງົບ, ມີສະຖຽນ ລະພາບ ທາງດ້ານການເມືອງ, ສັງຄົມ ມີຄວາມ ເປັນລະບຽບ ຮຽບຮ້ອຍ, ປະຊາຊົນ ມີຄວາມຜາສຸກ, ສ້າງບາດກ້າວ ການພັດທະນາ ໃຫ້ບັນລຸ ຕາມເປົ້າໝາຍ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.