banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:284
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1673
ເດືອນນີ້:ເດືອນນີ້:7795
ທັງໝົດ:ທັງໝົດ:889257

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ເເລະ ຮ່ວມປູກຕົ້ນໄມ້ແຫ່ງຊາດ

       ເພື່ອສ້າງຈິດສໍານຶກໃຫ້ແກ່ສັງຄົມໃນທົ່ວປະເທດ ກໍ່ຄືຢູ່ແຂວງ ອັດຕະປື ຫັນມາດຶງດູດຄວາມເຂົ້າໃຈ ກ່ຽວກັບ ວຽກງານສິ່ງແວດລ້ອມ ໃຫ້ມີການປ່ຽນແປງໄປທາງບວກ ແລະ ສາມາດປົກປັກຮັກສາ ຊັບພະຍາກອນທໍາມະຊາດ ຕາມທິດສີຂຽວ ແລະ ຍືນຍົງຂອງພັກ-ລັດວາງອອກໃນໄລຍະໃໝ່.

     ດັ່ງນັ້ນ ມາໃນວັນທີ 5 ມີນາ 2018 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ອັດຕະປື ໄດ້ຈັດພິທີສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ຄົບຮອບ 46 ປີ ແລະ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດຂຶ້ນທີ່ ເມືອງ ໄຊເສດຖາ ໂດຍການເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ອຸ່ນຫລ້າ ໄຊຍະສິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ທ່ານ ພູນສຸກ ພິຈິດ ຮອງຫົວໜ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີ ທ່ານ ຫວັນຕາ ພົມມະສານ ຮອງເຈົ້າເມືອງໄຊເສດຖາ, ມີຄະນະນຳຂອງແຂວງ, ຫົວໜ້າ-ຮ້ອງຫົວໜ້າພະແນກການ, ຄະນະສະມາຊິກາະພາປະຊາຊົນ, ຄະນຳຈາກ 5 ຕົວເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນເມືອງ ໄຊເສດຖາເຂົ້າຮ່ວມຢ່າງຫລວງຫລາຍ.

     ໃນພິທີ ທ່ານ ອຸ່ນຫລ້າ ໄຊຍະສິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ໄດ້ຍົກໃຫ້ເຫັນວ່າ ພວກຄົນຮຸ້ນໃໝ່ ສົມຄວນແລ້ວຄວນເຂົ້າໃຈຕໍ່ບັນຫາເລື່ອງສິ່ງແວດລ້ອມ ທີ່ກຳລັງຖືກທຳລາຍດ້ວຍນ້ຳມືຂອງມວນມະນຸດ ເໝືອນດັ່ງສານ ຂອງທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວທີ່ໄດ້ສະແດງເຖິງຄວາມເປັນຫ່ວງ ຕໍ່ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018 ນີ້ວ່າ: ບັນຫາສິ່ງແວດລ້ອມໃນປະຈຸບັນ ແມ່ນນັບມື້ເພີ່ມຂຶ້ນຍ້ອນນໍ້າມືຂອງມະນຸດພວກເຮົາ ທີ່ມີການຂຸດຄົ້ນ, ນໍາໃຊ້ ຊັບພະຍາກອນທໍາ ມະຊາດ ແບບຟຸມເຟືອຍ, ມີການທໍາລາຍປ່າໄມ້, ການປ່ອຍສິ່ງເສດເຫຼືອ ຈາກໂຮງງານອຸດສາຫະກໍາ, ສິ່ງເສດເຫຼືອຈາກຄົວເຮືອນ ນັບມື້ນັບເພີ່ມຂຶ້ນ, ການນໍາໃຊ້ສານເຄມີ ເຂົ້າໃນກະສິກຳ ແລະ ອື່ນໆ ເຊິ່ງທັງໝົດນີ້ ເປັນສາເຫດເຮັດໃຫ້ເກີດສະພາວະໂລກຮ້ອນ, ການຂາດເຂີນສະບຽງອາຫານ, ສະພາບແວດລ້ອມ ເປັນຕົ້ນ ນ້ຳ, ດິນ, ອາກາດ ມີມົນລະພິດ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ, ສະພາບ ດິນຟ້າອາກາດ ມີການປ່ຽນແປງ ເວົ້າລວມ, ເວົ້້າສະເພາະ ຢູ່ ສປປ ລາວ ການນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງເກີດມີລັກສະນະຟຸມເຟືອຍ, ສະພາບການຂະຫຍາຍຕົວຂອງຕົວເມືອງ, ການເພີ່ມ ຂື້ນຂອງພົນລະເມືອງ ເຮັດໃຫ້ມີຂີ້ເຫຍື້ອ ແລະ ສິ່ງເສດເຫຼືອເພີ່ມຂຶ້ນ, ໜາແໜ້ນ, ເກີດມີນໍ້າເປື້ອນ, ມົນລະພິດທາງອາກາດ ແລະ ອື່ນໆ; ການຄຸ້ມຄອງໂຄງການລົງທຶນ ຍັງເຮັດບໍ່ໄດ້ດີ ເຮັດໃຫ້ເກີດ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ປ່າໄມ້ຖືກທໍາລາຍ, ການຄ້າ-ຂາຍສັດນໍ້າ, ສັດປ່າ ແລະ ພືດພັນປ່າ ຍັງສືບຕໍ່ແບບຊະຊາຍ ແລະ ຜິດກົດໝາຍຢູ່ ເປັນເຫດເຮັດໃຫ້ຊີວະນາໆພັນ ຈຳນວນຫລາຍຖືກສູນເສຍ.

     ສະນັ້ນ ໃນພິທີຄັ້ງນີ້ ທ່ານ ອຸ່ນຫລ້າ ໄຊຍະສິດໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຢູ່ໃນທົ່ວແຂວງ ອັດຕະປື ຈົ່ງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງໃນການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມທີ່ມີຈຳກັດໃຫ້ຄືນສູ່ຄວາມອຸດົມສົມບູນເພື່ອສືບຕໍ່ເປັນບ່ອນເພີ່ງພາອາໄສຂອງທຸກໆສິ່ງທີ່ມີຊີວິດລວມທັງມະນຸດເຮົາ. ປ່າໄມ້ແມ່ນສະຖານທີ່ຜະລິດພຽງແຕ່ບ່ອນດຽວໃນທຳມະຊາດທີ່ສາມາດສະໜອງປັດໃຈພື້ນຖານທັງທີ່ສຳລັບການດຳລົງຊີວິດຂອງທຸກສິ່ງທີ່ມີຊີວິດຄື: ທີ່ຢູ່ອາໃສ, ອາຫານ, ຢາປວົພະຍາດ,ເຄື່ອງນຸ່ງຮົ່ມ ແລະ ທັງເປັນບ່ອນເພີ່ງອາໄສຂອງສັດປ່ານາໆຊະນິດອີກດ້ວຍ. ໃນໂອກາດດຽວກັນ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮ່ວມກິດຈະກຳປູກຕົ້ນໄມ້ ແລະ ຈັດກິດຈະກຳຕ່າງໆ ເພື່ອສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ມີບັນຍາກາດເບິກບານມ່ວນຊື່ນ.

ໂດຍ: ມາລາທິບ