ວັນທີ 3 ຕຸລາ 2018 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ພ້ອມຄະນະ ໄດ້ໃຫ້ກຽດ ໂອ້ລົມ ການນໍາຂັ້ນແຂວງ ທີ່ຫ້ອງປະຊຸມຊັ້ນ 5 ຕຶກສໍານັກງານ ອົງການປົກຄອງແຂວງ ເຊິ່ງກ່ອນອື່ນ ທ່ານ ໄດ້ຮັບຟັງການລາຍ ຜົນການຈັດຕັ້ງ ປະຕິບັດ ວຽກງານຟື້ນຟູ ແກ້ໄຂໄພພິບັດ ທີ່ເມືອງສະໜາມໄຊ ຂອງຄະນະກໍາມະການ ຟື້ນຟູ ແລະ ແກ້ໄຂໄພພິບັດ ຂັ້ນແຂວງ; ພ້ອມ ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃສ່ ຢ່າງຕັ້ງໜ້າ ຂອງການນໍາຂັ້ນແຂວງ ກໍ່ຄືຄະນະ ກໍາມະການຟື້ນຟູ ແລະ ແກ້ໄຂໄພພິບັດຂັ້ນແຂວງ ແລະ ທຸກພາກສ່ວນ ເຊິ່ງເຫັນໄດ້ເຖິງ ຄວາມຄືບໜ້າ ແລະ ຜົນສໍາເລັດ ຂອງວຽກງານ ໃນຫຼາຍດ້ານ ເປັນຕົ້ນ ໄດ້ສໍາເລັດ ການສ້າງເຮືອນພັກຊົ່ວຄາວຢູ່ໂຮງຮຽນປະຖົມ ບ້ານຫາດຍາວ ຈໍານວນ 140 ຫ້ອງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ປະຈຸບັນ ໄດ້ຍົກຍ້າຍ ປະຊາຊົນເຂົ້າໄປຢູ່ແລ້ວ; ການບຸກເບີກພື້ນທີ່ ພັກຖາວອນ ແລະ ຊົ່ວຄາວ ຈຸດອື່ນໆ ແມ່ນກໍາລັງ ບຸກເບີກ ໃກ້ຈະສໍາເລັດ ພ້ອມນັ້ນ ໄດ້ເຫັນດີ ຮັບຮອງ ເອົາເຮືອນ ສໍາເລັດຮູບ ໃຫ້ປະຊາຊົນ ຜູ້ຖືກຜົນກະທົບໃນ 3 ຈຸດ ຄື: ບ້ານສະໝອງໃຕ້ ຢູ່ຈຸດເຊື່ອມຕໍ່ ບ້ານປິນດົງ, ບ້ານຫີນລາດ ຢູ່ຈຸດເຊື່ອມຕໍ່ ບ້ານຕະມໍຢອດ ແລະ ບ້ານທ່າແສງຈັນ ຢູ່ຈຸດເຊື່ອມຕໍ່ ຄຸ້ມດອນບົກ ລວມຈໍານວນ 450 ຫຼັງ; ປະຈຸບັນ ເຮືອນສໍາເລັດຮູບ ແມ່ນມາຮອດ ບ້ານຕະມໍຢອດແລ້ວ 24 ຫຼັງ ແລະ ປະກອບສໍາເລັດ 12 ຫຼັງ, ສໍາເລັດ ການຈ່າຍນະໂຍບາຍ ຜູ້ທີ່ເຫັນສົບແລ້ວ 39 ສົບ ແລະ ວຽກງານ ດ້ານອື່ນໆ ກໍ່ໄດ້ມີ ຄວາມຄືບໜ້າ ແລະ ສໍາເລັດ ຫຼາຍສົມຄວນ. ໃນຂະນະດຽວກັນ ທ່ານຍັງໄດ້ ຮຽກຮ້ອງ ໃຫ້ການນໍາ ຂັ້ນແຂວງ ສືບຕໍ່ ເອົາໃຈໃສ່ຕື່ມ ໃນການ ປະຕິບັດວຽກງານ ດັ່ງກາວ ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດ ໂດຍໄວ ເຊັ່ນ: ສືບຕໍ່ສ້າງ ເຮືອນຊົ່ວຄາວ ແລະ ບັນຈຸປະຊາຊົນຢູ່ ໂດຍໄວ ພ້ອມຈັດສັນພື້ນທີ່ ການຜະລິດ ໃຫ້ປະຊາຊົນ, ສືບຕໍ່ແກ້ໄຂ ຖະໜົນຫົນທາງ, ນໍ້າ ແລະ ໄຟຟ້າ ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ປະຊາຊົນ ແລະ ເພື່ອອໍານວຍ ຄວາມສະດວກ ໃນການປະຕິບັດ ວຽກງານ ຂອງພາກລັດ ກໍ່ຄື ຜູ້ປະຕິບັດວຽກງານ ຊ່ວຍເຫຼືອ ຟື້ນຟູ ແລະ ເອົາໃຈໃສ່ ກວດກາຜົນເສຍຫາຍ ໃຫ້ມີຄວາມລະອຽດ, ຊັດເຈນ ພ້ອມເບິ່ງແຍງ ດ້ານສຸຂະພາບ, ການຊ່ວຍເຫຼືອ ສິ່ງຂອງຈໍາເປັນ ໃນຊີວິດປະຈໍາວັນ ໃຫ້ເຮັດເປັນປົກກະຕິ.  

   ໂອກາດການລົງມາ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງອັດຕະປື ຂອງທ່ານພ້ອມຄະນະ ຄັ້ງນີ້ ຍັງໄດ້ລົງໄປ ຢ້ຽມຢາມ ປະຊາຊົນ ຜູ້ຖືກຜົນກະທົບ ຈາກໄພນໍ້າຖ້ວມທີ່ ເມືອງສະໜາມໄຊ ແຂວງອັດຕະປື ໃນແຕ່ລະຈຸດ ພື້ນທີ່ພັກຊົ່ວຄາວ ພ້ອມຖາມຂ່າວຄາວ ຄວາມທຸກສຸກ ຂອງພໍ່ແມ່ປະຊາຊົນຕື່ມອີກ.