banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:78
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2323
ເດືອນນີ້:ເດືອນນີ້:13178
ທັງໝົດ:ທັງໝົດ:880354

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ກອງປະຊຸມ ສະພາປະຊາຊົນ ແຂວງອັດຕະປື ຊຸດທີ I ສະໄໝສາມັນ ເທື່ອທີ 4 ໄດ້ ໄດ້ປິດລົງ ຢ່າງເປັນ ທາງການ ພາຍຫຼັງ ດຳເນີນ ເປັນເວລາ 4 ວັນ ຄື: ເລີ່ມແຕ່ ວັນທີ 26 - 29 / 12/ 2017 ທີ່ສະໂມສອນ ສະພາ ປະຊາຊົນແຂວງ ໂດຍການ ເປັນປະທານ ຂອງທ່ານ ເພັດແກ້ວ ເຮືອງປັນຍາ ປະທານ ສະພາ ປະຊາຊົນແຂວງ ເປັນກຽດ ເຂົ້າຮ່ວມມີ ທ່ານ ສົມພັນ ແພງຄຳມີ ກຳມະການ ສູນກາງພັກ, ຮອງປະທານ ສະພາ ແຫ່ງຊາດ, ມີທ່ານເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ສຳມະຊິກ ສະພາແຂວງ, ບັນດາ ອົງການ ປົກຄອງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ຕະຫຼອດ ໄລຍະ ດຳເນີນ ກອງປະຊຸມ ເປັນເວລາ 4 ວັນ ບັນດາ ສຳມະຊິກ ສະພາ ປະຊາຊົນແຂວງ ໄດ້ເອກະ ພາບກັນ ຮັບຮອງເອົາ ທ່ານ ເລັດ ໄຊຍະພອນ ເປັນເຈົ້າ ແຂວງອັດຕະປື ຢ່າງເປັນ ທາງການ, ເລືອກເອົາທ່ານ ເພັດແກ້ວ ເຮືອງປັນຍາ ຮອງປະ ທານສະພາ ຂື້ນເປັນ ປະທານ ສະພາປະຊາ ຊົນແຂວງ ແລະ ເລືອກ ເອົາທ່ານ ແກ້ວວົງວຽນ ບຸດສະວົງ ເລຂາ ທິການສະພາ ຂື້ນເປັນ ຮອງປະທານ ສະພາ ປະຊາຊົນແຂວງ, ຮັບຮອງເອົາ ທ່ານ ສຸກສຳລານ ໄຊຍະແສງ ເປັນຄະນະ ປະຈຳສະພາ ທັງເປັນປະທານ ຄະນະ ກຳມະການ ເສດຖະກິດ ແຜນການ ແລະ ການເງິນ, ຮັບຮອງ ເອົາທ່ານ ກົງໄຈ ສີດາວົງ ເປັນຄະນະ ປະຈຳສະພາ ແລະ ເປັນເລຂາ ທິການ ສະພາ, ນອກຈາກນັ້ນ ກອງປະຊຸມ ຄັ້ງນີ້ ຍັງໄດ້ ພິຈາລະນາ ຮັບຮອງເອົາ ບົດລາຍງານ ຂອງອົງການ ປົກຄອງແຂວງ, ບົດລາຍງານ ຂອງອົງການ ກວດສອບ ພາກໄຕ້, ພິຈາລະນາ ແລະ ຮັບຮອງ ເອົາບົດສະຫຼຸບ ການເຄື່ອນໄຫ ວຽກງານ ປະຈຳປີ 2017 ແລະ ແຜນການ 2018 ຂອງອົງການ ໄອຍະການ ແລະ ສານ ປະຊາຊົນ ແຂວງ ພ້ອມນັນ ຍັງໄດ້ ຮັບຮອງ ເອົາການ ເຄື່ອນໄຫວ ວຽກງານ ປະຈຳປີ 2017 ແລະ ແຜນການ ປີ 2018 ຂອງສະພາ ປະຊາຊົນ ແຂວງ ພ້ອມທັງ ຮັບຮອງ ເອົາຮ່າງ ມະຕິຂອງ ສະພາ ເພື່ອເປັນ ພື້ນຖານ ໃນການ ຈັດຕັ້ງ ປະຕິບັດ. ເຊິ່ງຜ່ານການ ຄົ້ນຄ້ວາ ແລະ ຮັບຮອງ ວຽກງານ ແຕ່ລະ ຂົງເຂດ ບັນດາ ສະມາຊິກ ສະພາ ໄດ້ໃຊ້ສິດ ໃນການ ຊັກຖາມ ຂໍ້ຂ້ອງໃຈ ຕ່າງໆ ທີ່ສັງຄົມ ໃຫ້ຄວາມ ສົນໃຈ ແລະ ໄດ້ຮັບການ ຊີ້ແຈງ ຈາກພາກສ່ວນ ກ່ຽວຂ້ອງ ເປັນທີ່ໜ້າ ພໍໃຈ ໂດຍມີການ ຖ່າຍທອດສຽງ ຜ່ານວິທະຍຸ ຂອງແຂວງ ແລະ ເປີດສາຍດ່ວຍ ໃຫ້ສັງຄົມ ໄດ້ໂທ ໄປສະ ແດງ ຄວາມຄິດເຫັນ ຕໍ່ການຄຸ້ມຄອງ ແລະ ບໍລິຫານລັດ ຂອງອົງການ ປົກຄອງແຂວງ. ອັນໄດ້ສ້າງ ບັນຍາກາດ ເຮັດໃຫ້ ກອງປະຊຸມ ໄດ້ຮັບ ຄວາມສົນໃຈ ແລະ ໄດ້ຮັບການ ຕິດຕາມ ຈາກຊາວ ແຂວງ ອັດຕປື ຢ່າງກ້ວາງຂວາງ.

ເຊິ່ງຜົນ ສຳເລັດ ກອງປະຊຸມ ຄັ້ງນີ້ ແມ່ນໝາກຜົນ ຂອງການຜັນ ຂະຫຍາຍສະຕິ ປັນຍາ ລວມໝູ່ ແລະ ການຍົກສູງ ຄວາມຮັບຜິດຊອບ ການເມືອງ ຂອງບັນດາ ສະມາຊິກ ສະພາ ປະຊາຊົນແຂວງ ໃນຖານະ ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຊາວແຂວງອັດຕະປື ຢ່າງແທ້ຈິງ.