ນາຍົກລັດຖະມົນຕີໃຫ້ທິດຊີ້ນໍາ 4 ວຽກໃຫຍ່ຮີບດ່ວນໃນການແກ້ໄຂໄພນໍ້າຖ້ວມຢູ່ອັດຕະປື
      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ພົບໂອ້ລົມ ແລະ ໃຫ້ທິດຊີ້ນໍາຮີບດ່ວນຕໍ່ ປະທານຄະນະກໍາມະການ ສະເພາະກິດແກ້ໄຂ ໄພພິບັດລະດັບຊາດພ້ອມການນໍາແຂວງອັດຕະປືມີ 4 ບັນຫາ ອັນເປັນສິ່ງທ້າທາຍຕ້ອງ ເອົາໃຈໃສ່ຢ່າງເຄັ່ງຮ້ອນຄື:
 
     ຕ້ອງກອບກູ້ ແລະ ຊອກຄົ້ນເອົາຜູ້ເສຍຊີວິດ ລວມທັງຜູ້ສູນຫາຍໃຫ້ໄດ້ທັງຫມົດດ້ວຍວິທີການຕ່າງໆເພື່ອຮັບ ປະກັນໃຫ້ເຂົາເຈົ້າກັບຄືນສູ່ອອ້ມກອດ ຫລື ເຖິງເຮືອນຂອງຍາດພີ່ນ້ອງ, ພໍ່ແມ່ ແລະ ຄົນຮັກຢ່າງແທ້ຈິງ; ຕ້ອງຈັດສັນທີ່ຢູ່ອາໄສແບບຊົ່ວ ແລະ ຖາວອນຢ່າງສຸດກົກສຸດປາຍຢ່າງເປັນລະບົບຄົບຊຸດ ໃນນັ້ນເລື່ອງສຸຂະອະນາ ໄມປະເພດຫ້ອງນໍ້າ ແລະ ບ່ອນຢູ່ອາໄສໃຫ້ພຽງພໍ; ຕ້ອງຈັດສັນແບ່ງປັນ ແຈກຢາຍ ແລະ ຄຸ້ມຄອງເຄື່ອງຊ່ວຍເຫລືອ ລວມທັງເງິນ ແລະ ອື່ນໆໃຫ້ວ່ອງໄວ, ຈະແຈ້ງ, ທົ່ວເຖິງ ແລະ ໂປ່ງໃສຢ່າງຫນັກແຫນ້ນ ໃນນັ້ນມີການຂຶ້ນບັນຊີຈົດແຕ້ມສໍາລັບເຄື່ອງຊ່ວຍ ເຫລືອເພື່ອນໍາໃຊ້ໄລຍະສັ້ນ-ຍາວ ສ່ວນເງິນໄດ້ຈາກການຊ່ວຍເຫລືອຕ້ອງ ໃຊ້ຢ່າງລະມັດລະວັງ ພ້ອມມີການປຶກສາຫາລື ແລະ ຕົກລົງກັນເປັນຫມູ່ຄະນະກ່ອນຕັດສິນໃຊ້ຈ່າຍ ແລະ ເອົາໃຈສ່ຄຸ້ມຄອງ ໃຫ້ບໍລິການອາສາສະຫມັກ ບັນຫນ່ວຍງານກູ້ໄພ ລວມທັງສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຈະແຈ້ງ ໃນນັ້ນ ຖ້າບໍ່ພໍດ້ານກໍາລັງຕ້ອງຮີບຮ້ອນແກ້ໄຂ, ພິເສດຕ້ອງເລັ່ງພິສູດສົບ ຜູ້ເສຍຊີວິດໃຫ້ວ່ອງໄວ; ຕ້ອງປະສານງານ ແລະ ແຈ້ງເພື່ອນບ້ານໃກ້ຄຽງ ໂດຍສະເພາະກໍາປູເຈຍ ໃຫ້ຊ່ວຍເອື້ອຍອໍານວຍຄວາມສະດວກ ເພື່ອເຮັດໃຫ້ການກອບກູ້ດໍາ ເນີນໄປຢ່າງລາບລື້ນບໍ່ຂ້ອງບໍ່ຄາ ແລະ ເອົາໃຈໃສ່ໃຫ້ເບິ່ງແຍງພໍ່ແມ່ ລູກຫລານຜູ້ໄດ້ຮັບກະທົບຢ່າງ ໃກ້ຊິດໂດຍສະເພາະເລື່ອງສຸຂະພາບຈິດ ພາຍຫລັງນໍ້າຖ້ວມ.
       ແນວໃດກໍດີ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ບັນດາຄະນະນໍາ, ນາຍ ແລະ ພົນທະຫານ, ອາສາກູ້ໄພພາຍໃນ-ຕ່າງປະເທດ, ຜູ້ຊ່ວຍເຫລືອດ້ານວັດຖຸປັດໃຈທັງພາຍໃນ-ຕ່າງປະເທດ, ສື່ມວນຊົນ ແລະ ພໍ່ແມ່ປະຊາຊົນໄດ້ທຸ້ມ ເທເຫື່ອແຮງກໍາວັງຊາ ແລະ ສະຕິປັນຍາຢ່າງບໍ່ຮູ້ອິດ ບໍ່ຮູ້ເຫມືອຍປະກອບສ່ວນເຂົ້າພາລະ ກິດດັ່ງກ່າວມີຄວາມຄືບຫນ້າ ແລະ ມີຜົນສໍາເລັດຫລາຍດ້ານ. 
        ການປຶກສາຫາລື ແລະ ພົບປະລະຫວ່າງທ່ານ ນາຍົກລັດຖະມົນຕີ ແລະ ຄະນະກໍາມະການ ສະເພາະກິດແກ້ໄຂໄພ ພິບັດລະດັບຊາດພ້ອມ ການນໍາແຂວງອັດກ່ຽວກັບຜົນການຈັດຕັ້ງປະຕິດວຽກງານແກ້ໄຂ ໄພພິບັດນໍ້າຖ້ວມໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2018 ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ພ້ອມນີ້ ທ່ານ ນາຍົກພ້ອມຄະນະຍັງ ໄດ້ລົງໄປພື້ນທີ່ຕົວຈິງບ່ອນທີ່ ປະຊາຊົນໄດ້ຮັບຜົນກະທົບ ແລະ ສູນພັກເຊົາບ່ອນປະຊາຊົນຜູ້ໄດ້ຮັບຜົນກະທົບ ອາໄສຊົ່ວຄາວຢູ່ເມືອງ ສະໜາມໄຊ ຈຳນວນໜຶ່ງ.  
ໂດຍ: ສາຍນ້ຳ