banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:102
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2347
ເດືອນນີ້:ເດືອນນີ້:13202
ທັງໝົດ:ທັງໝົດ:880378

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຫົວໜ້າ ໂຄສະນາອົບຮົມສູນກາງພັກ ໂອ້ລົມພະນັກງານລັກແຫຼ່ງແຂວງອັດຕະປື: ທ່ານ ກິແກ້ວ ໄຂຄຳພິທູນ ເລຂາທິການ ສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອັດຕະປື ໃນຕອນບ່າຍ ວັນທີ 19 ກຸມພາ 2018 ໂດຍມີ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍ ຄະນະນຳ ຂອງແຂວງ ໃຫ້ການຕ້ອນຮັບ ຈາກນັ້ນ ກໍ່ໄດ້ມີພິທີ ພົບປະໂອ້ລົມ ພະນັກງານ ການນຳ ອ້ອມຂ້າງແຂວງ ຢູ່ທີ່ຫໍປະຊຸມໃຫຍ່. ໃນພິທີ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ໄດ້ຂື້ນລາຍງານ ການຈັດຕັ້ງນຳພາ, ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໄລຍະຜ່ານມາ.

ຈາກນັ້ນ ທ່ານ ສດ, ດຣ ກິແກ້ວ ໄຂຄຳພິທູນ ເລຂາທິການ ສູນກາງພັກ, ຫົວໜ້າ ຄະນະໂຄສະນາ ອົບຮົມ ສູນກາງພັກ ໄດ້ໃຫ້ກຽດໂອ້ລົມ ໃນນີ້ທ່ານໄດ້ ຍົກໃຫ້ເຫັນ ບົດບາດ ການນຳພາ ຂອງພັກ ທີ່ນັບມື້ສູງເດັ່ນຂື້ນ ໃນເວທີສາກົນ, ຍົກໃຫ້ເຫັນ ບົດບາດ ຄວາມສຳຄັນ ຂອງວຽກງານ ແນວຄິດ, ບັນຫາ ສິ່ງທ້າທາຍ ແລະ ໜໍ່ແໜງ ຂອງປະກົດການ ຫຍໍ້ທໍ້ ໃນສັງຄົມ ໃນປະຈຸບັນ ແລະ ອານາຄົດ ໂດຍສະເພາະ ໃນຍົກເຊື່ອມໂຍງ ເສດຖະກິດ ຕະຫຼາດ ກັບສາກົນ, ໂອກາດດັ່ງກ່າວ ທ່ານໄດ້ ຮຽກຮ້ອງ ຄວາມຕັດສິນໃຈ ມາຍັງຄະນະພັກ ທີ່ນຳພາ ໃນແຕ່ລະຂົງເຂດ, ສຳມະຊິກພັກ ແຕ່ລະສະຫາຍ ຕ້ອງຍົກສູງ ບົດບາດ ການນຳພາ ແລະ ເຊີດຊູ ຄວາມເປັນເຈົ້າການ ຖືເອົາວຽກງານ ການເມືອງແນວຄິດ ເປັນບັນຫາສຳຄັນ, ຕິດພັນ ກັບທຸກໜ້າທີ່ວຽກງານ ແລະ ພືດຕິກຳຕົວຈິງ, ໂດຍຖືເອົາ ການກໍາແໜ້ນ ຫາງສຽງສັງຄົມ ແລະ ນໍາພາໃນການ ຄາດຄະເນ ຫາງສຽງ ເພື່ອນໍາມາ ຄົ້ນຄ້ວາສະຫຼຸບ ຖອດຖອນ ບົດຮຽນ ໃນການຈັດຕັ້ງ ປະຕິບັດ ລວມທັງ ບັນດາ ນິຕິກຳຕ່າງໆ ທີ່ວາງອອກ ເພື່ອປັບປຸງແກ້ໄຂ ໃຫ້ສອດຄ່ອງ ໃນແຕ່ລະໄລຍະ. ທັງນີ້ກໍ່ເພື່ອ ເຮັດໃຫ້ພະນັກງານ ການນຳ, ພະນັກງານ ສຳມະຊິກພັກ ຢູ່ແຂວງອັດຕະປື ມີຄວາມຕັດສິນໃຈ ເຊື່ອມຊືມ ວຽກງານການເມືອງ ແນວຄິດ ໃຫ້ເລິກເຊິ່ງ, , ມີຄວາມໂລ່ງລຽນ ໃນການປະຕິບັດ ໜ້າທີ່ວຽກງານ ເພື່ອພ້ອມກັນ ປະຕິບັດ ຕາມແນວທາງ ໃຫ້ເກີດດອກ ອອກຜົນ ແລະ ມີຜົນສຳເລັດ ລື່ນເກົ່າ.